ຜູ້ຕິດເຫຍື່ອໂລກມັກຟັງເລື່ອງກາມ ບໍ່ຟັງເລື່ອງສະງົບ

ອະຣິຍະສັດ 4

0:00/0:00
ສຸນັກຂັຕຕະ ! ກາມະຄຸນມີຫ້າຢ່າງເຫຼົ່ານີ້. ຫ້າຢ່າງນັ້ນອັນໃດໜໍ ? ຫ້າຢ່າງຄື ຮູບທີ່ເຫັນດ້ວຍຕາ, ສຽງທີ່ຟັງດ້ວຍຫູ, ກິ່ນທີ່ດົມດ້ວຍດັງ, ຣົສທີ່ຊີມດ້ວຍລີ້ນ, ແລະໂຜຕຖັພພະທີ່ສັມຜັສດ້ວຍກາຍ ; (ແຕ່ລະຢ່າງລ້ວນ) ເປັນສິ່ງທີ່ໜ້າປາຖນາ, ໜ້າຮັກໃຄ່, ໜ້າພໍໃຈ, ເປັນສິ່ງທີ່ຍົວະຕາຍວນໃຈໃຫ້ຮັກ, ເປັນທີ່ເຂົ້າໄປຕັ້ງອາໄສຊຶ່ງຄວາມໃຄ່, ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈ. ສຸນັກຂັຕຕະ ! ເຫຼົ່ານີ້ແລ ຄື ກາມະຄຸນຫ້າຢ່າງ.

ສຸນັກຂັຕຕະ ! ນີ້ເປັນສິ່ງທີ່ມີໄດ້ເປັນໄດ້ ຄືຂໍ້ທີ່ ບຸຣຸສບຸຄຄົລບາງຄົນໃນໂລກນີ້ ມີອັດຊາໄສນ້ອມໄປໃນເຫຍື່ອຂອງໂລກ (ຄືກາມະຄຸນຫ້າຢ່າງ), ຖ້ອຍຄໍາສໍາລັບສົນທະນາ ອັນພໍ່າຮຽກເຖິງສະເພາະຕໍ່ກາມະຄຸນນັ້ນໆ ຍ່ອມຕັ້ງຢູ່ໄດ້ສໍາລັບບຸຣຸສບຸຄຄົລ ຜູ້ມີອັດຊາໄສນ້ອມໄປໃນເຫຍື່ອຂອງໂລກ, ເຂົາຍ່ອມຕຶກຕາມຕອງຕາມເຖິງສິ່ງອັນອະນຸໂລມຕໍ່ກາມະຄຸນນັ້ນໆ, ສິ່ງນັ້ນຍ່ອມຄົບກັບບຸຣຸສນັ້ນດ້ວຍ ບຸຣຸສນັ້ນຍ່ອມເອົາໃຈໃສ່ຕໍ່ສິ່ງນັ້ນດ້ວຍ. ສ່ວນ ເມື່ອຖ້ອຍຄໍາທີ່ປະກອບດ້ວຍສະມາບັຕ ເລື່ອງບໍ່ຫວັ່ນໄຫວ (ດ້ວຍກາມະຄຸນ) ທີ່ຜ່ານໄປມາຢູ່ ເຂົາຍ່ອມບໍ່ຟັງ ບໍ່ງ່ຽງຫູຟັງ ບໍ່ກໍານົດຈິຕເພື່ອຈະຮູ້, ຖ້ອຍຄໍາຊະນິດນັ້ນ ກໍບໍ່ຄຸ້ນເຄີຍກັບບຸຣຸສນັ້ນ ບຸຣຸສນັ້ນກໍບໍ່ສົນໃຈດ້ວຍຄໍາຊະນິດນັ້ນ. ສຸນັກຂັຕຕະ ! ປຽບເໝືອນບຸຣຸສ ຜູ້ຈາກບ້ານຫຼືເມືອງຂອງຕົນໄປນານດົນ ຄັນເຫັນບຸຣຸສຜູ້ໜຶ່ງ ຫາກໍໄປຈາກບ້ານຫຼືເມືອງຂອງຕົນ ເຂົາຍ່ອມຖາມບຸຣຸສນັ້ນ ເຖິງຄວາມກະເສມ ຄວາມມີອາຫາຣງ່າຍ ຄວາມປາສະຈາກໂຣຄາຂອງບ້ານນັ້ນ ເມືອງນັ້ນ, ບຸຣຸສນັ້ນກໍບອກໃຫ້. ສຸນັກຂັຕຕະ ! ເຈົ້າຈະເຂົ້າໃຈວ່າແນວໃດ : ເຂົາຍ່ອມຟັງດ້ວຍດີ ຍ່ອມງ່ຽງຫູຟັງ ຕໍ່ບຸຣຸສນັ້ນ ຍ່ອມກໍານົດຈິຕເພື່ອຈະຮູ້ ຍ່ອມຄົບບຸຣຸສນັ້ນ ຍ່ອມສົນໃຈດ້ວຍບຸຣຸສນັ້ນ ບໍ່ແມ່ນຫຼື ?

- ອຸປຣິ. ມ. ໑໔/໖໒/໗໐-໗໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ