ພາວະເປັນທີ່ຮັກທີ່ຍິນດີ ເປັນໜາມໃນອະຣິຍະວິໄນນີ້

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ປຽບເໝືອນບຸຣຸສຜູ້ໜຶ່ງ ຈະຍ່ອມເຂົ້າໄປສູ່ປ່າ ທີ່ມີໜາມຫຼາຍ ; ຄືໜາມທາງໜ້າ ຂອງບຸຣຸສນັ້ນກໍມີຢູ່, ໜາມດ້ານຫຼັງກໍມີຢູ່, ໜາມເບື້ອງເໜືອກໍມີຢູ່, ໜາມເບື້ອງໃຕ້ກໍມີຢູ່, ໜາມເບື້ອງລຸ່ມກໍມີຢູ່, ໜາມເບື້ອງເທິງກໍມີຢູ່, ບຸຣຸສນັ້ນຈະຕ້ອງມີສະຕິ ຄ່ອຍໆກ້າວໄປຂ້າງໜ້າ ມີສະຕິ ຄ່ອຍໆຖອຍກັບຫຼັງ ດ້ວຍຄິດຢູ່ວ່າ “ໜາມຢ່າສຽບ ຢ່າແທງເຮົາເລີຍ” ດັ່ງນີ້.

ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ, ພາວະເປັນທີ່ຮັກ ພາວະເປັນທີ່ຍິນດີ (ປິຢະຣູປະສາຕະຣູປະ ຊຶ່ງເປັນທີ່ເກີດ ທີ່ດັບແຫ່ງຕັນຫາ) ໃນໂລກໃດໆ; ພິກຂຸ ທ. ! ປິຍະຣູປະສາຕະຣູປະ ນີ້ເຮົາເອີ້ນວ່າ “ໜາມ ໃນວິນັຍຂອງພຣະອະຣິຍະເຈົ້າ” ດັ່ງນີ້ ແລ.

- ສະລາ. ສັງ. ໑໘/໒໓໔/໓໓໔.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ