ຊົງບັນຍັດສັດຈະບໍ່ເຂົ້າໃຜອອກໃຜ
ອະຣິຍະສັດ 4
ພິກຂຸ ທ. ! ທັງໃນກາລກ່ອນ ແລະບັດນີ້, ເຮົາຍ່ອມບັນຍັຕແຕ່ຄວາມທຸກຂ໌ ແລະຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເທົ່ານັ້ນ. ພິກຂຸ ທ. ! ຖ້າຫາກວ່າໃນການບັນຍັຕນັ້ນຈະມີຊົນເຫຼົ່າອື່ນມາດ່າຮ້າຍ ເວົ້າເນັບໃສ່ ສຽດສີ ກະທົບກະທັ່ງຕະຖາຄົຕແລ້ວກໍຄວາມອາຄາດ ຄວາມໂຫດຮ້າຍ ຄວາມບໍ່ຍິນດີແຫ່ງຈິຕ ຈະມີແກ່ຕະຖາຄົຕເພາະເຫຕນັ້ນ ກໍຫາບໍ່ໄດ້. ພິກຂຸ ທ. ! ຖ້າຫາກວ່າໃນການບັນຍັຕນັ້ນ ຈະມີຊົນເຫຼົ່າອື່ນມາສັກກາຣະ ເຄົາຣົບນັບຖືບູຊາຕະຖາຄົຕ ກໍຄວາມເພີດເພີນ ຄວາມໂສມະນັດສະ ຄວາມຫຶກເຫີມແຫ່ງຈິຕ ຈະມີແກ່ຕະຖາຄົຕເພາະເຫຕນັ້ນ ກໍຫາບໍ່ໄດ້. ພິກຂຸ ທ. ! ຖ້າຫາກວ່າໃນການບັນຍັຕນັ້ນ ມີຊົນເຫຼົ່າອື່ນມາສັກກາຣະ ເຄົາຣົບ ນັບຖືບູຊາຕະຖາຄົຕແລ້ວ ກໍຄວາມຮູ້ສຶກໃນເລື່ອງນັ້ນ ຍ່ອມເກີດຂຶ້ນແກ່ຕະຖາຄົຕ ວ່າ “ສິ່ງໃດທີ່ເຮົາກໍານົດຮອບຮູ້ແລ້ວ ໃນກາລກ່ອນ ເຮົາຍ່ອມເຮັດໃຫ້ເໝືອນກັບທີ່ເຮົາຮູ້ໃນສິ່ງນັ້ນ” ດັ່ງນີ້.
- ມູ. ມ. ໑໒/໒໗໘/໒໘໖.
- ມູ. ມ. ໑໒/໒໗໘/໒໘໖.








