ຫຼັກທີ່ຄວນຮູ້ກ່ຽວກັບທຸກ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ຂໍ້ທີ່ເຮົາກ່າວວ່າ “ຈົ່ງຮູ້ຈັກທຸກຂ໌, ຈົ່ງຮູ້ຈັກເຫຕເປັນແດນເກີດຂອງທຸກຂ໌, ຈົ່ງຮູ້ຈັກຄວາມເປັນຕ່າງໆກັນຂອງທຸກຂ໌, ຈົ່ງຮູ້ຈັກຜົລຂອງທຸກຂ໌, ຈົ່ງຮູ້ຈັກຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແລະຈົ່ງຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ນັ້ນ, ຂໍ້ນັ້ນເຮົາກ່າວໝາຍເຖິງ ອັນໃດໜໍ ?

ພິກຂຸ ທ. ! ຂໍ້ນັ້ນ ເຮົາກ່າວໝາຍເຖິງ ຄວາມເກີດ ເປັນທຸກຂ໌, ຄວາມແກ່ ເປັນທຸກຂ໌, ຄວາມເຈັບໄຂ້ ເປັນທຸກຂ໌, ຄວາມຕາຍ ເປັນທຸກຂ໌, ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄນໃຈ ເປັນທຸກຂ໌, ຄວາມປາຖນາເຍື່ອງໃດແລ້ວບໍ່ໄດ້ເຍື່ອງນັ້ນ ເປັນທຸກຂ໌ ; ກ່າວໂດຍສະຫຼຸບແລ້ວ ປັນຈຸປາທານຂັນທ໌ ເປັນທຸກຂ໌.

ພິກຂຸ ທ. ! ເຫຕເປັນແດນເກີດຂອງທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ຕັນຫາ ເປັນເຫຕເປັນແດນເກີດຂອງທຸກຂ໌.

ພິກຂຸ ທ. ! ຄວາມເປັນຕ່າງໆກັນຂອງທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ທຸກຂ໌ ທີ່ມີປະມານຍິ່ງມີຢູ່, ທີ່ມີປະມານໜ້ອຍໆມີຢູ່, ທີ່ຄາຍຊ້າມີຢູ່, ແລະທີ່ຄາຍໄວມີຢູ່. ພິກຂຸ ທ. ! ນີ້ ເອີ້ນວ່າ ຄວາມເປັນຕ່າງໆກັນຂອງທຸກຂ໌.

ພິກຂຸ ທ. ! ຜົລຂອງທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົລບາງຄົນໃນໂລກນີ້ຖືກຄວາມທຸກຂ໌ ຊະນິດໃດສຸບງໍາແລ້ວ ມີຈິຕອັນຄວາມທຸກຂ໌ບີບຮັດແລ້ວ ຍ່ອມໂສກເສົ້າ ຍ່ອມຣະທົມໃຈ ຄໍ່າຄວນ ຕີເອິກຮ້ອງໄຫ້ ຍ່ອມເຖິງຄວາມຫຼົງໄຫຼ ; ຫຼືວ່າຖືກຄວາມທຸກຂ໌ ຊະນິດໃດສຸບງໍາແລ້ວ ມີຈິຕອັນຄວາມທຸກຂ໌ບີບຮັດແລ້ວ ຍ່ອມເຖິງການສະແຫວງຫາທີ່ເພິ່ງພາຍນອກວ່າ “ໃຜໜໍ ຍ່ອມຮູ້ວິທີເພື່ອຄວາມດັບບໍ່ເຫຼືອແຫ່ງທຸກຂ໌ນີ້ ຈັກວິທີໜຶ່ງ ຫຼືສອງວິທີ” ດັ່ງນີ້. ພິກຂຸ ທ. ! ເຮົາກ່າວວ່າ ຄວາມທຸກຂ໌ ມີຄວາມຫຼົງໄຫຼ ເປັນຜົລ ຫຼືບໍ່ດັ່ງນັ້ນ ກໍມີການສະແຫວງຫາທີ່ເພິ່ງພາຍນອກເປັນຜົລ. ພິກຂຸ ທ. ! ນີ້ ເອີ້ນວ່າ ຜົລຂອງທຸກຂ໌.

ພິກຂຸ ທ. ! ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ມີໄດ້ ເພາະຄວາມດັບບໍ່ເຫຼືອຂອງ ຕັນຫາ.

ພິກຂຸ ທ. ! ອະຣິຍະມັຄຄະມີອົງຄ໌ ໘ ນີ້ ນັ້ນເອງ ເປັນ ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ໄດ້ແກ່ ຄວາມເຫັນຖືກຕ້ອງ ; ຄວາມດໍາຣິຖືກຕ້ອງ ; ການເວົ້າຈາຖືກຕ້ອງ ; ການທໍາການງານຖືກຕ້ອງ ; ການລ້ຽງຊີວິຕຖືກຕ້ອງ ; ຄວາມພາກພຽນຖືກຕ້ອງ ; ຄວາມລະນຶກຖືກຕ້ອງ ; ຄວາມຕັ້ງໃຈໝັ້ນຖືກຕ້ອງ...

ພິກຂຸ ທ. ! ຄໍາໃດ ທີ່ເຮົາກ່າວວ່າ “ຈົ່ງຮູ້ຈັກທຸກຂ໌, ຈົ່ງຮູ້ຈັກເຫຕເປັນແດນເກີດຂອງທຸກຂ໌, ຈົ່ງຮູ້ຈັກຄວາມເປັນຕ່າງໆກັນຂອງທຸກຂ໌, ຈົ່ງຮູ້ຈັກຜົລຂອງທຸກຂ໌, ຈົ່ງຮູ້ຈັກຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແລະຈົ່ງຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ ນັ້ນ, ເຮົາກ່າວໝາຍເຖິງຄວາມຂໍ້ນີ້ ແລ.

- ສັກກ. ອັງ. ໒໒/໔໖໔/໓໓໔.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ