ສະຕີທີ່ປະກອບດ້ວຍກຳລັງຄືສີນຍ່ອມບໍ່ພິນາດ

ສະຕຣີ

0:00/0:00
(໖) ກໍມາຕຸຄາມຜູ້ປະກອບດ້ວຍຮູບ ແຕ່ບໍ່ປະກອບດ້ວຍສີນ ພວກຍາຕິຍ່ອມຍັງມາຕຸຄາມນັ້ນໃຫ້ພິນາດ ຄືບໍ່ໃຫ້ຢູ່ໃນສະກຸນ

ມາຕຸຄາມຜູ້ປະກອບດ້ວຍຮູບ ແລະໂພຄະ ແຕ່ບໍ່ປະກອບດ້ວຍສີນ ພວກຍາຕິຍ່ອມຍັງມາຕຸຄາມນັ້ນໃຫ້ພິນາດ ຄືບໍ່ໃຫ້ຢູ່ໃນສະກຸນ

ມາຕຸຄາມຜູ້ປະກອບດ້ວຍຮູບ ໂພຄະ ຍາຕິ ແຕ່ບໍ່ປະກອບດ້ວຍສີນ ພວກຍາຕິຍ່ອມຍັງມາຕຸຄາມນັ້ນໃຫ້ພິນາດ ຄືບໍ່ໃຫ້ຢູ່ໃນສະກຸນ

ມາຕຸຄາມຜູ້ປະກອບດ້ວຍຮູບ ໂພຄະ ຍາຕິ ແລະບຸດ ແຕ່ບໍ່ປະກອບດ້ວຍສີນ ພວກຍາຕິຍ່ອມຍັງມາຕຸຄາມນັ້ນໃຫ້ພິນາດ ຄືບໍ່ໃຫ້ຢູ່ໃນສະກຸນ

ແຕ່ເມື່ອມາຕຸຄາມປະກອບດ້ວຍຮູບ ໂພຄະ ຍາຕິ ບຸດ ແລະສີນ ພວກຍາຕິຍ່ອມຍັງມາຕຸຄາມນັ້ນໃຫ້ຢູ່ໃນສະກຸນ ຍ່ອມບໍ່ໃຫ້ພິນາດ

ມາຕຸຄາມຜູ້ປະກອບດ້ວຍສີນ ແຕ່ບໍ່ປະກອບດ້ວຍຮູບ ພວກຍາຕິຍ່ອມຍັງມາຕຸຄາມນັ້ນໃຫ້ຢູ່ໃນສະກຸນ ຍ່ອມບໍ່ໃຫ້ພິນາດ

ກໍມາຕຸຄາມຜູ້ປະກອບດ້ວຍສີນ ແຕ່ບໍ່ປະກອບດ້ວຍໂພຄະ ພວກຍາຕິຍ່ອມຍັງມາຕຸຄາມນັ້ນໃຫ້ຢູ່ໃນສະກຸນ ຍ່ອມບໍ່ໃຫ້ພິນາດ

ມາຕຸຄາມຜູ້ປະກອບດ້ວຍສີນ ແຕ່ບໍ່ປະກອບດ້ວຍຍາຕິ ພວກຍາຕິຍ່ອມຍັງມາຕຸຄາມນັ້ນໃຫ້ຢູ່ໃນສະກຸນ ຍ່ອມບໍ່ໃຫ້ພິນາດ

ມາຕຸຄາມຜູ້ປະກອບດ້ວຍສີນ ແຕ່ບໍ່ປະກອບດ້ວຍບຸດ ພວກຍາຕິຍ່ອມຍັງມາຕຸຄາມນັ້ນໃຫ້ຢູ່ໃນສະກຸນ ຍ່ອມບໍ່ໃຫ້ພິນາດ

(໗) ມາຕຸຄາມເມື່ອແຕກກາຍຕາຍໄປ ຍ່ອມບໍ່ເຂົ້າເຖິງສຸຄະຕິໂລກສະຫວັນເພາະຮູບເປັນເຫດ ເພາະໂພຄະເປັນເຫດ ເພາະຍາຕິເປັນເຫດ ຫຼືເພາະບຸດເປັນເຫດ ແຕ່ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນເພາະກຳລັງຄືສີນເປັນເຫດ
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ