ບໍ່ອາດລະຣາຄະ ໂທສະ ໂມຫະ ກໍເພາະຫຼົງ ໃນສັນໂຍຊະນິຢະທັມ
ສັງໂຍດ
ພິກຂຸ ທ. ! ທັມ ໒ ຢ່າງເຫຼົ່ານີ້ ມີຢູ່. ສອງຢ່າງອັນໃດໜໍ ? ສອງຢ່າງຄືຄວາມເປັນຜູ້ມົວແຕ່ເຫັນເປັນຂອງດຶງດູດໃຈໃນສັນໂຍຊະນິຢະທັມທັງຫຼາຍ ຢ່າງໜຶ່ງ ແລະຄວາມເປັນຜູ້ຕາມເຫັນຄວາມເປັນຂອງໜ້າເບື່ອໜ່າຍ ໃນສັນໂຍຊະນິຢະທັມ (ທັມອັນເປັນເຄື່ອງຜູກພັນ) ທັງຫຼາຍ ນີ້ ອີກຢ່າງໜຶ່ງ.
ພິກຂຸ ທ. ! ບຸຄຄົລ ຜູ້ມົວແຕ່ເຫັນເປັນຂອງດຶງດູດໃຈ ໃນສັນໂຍຊະນິຢະທັມ (ກາມະຄຸນຫ້າ ໆລໆ) ທັງຫຼາຍຢູ່ ຍ່ອມລະຣາຄະບໍ່ໄດ້ ລະໂທສະບໍ່ໄດ້ ລະໂມຫະບໍ່ໄດ້. ເພາະລະຣາຄະ ໂທສະ ໂມຫະບໍ່ໄດ້ ຍ່ອມບໍ່ພົ້ນຈາກຊາດ ຊະຣາມະຣະນະ ໂສກະ ປະຣິເທວະ ທຸກຂະໂທມະນັດສະ ແລະອຸປາຍາສະ ; ເຮົາກ່າວວ່າ ຍ່ອມບໍ່ພົ້ນຈາກທຸກຂ໌.
ພິກຂຸ ທ. ! ບຸຄຄົລ ຜູ້ຕາມເຫັນຄວາມເປັນຂອງໜ້າເບື່ອໜ່າຍ ໃນສັນໂຍຊະນິຢະທັມທັງຫຼາຍຢູ່ ຍ່ອມລະຣາຄະໄດ້ ຍ່ອມລະໂທສະໄດ້ ຍ່ອມລະໂມຫະໄດ້. ເພາະລະຣາຄະ ໂທສະ ໂມຫະໄດ້ ຍ່ອມພົ້ນຈາກຊາດ ຊະຣາ ມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະແລະອຸປາຍາສະ; ເຮົາກ່າວວ່າ ຍ່ອມພົ້ນຈາກທຸກຂ໌ໄດ້.
ພິກຂຸ ທ. ! ນີ້ແຫຼະ ຄືທັມ ໒ ຢ່າງ.
- ທຸກ. ອັງ. ໒໐/໖໕/໒໕໒.