ເຫດປັດໄຈໃຫ້ທານມີອານິສົງຫຼາຍ

ຄູ່ສົມຣົດ

0:00/0:00
ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ ນ ຝັ່ງສະລະໂບກຂະລະນີຄັກຄະລາ ໃກ້ເມືອງຈັມປາ ຄັ້ງນັ້ນອຸບາສົກຊາວເມືອງຈັມປາ ເຂົ້າໄປຫາທ່ານພຣະສາລີບຸດ ເພື່ອຂໍຟັງທຳມະຂອງພຣະຜູ້ມີພຣະພາກ ພຣະສາລີບຸດຈຶ່ງໃຫ້ມາຟັງທຳມະໃນວັນອຸໂບສະຖະ

ຄັ້ນເຖິງວັນອຸໂບສະຖະ ທ່ານພຣະສາລີບຸດພ້ອມດ້ວຍອຸບາສົກຊາວເມືອງຈັມປາ ໄດ້ເຂົ້າໄປຖວາຍພຣະຜູ້ມີພຣະພາກເຈົ້າ ກຣາບທູນຖາມວ່າອັນໃດເປັນເຫດປັດໄຈທີ່ເຮັດໃຫ້ທານທີ່ໃຫ້ແລ້ວ ມີຜົນຫຼາຍ ມີອານິສົງຫຼາຍ ພຣະຜູ້ມີພຣະພາກຊີ້ແຈງຕອບດັ່ງນີ້

**ບຸກຄົນບາງຄົນໃຫ້ທານດ້ວຍຫວັງຜົນຂອງທານ** ມຸ່ງການສັ່ງສົມການໃຫ້ທານ ໃຫ້ທານດ້ວຍຄິດວ່າຕາຍໄປແລ້ວຈະໄດ້ເສວຍຜົນຂອງທານນີ້ ເມື່ອຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຈາຕຸມະຫາລາຊ ເມື່ອສິ້ນກັມ ຍັງເປັນຜູ້ກັບມາ

**ສ່ວນບຸກຄົນບາງຄົນບໍ່ມີຫວັງໃຫ້ທານ** ບໍ່ມີຈິດຜູກພັນໃນຜົນໃຫ້ທານ ບໍ່ມຸ່ງການສັ່ງສົມໃຫ້ທານ ບໍ່ຄິດວ່າ ຕາຍໄປແລ້ວຈັກໄດ້ເສວຍຜົນທານນີ້ ແລ້ວໃຫ້ທານ ແຕ່ໃຫ້ທານດ້ວຍຄິດວ່າ

**ການໃຫ້ທານເປັນສິ່ງທີ່ດີ** ເມື່ອຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນດາວດຶງ ເມື່ອສິ້ນກັມ ຍັງເປັນຜູ້ກັບມາ

**ເປັນການຮັກສາປະເພນີທີ່ບິດາມານາຕາປູ່ຍ່າເຄີຍເຮັດມາ** ເມື່ອຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຍາມາ ເມື່ອສິ້ນກັມ ຍັງເປັນຜູ້ກັບມາ

**ສະມະນະແລະພາມະນະບໍ່ໄດ້ຫຸງຫາກິນ ສ່ວນເຮົາຫຸງຫາກິນໄດ້ ຈຶ່ງສົມຄວນໃຫ້ທານແກ່ທ່ານ** ເມື່ອຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນດຸສິດ ເມື່ອສິ້ນກັມ ຍັງເປັນຜູ້ກັບມາ

**ຈະແຈກທານ ເໝືອນລືເສີ ບູຊາມະຫາຍັນ** ເມື່ອຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນນິມມານະລະດີ ເມື່ອສິ້ນກັມ ຍັງເປັນຜູ້ກັບມາ

**ເມື່ອໃຫ້ທານ ຈິດເລື່ອມໃສ ເກີດຄວາມປລື້ມໃຈແລະໂສມະນັດ** ເມື່ອຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນປະລະນິມມິດວະສະວັດດີ ເມື່ອສິ້ນກັມ ຍັງເປັນຜູ້ກັບມາ

**ໃຫ້ທານເປັນເຄື່ອງປຸງແຕ່ງຈິດ** ເມື່ອຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນພອມ ເມື່ອສິ້ນກັມ ເປັນຜູ້ບໍ່ຕ້ອງກັບມາ

**ອ້າງອິງ**
ທານສູດ ພຣະໄຕຣະປິຕົກສະບັບຫຼວງ ເຫລັ້ມທີ່ ໒໓ ຂໍ້ທີ່ ໔໙ ໜ້າ ໕໔-໕໗
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ