ກາມປຽບດ້ວຍຂຸມຖ່ານໄຟ

ສັງໂຍດ

0:00/0:00
ຄະຫະດໍດີ ! ປຽບເໝືອນຂຸມຖ່ານໄຟ ເລິກສໍ່າບຸຣຸສໜຶ່ງ ເຕັມດ້ວຍຖ່ານໄຟທີ່ປາສະຈາກແປວໄຟ ແລະປາສະຈາກຄວັນ. ຄັ້ງນັ້ນ ບຸຣຸສຜູ້ໜຶ່ງ ຜູ້ຕ້ອງການເປັນຢູ່ ບໍ່ຢາກຕາຍ ຮັກສຸຂ ໜ່າຍທຸກຂ໌ ມາສູ່ບ່ອນນັ້ນ. ແລະມີບຸຣຸສທີ່ມີກໍາລັງແຮງອີກສອງຄົນ ຈັບບຸຣຸສນັ້ນ ທີ່ແຂນແຕ່ລະຂ້າງ ແລ້ວດຶງລາກພາໄປ ຍັງຂຸມຖ່ານໄຟ.

ຄະຫະດໍດີ ! ທ່ານຈະສຳຄັນຄວາມຂໍ້ນັ້ນວ່າແນວໃດ ? ບຸຣຸສນັ້ນ ຈະບໍ່ບິດໂຕ ດີ້ນໄປທາງນັ້ນທາງນີ້ແດ່ ແລຫຼື ?

“ຫາບໍ່ໄດ້ ຂ້ານ້ອຍ !” ເພາະເຫຕໃດ ? “ເພາະເຫຕວ່າ ບຸຣຸສນັ້ນ ຮູ້ຢູ່ວ່າຖ້າເຮົາຈະຕົກລົງໄປ ສູ່ຂຸມຖ່ານໄຟນີ້ ເຊັ່ນໃດ, ເຮົາກໍຈະເຖິງຊຶ່ງຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍ ເພາະຂໍ້ນັ້ນເປັນເຫຕ ຂ້ານ້ອຍ !” ດັ່ງນີ້.

ຄະຫະດໍດີ ! ດ້ວຍເຫຕນີ້ແຫຼະ ສາວົກຂອງພຣະອະຣິຍະເຈົ້າ ຍ່ອມພິຈາຣະນາເຫັນ ໂດຍແຈ່ມແຈ້ງດັ່ງນີ້ວ່າ “ກາມທັງຫຼາຍ ອັນພຣະຜູ້ມີພຣະພາຄເຈົ້າຕຣັດແລ້ວ ວ່າມີອຸປະມາດ້ວຍຂຸມຖ່ານໄຟ ເປັນສິ່ງທີ່ໃຫ້ເກີດແຫ່ງທຸກຂ໌ຫຼາຍ ເຮັດໃຫ້ຄັບແຄ້ນໃຈຫຼາຍ ແລະມີໂທດຢ່າງຍິ່ງ” ດັ່ງນີ້. ຄັນເຫັນກາມນັ້ນ ດ້ວຍປັນຍາອັນຖືກຕ້ອງ ຕາມທີ່ເປັນຈິງເຊັ່ນນີ້ແລ້ວ ກໍເວັ້ນເສຍໂດຍເດັດຂາດ ຊຶ່ງຄວາມເພັ່ງມີປະການຕ່າງໆ ອັນອາໄສອາຣົມຕ່າງໆ (ກາມະຄຸນທັງຫ້າ) ແລ້ວຈະເຣີນ ຊຶ່ງຄວາມເພັ່ງອັນດຽວ ອັນອາໄສອາຣົມອັນດຽວ (ເຊັ່ນອຸເປກຂາ ທີ່ເປັນອົງຄ໌ຂອງຈະຕຸຕຖະຊານ) ອັນເປັນທີ່ດັບສະນິດ ບໍ່ມີສ່ວນເຫຼືອຂອງອຸປາທານ ອັນມີຢູ່ໃນເຫຍື່ອໂລກ ໂດຍປະການທັງປວງ ແລ.

- ມ. ມ. ໑໓/໔໓/໕໐.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ