ເມື່ອປະພຶດຖືກທາງ ກິຣິຍາທີ່ໄປນິບພານ ເບົາສະບາຍເໝືອນໄມ້ໄຫລລ່ອງຕາມນໍ້າ
ອະຣິຍະສັດ 4
ພິກຂຸ ທ. ! ພວກເຈົ້າໄດ້ເຫັນທ່ອນໄມ້ໃຫຍ່ພຸ້ນ ຊຶ່ງໄຫຼລ່ອງມາໂດຍກະແສແມ່ນໍ້າຄົງຄາຫຼືບໍ່ ? ພິກຂຸທັງຫຼາຍ ຂາບທູນວ່າ “ໄດ້ເຫັນແລ້ວ ຂ້ານ້ອຍ !”
ພິກຂຸ ທ. ! ຖ້າທ່ອນໄມ້ນັ້ນຈະບໍ່ເຂົ້າໄປຕິສເສຍທີ່ຝັ່ງໃນ ຫຼືຝັ່ງນອກ, ບໍ່ຈົມເສຍໃນກາງນໍ້າ, ບໍ່ຂຶ້ນໄປຕິດແຫ້ງຢູ່ເທິງບົກ, ບໍ່ຖືກມະນຸສສ໌ຈັບໄວ້, ບໍ່ຖືກອະມະນຸສສ໌ຈັບໄວ້, ບໍ່ຖືກກຽວນໍ້າວົນວົນໄວ້, ບໍ່ຜຸເສຍເອງໃນພາຍໃນແລ້ວ ທ່ອນໄມ້ທີ່ກ່າວເຖິງນີ້ ຈະລ່ອງໄຫຼຊຸອອກໄປສູ່ທະເລ ເພາະເຫຕວ່າສາຍແມ່ນໍ້າຄົງຄາຄ້ອຍຫຼຸບ ຄ້ອຍ ນ້ອມອຽງໄປສູ່ທະເລ, ອຸປະມານີ້ເຊັ່ນໃດ; ພິກຂຸ ທ. ! ອຸປະໄມກໍເຊັ່ນນັ້ນເໝືອນກັນ, ເຖິງແມ່ນພວກເຈົ້າທັງຫຼາຍ : ຖ້າພວກເຈົ້າບໍ່ເຂົ້າໄປຕິສເສຍທີ່ຝັ່ງໃນ, ບໍ່ເຂົ້າໄປຕິສເສຍທີ່ຝັ່ງນອກ, ບໍ່ຈົມເສຍໃນທ່າມກາງ, ບໍ່ຕິດແຫ້ງຢູ່ເທິງບົກ, ບໍ່ຖືກມະນຸສສ໌ຈັບໄວ້, ບໍ່ຖືກອະມະນຸສສ໌ຈັບໄວ້, ບໍ່ຖືກກຽວນໍ້າວົນ ວົນໄວ້, ບໍ່ເນົ່າເສຍເອງໃນພາຍໃນແລ້ວ, ພວກເຈົ້າກໍຈະເລື່ອນໄຫຼໄປສູ່ນິພພານ ເພາະເຫຕວ່າສັມມາທິຕຖິ ມີທຳມະດາທີ່ຄ້ອຍ ຫຼຸບ ນ້ອມອຽງໄປສູ່ນິພພານ ຯລຯ.
ພິກຂຸ ທ. ! ຄໍາວ່າ ‘ຝັ່ງໃນ’ ເປັນຊື່ຂອງອາຍະຕະນະພາຍໃນ ໖ ຢ່າງ ຄໍາວ່າ ‘ຝັ່ງນອກ’ ເປັນຊື່ຂອງອາຍະຕະນະພາຍນອກ ໖ ຢ່າງ. ຄໍາວ່າ ‘ຈົມເສຍໃນທ່າມກາງ’ ເປັນຊື່ຂອງນັນທິຣາຄະ. ຄໍາວ່າ ‘ຂຶ້ນໄປຕິດແຫ້ງຢູ່ເທິງບົກ’ ເປັນຊື່ຂອງອັສສະມິມານະ (ຄວາມສໍາຄັນວ່າເຮົາມີເຮົາເປັນ). ຄໍາວ່າ ‘ຖືກມະນຸສສ໌ຈັບໄວ້’ ໄດ້ແກ່ພິກຂຸໃນກໍລະນີນີ້ ເປັນຜູ້ຄະຣົນດ້ວຍຄະຣືຫັດ ເພີດເພີນດ້ວຍກັນ ໂສກເສົ້າດ້ວຍກັນ, ມີສຸຂເມື່ອຄະຣືຫັດ ເຫຼົ່ານັ້ນມີສຸຂ, ເປັນທຸກຂ໌ເມື່ອຄະຣືຫັດເຫຼົ່ານັ້ນເປັນທຸກຂ໌, ປະກອບການງານໃນກິດຈະການ ທີ່ບັງເກີດຂຶ້ນແກ່ຄະຣືຫັດເຫຼົ່ານັ້ນດ້ວຍຕົນ : ພິກຂຸນີ້ເຮົາເອີ້ນວ່າຜູ້ຖືກມະນຸສສ໌ຈັບໄວ້. ຄໍາວ່າ ‘ຖືກອະມະນຸສສ໌ຈັບໄວ້’ ໄດ້ແກ່ພິກຂຸບາງອົງໃນກໍລະນີນີ້ ປະພຶດພຣົມມະຈັນຣຍ໌ ໂດຍຕັ້ງຄວາມປາຖນາເທບນິກາຍຊັ້ນໃດຊັ້ນໜຶ່ງ ວ່າດ້ວຍສີລນີ້ຫຼືດ້ວຍວັຕນີ້ ຫຼືວ່າດ້ວຍຕະບະນີ້ ເຮົາຈະໄດ້ເປັນເທວະດາຜູ້ມີສັກດາໃຫຍ່ ຫຼືເປັນເທວະດາຜູ້ມີສັກດານ້ອຍ ເຍື່ອງໃດເຍື່ອງໜຶ່ງດັ່ງນີ້ : ພິກຂຸນີ້ເຮົາເອີ້ນວ່າ ຜູ້ຖືກອະມະນຸສສ໌ຈັບໄວ້ ຄໍາວ່າ ‘ຖືກກຽວນໍ້າວົນ ວົນໄວ້’ ເປັນຊື່ຂອງກາມະຄຸນ ໕. ‘ພິກຂຸເປັນຜູ້ເນົ່າເສຍເອງໃນພາຍໃນ’ ຄືແນວໃດໜໍ ? ຄືພິກຂຸບາງອົງໃນກໍລະນີນີ້ ເປັນຄົນທຸສີລມີຄວາມເປັນຢູ່ລາມົກ ບໍ່ສະອາດ ມີຄວາມປະພຶດ ຊະນິດທີ່ຕົນເອງນຶກແລ້ວ ກໍກິນແໜງຕົນເອງ ມີການກະທຳທີ່ຕ້ອງປົກປິດຊຸກເຊື່ອງ ບໍ່ແມ່ນສະມະນະກໍປະຕິນຍາ ວ່າເປັນສະມະນະບໍ່ແມ່ນຄົນປະພຶດພຣົມມະຈັນຣຍ໌ ກໍປະຕິນຍາວ່າ ເປັນຄົນປະພຶດພຣົມມະຈັນຣຍ໌ ເປັນຄົນເນົ່າໃນປຽກຊຸ່ມ ມີສັນຊາດໝັກດອງ ເໝືອນບໍ່(ຂຸມ)ທີ່ຖອກຂີ້ເຫຍື່ອເສດຝອຍ; ພິກຂຸນີ້ເຮົາ ເອີ້ນວ່າຜູ້ເນົ່າເສຍເອງໃນພາຍໃນແລ.
- ສະລາ. ສັງ. ໑໘/໒໒໓-໒໒໔/໓໒໒-໓໒໓.