ນິດເທສະ 1 ວ່າດ້ວຍປະເພດແລະອາການແຫ່ງທຸກຕາມຫຼັກທົ່ວໄປ (ມີ 12 ເລື່ອງ)

ອະຣິຍະສັດ 4

0:00/0:00
ຄວາມເກີດ

ພິກຂຸ ທ. ! ຄວາມເກີດ ເປັນແນວໃດໜໍ ? ພິກຂຸ ທ. ! ການເກີດ ການກໍາເນີດ ການກ້າວລົງ (ສູ່ຄັນ) ການບັງເກີດ ການບັງເກີດໂດຍຍິ່ງ ຄວາມປາກົດຂອງຂັນທ໌ທັງຫຼາຍ ການທີ່ສັຕໄດ້ຊຶ່ງອາຍະຕະນະທັງຫຼາຍ ໃນສັຕນິກາຍນັ້ນໆ ຂອງສັຕເຫຼົ່ານັ້ນໆ; ນີ້ເອີ້ນວ່າ ຄວາມເກີດ.
- ມຫາ. ທີ. ໑໐/໓໔໑/໒໙໕.

ຄວາມແກ່

ພິກຂຸ ທ. ! ຄວາມແກ່ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມແກ່ ຄວາມຜຸຜຸ່ຍ ຄວາມມີແຂ້ວຫຼ່ອນ ຄວາມມີຜົມຫງອກ ຄວາມມີໜັງຫ່ຽວ ຄວາມເສື່ອມໄປແຫ່ງອາຍຸ ຄວາມແກ່ຮອບແຫ່ງອິນຊີທັງຫຼາຍ ໃນສັຕນິກາຍນັ້ນໆ ຂອງສັຕເຫຼົ່ານັ້ນໆ; ນີ້ເອີ້ນວ່າ ຄວາມແກ່.
- ມຫາ. ທີ. ໑໐/໓໔໑/໒໙໕.

ຄວາມຕາຍ

ພິກຂຸ ທ. ! ຄວາມຕາຍ ເປັນແນວໃດໜໍ ? ພິກຂຸ ທ. ! ການຈຸຕິ ຄວາມເຄື່ອນ ການແຕກສະຫຼາຍໄປ ການຫາຍໄປ ການວາຍຊີບ ການຕາຍ ການທໍາກາລະ ການແຕກແຫ່ງຂັນທ໌ທັງຫຼາຍ ການປະຖິ້ມຮ່າງ ການຂາດແຫ່ງອິນຊີຄືຊີວິຕ ຈາກສັຕນິກາຍນັ້ນໆ ຂອງສັຕເຫຼົ່ານັ້ນໆ; ນີ້ເອີ້ນວ່າ ຄວາມຕາຍ.
- ມຫາ. ທີ. ໑໐/໓໔໑/໒໙໕.

ຄວາມໂສກ

ພິກຂຸ ທ. ! ຄວາມໂສກ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມໂສກ ຄວາມເສົ້າ ຄວາມເປັນຜູ້ເສົ້າ ຄວາມໂສກກຸ້ມກັດ ຄວາມໂສກສຸມກຸ້ມກັດຂອງບຸຄຄົລຜູ້ປະເຊີນແລ້ວ ດ້ວຍຄວາມວິບັດແນວໃດແນວໜຶ່ງ ອັນຄວາມທຸກຂ໌ຊະນິດໃດຊະນິດໜຶ່ງກະທົບແລ້ວ; ນີ້ເອີ້ນວ່າ ຄວາມໂສກ.
- ມຫາ. ທີ. ໑໐/໓໔໑/໒໙໕.

ຄວາມຮໍ່າໄຮລໍາພັນ

ພິກຂຸ ທ. ! ຄວາມຮໍ່າໄຮລໍາພັນ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມຄໍ່າຄວນ ຄວາມຮໍ່າໄຮລໍາພັນ ການຄໍ່າຄວນ ການຮໍ່າໄຮລໍາພັນ ຄວາມເປັນຜູ້ຄໍ່າຄວນ ຄວາມເປັນຜູ້ຮໍ່າໄຮລໍາພັນຂອງບຸຄຄົລຜູ້ປະເຊີນແລ້ວ ດ້ວຍຄວາມວິບັດແນວໃດແນວໜຶ່ງ ອັນຄວາມທຸກຂ໌ຊະນິດໃດຊະນິດໜຶ່ງກະທົບແລ້ວ; ນີ້ເອີ້ນວ່າ ຄວາມຮໍ່າໄຮລໍາພັນ.
- ມຫາ. ທີ. ໑໐/໓໔໑/໒໙໕.

ຄວາມທຸກຂ໌ກາຍ

ພິກຂຸ ທ. ! ຄວາມທຸກຂ໌ກາຍ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມທົນໄດ້ຍາກທີ່ເປັນໄປທາງກາຍ ຄວາມບໍ່ຜາສຸຂທີ່ເປັນໄປທາງກາຍ ຄວາມທົນໄດ້ຍາກ ຄວາມຮູ້ສຶກອັນບໍ່ຜາສຸຂ ທີ່ເກີດແຕ່ຄວາມກະທົບທາງກາຍ; ນີ້ເອີ້ນວ່າ ຄວາມທຸກຂ໌ກາຍ.
- ມຫາ. ທີ. ໑໐/໓໔໒/໒໙໕.

ຄວາມທຸກຂ໌ໃຈ

ພິກຂຸ ທ. ! ຄວາມທຸກຂ໌ໃຈ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມທົນໄດ້ຍາກທີ່ເປັນໄປທາງໃຈ ຄວາມບໍ່ຜາສຸຂທີ່ເປັນໄປທາງໃຈ ຄວາມທົນໄດ້ຍາກຄວາມຮູ້ສຶກອັນບໍ່ຜາສຸຂ ທີ່ເກີດແຕ່ຄວາມຄວາມກະທົບທາງໃຈ; ນີ້ເອີ້ນວ່າ ຄວາມທຸກຂ໌ໃຈ.
- ມຫາ. ທີ. ໑໐/໓໔໒/໒໙໕.

ຄວາມຄັບແຄ້ນໃຈ

ພິກຂຸ ທ. ! ຄວາມຄັບແຄ້ນໃຈ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມກຸ້ມໃຈ ຄວາມຄັບໃຈ ຄວາມເປັນຜູ້ກຸ້ມໃຈ ຄວາມເປັນຜູ້ຄັບໃຈ ຂອງບຸຄຄົລຜູ້ປະເຊີນແລ້ວ ດ້ວຍຄວາມວິບັດເຍື່ອງໃດເຍື່ອງໜຶ່ງ ອັນຄວາມທຸກຂ໌ຊະນິດໃດຊະນິດໜຶ່ງກະທົບແລ້ວ; ນີ້ເອີ້ນວ່າ ຄວາມຄັບແຄ້ນໃຈ.
- ມຫາ. ທີ. ໑໐/໓໔໒/໒໙໕໕.

ຄວາມປະສົບດ້ວຍສິ່ງບໍ່ເປັນທີ່ຮັກ

ພິກຂຸ ທ. ! ຄວາມປະສົບດ້ວຍສິ່ງບໍ່ເປັນທີ່ຮັກເປັນທຸກຂ໌ ເປັນແນວໃດໜໍ ?ພິກຂຸ ທ. ! ຮູບ ສຽງ ກິ່ນ ຣົສ ໂຜຕຖັພພະເຫຼົ່າໃດ ໃນໂລກນີ້ ທີ່ບໍ່ໜ້າປາຖະໜາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ມີແກ່ຜູ້ນັ້ນ ຫຼືວ່າຊົນເຫຼົ່າໃດ ເປັນຜູ້ບໍ່ຫວັງປະໂຍຊນ໌ ບໍ່ຫວັງຄວາມເກື້ອກູນ ບໍ່ຫວັງຄວາມຜາສຸຂ ບໍ່ຫວັງຄວາມກະເສມຈາກເຄື່ອງຜູກມັດຕໍ່ເຂົາ, ການຕ້ອງໄປດ້ວຍກັນ ການຕ້ອງມາດ້ວຍກັນການຕ້ອງຢູ່ຮ່ວມກັນ ຄວາມຄະລົນກັບອາຣົມ ຫຼືບຸຄຄົລເຫຼົ່ານັ້ນ; ນີ້ເອີ້ນວ່າ ຄວາມປະສົບດ້ວຍສິ່ງບໍ່ເປັນທີ່ຮັກເປັນທຸກຂ໌.
- ມຫາ. ທີ. ໑໐/໓໔໒/໒໙໕.

ຄວາມພັດພາກຈາກສິ່ງເປັນທີ່ຮັກ

ພິກຂຸ ທ. ! ຄວາມພັດພາກຈາກສິ່ງເປັນທີ່ຮັກເປັນທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ຮູບ ສຽງ ກິ່ນ ຣົສ ໂຜຕຖັພພະເຫຼົ່າໃດ ໃນໂລກນີ້ ທີ່ໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈມີແກ່ຜູ້ນັ້ນ ຫຼືວ່າຊົນເຫຼົ່າໃດເປັນຜູ້ຫວັງປະໂຍຊນ໌ ຫວັງຄວາມເກື້ອກູນ ຫວັງຄວາມຜາສຸຂ ຫວັງຄວາມກະເສມຈາກເຄື່ອງຜູກມັດຕໍ່ເຂົາ ເຊັ່ນມານດາບິດາ ອ້າຍນ້ອງຊາຍ ເອື້ອຍນ້ອງຍິງ ມິຕ ອາມາດ ຍາດສາຍໂລຫິດກໍຕາມ, ການບໍ່ໄດ້ໄປຮ່ວມກັນ ການບໍ່ໄດ້ມາຮ່ວມກັນ ການບໍ່ໄດ້ຢູ່ຮ່ວມກັນ ຄວາມບໍ່ໄດ້ຄະລົນກັນກັບອາຣົມ ຫຼືບຸຄຄົລເຫຼົ່ານັ້ນ; ນີ້ເອີ້ນວ່າ ຄວາມພັດພາກຈາກສິ່ງເປັນທີ່ຮັກເປັນທຸກຂ໌.
- ມຫາ. ທີ. ໑໐/໓໔໒/໒໙໕.

ຄວາມປາຖະໜາເຍື່ອງໃດແລ້ວບໍ່ໄດ້ເຍື່ອງນັ້ນ

ພິກຂຸ ທ. ! ຄວາມປາຖະໜາເຍື່ອງໃດແລ້ວບໍ່ໄດ້ເຍື່ອງນັ້ນເປັນທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ສັຕທັງຫຼາຍ ຜູ້ມີຄວາມເກີດເປັນທັມມະດາ ຍ່ອມເກີດຄວາມປາຖນາຂຶ້ນວ່າ “ໂອໜໍ ! ຂໍເຮົາບໍ່ຄວນເປັນຜູ້ມີຄວາມເກີດເປັນທັມມະດາ ແລະຄວາມເກີດໜໍ ກໍຈົ່ງຢ່າມີມາເຖິງເຮົາເລີຍ” ດັ່ງນີ້, ຂໍ້ນີ້ບໍ່ແມ່ນສິ່ງທີ່ສັຕຈະບັນລຸໄດ້ດ້ວຍຄວາມປາຖະໜາ; ນີ້ເອີ້ນວ່າ ຄວາມປາຖະໜາເຍື່ອງໃດ ແລ້ວບໍ່ໄດ້ເຍື່ອງນັ້ນເປັນທຸກຂ໌.

ພິກຂຸ ທ. ! ສັຕທັງຫຼາຍ ຜູ້ມີຄວາມແກ່ເປັນທັມມະດາ ຍ່ອມເກີດຄວາມປາຖນາຂຶ້ນວ່າ “ໂອໜໍ ! ຂໍເຮົາບໍ່ຄວນເປັນຜູ້ມີຄວາມແກ່ເປັນທັມມະດາ ແລະຄວາມແກ່ໜໍ ກໍຈົ່ງຢ່າມີມາເຖິງເຮົາເລີຍ” ດັ່ງນີ້, ຂໍ້ນີ້ ບໍ່ແມ່ນສິ່ງທີ່ສັຕຈະບັນລຸໄດ້ ດ້ວຍຄວາມປາຖນາ; ແມ່ນນີ້ກໍເອີ້ນວ່າ ຄວາມປາຖນາເຍື່ອງໃດ ແລ້ວບໍ່ໄດ້ເຍື່ອງນັ້ນເປັນທຸກຂ໌.

ພິກຂຸ ທ. ! ສັຕທັງຫຼາຍ ຜູ້ມີຄວາມຕາຍເປັນທັມມະດາ ຍ່ອມເກີດຄວາມປາຖະໜາຂຶ້ນວ່າ “ໂອໜໍ ! ຂໍເຮົາບໍ່ຄວນເປັນຜູ້ມີຄວາມຕາຍເປັນທັມມະດາ ແລະ ຄວາມຕາຍໜໍ ກໍຈົ່ງຢ່າມີມາເຖິງເຮົາເລີຍ” ດັ່ງນີ້, ຂໍ້ນີ້ ບໍ່ແມ່ນສິ່ງທີ່ສັຕຈະບັນລຸໄດ້ ດ້ວຍຄວາມປາຖະໜາ; ແມ່ນນີ້ກໍເອີ້ນວ່າ ຄວາມປາຖະໜາເຍື່ອງໃດ ແລ້ວບໍ່ໄດ້ເຍື່ອງນັ້ນເປັນທຸກຂ໌.

ພິກຂຸ ທ. ! ສັຕທັງຫຼາຍຜູ້ມີຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈເປັນທັມມະດາ ຍ່ອມເກີດຄວາມປາຖນາຂຶ້ນວ່າ “ໂອໜໍ ! ຂໍເຮົາບໍ່ຄວນເປັນຜູ້ມີຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈເປັນທັມມະດາ ແລະຄວາມໂສກ ຄວາມຮໍ່າໄຮ ລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈໜໍ ກໍຈົ່ງຢ່າມີມາເຖິງເຮົາເລີຍ” ດັ່ງນີ້, ຂໍ້ນີ້ ບໍ່ແມ່ນສິ່ງທີ່ສັຕຈະບັນລຸໄດ້ ດ້ວຍຄວາມປາຖນາ; ແມ່ນນີ້ ກໍເອີ້ນວ່າ ຄວາມປາຖະໜາເຍື່ອງໃດ ແລ້ວບໍ່ໄດ້ເຍື່ອງນັ້ນເປັນທຸກຂ໌.
- ມຫາ. ທີ. ໑໐/໓໔໓/໒໙໕.

ປັນຈຸປາທານຂັນທ໌

ພິກຂຸ ທ. ! ກ່າວໂດຍສະຫຼຸບແລ້ວ ປັນຈຸປາທານຂັນທ໌ເປັນໂຕທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ປັນຈຸປາທານຂັນທ໌ ໄດ້ແກ່ສິ່ງເຫຼົ່ານີ້ຄື ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ຮູບ, ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ເວທະນາ, ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ສັນຍາ, ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມ ຢຶດໝັ້ນຄື ສັງຂາຣ, ແລະຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ວິນຍານ; ເຫຼົ່ານີ້ແລເອີ້ນວ່າ ກ່າວໂດຍສະຫຼຸບແລ້ວ ປັນຈຸປາທານຂັນທ໌ເປັນຕົວທຸກຂ໌.
- ມຫາ. ທີ. ໑໐/໓໔໓/໒໙໕.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ