ໝົດ "ອາຫານ" ກໍນິບພານ
ທໍາໃນທີສຸດ
ພິກຂຸ ທ. ! ຖ້າບໍ່ມີຣາຄະ ບໍ່ມີນັນທິ ບໍ່ມີຕັນຫາ ໃນອາຫາຣຄືຄໍາເຂົ້າກໍດີ ໃນອາຫາຣຄືຜັສສະກໍດີ ໃນອາຫາຣຄືມະໂນສັນເຈຕະນາກໍດີ ໃນອາຫາຣຄືວິນຍານກໍດີ ແລ້ວນັ້ນ, ວິນຍານ ກໍເປັນສິ່ງທີ່ຕັ້ງຢູ່ບໍ່ໄດ້ ຈະເຣີນງອກງາມຢູ່ບໍ່ໄດ້ ໃນສິ່ງນັ້ນໆ. ວິນຍານຕັ້ງຢູ່ບໍ່ໄດ້ ຈະເຣີນງອກງາມຢູ່ບໍ່ໄດ້ ໃນບ່ອນໃດ, ການກ້າວລົງແຫ່ງນາມຮູບ ຍ່ອມບໍ່ມີໃນບ່ອນນັ້ນ; ການກ້າວລົງແຫ່ງນາມຮູບ ບໍ່ມີໃນບ່ອນໃດ, ຄວາມຈະເຣີນແຫ່ງສັງຂາຣທັງຫຼາຍ ຍ່ອມບໍ່ມີໃນບ່ອນນັ້ນ; ຄວາມຈະເຣີນແຫ່ງສັງຂາຣທັງຫຼາຍ ບໍ່ມີໃນບ່ອນໃດ, ການບັງເກີດໃນພົບໃໝ່ຕໍ່ໄປ ຍ່ອມບໍ່ມີໃນບ່ອນນັ້ນ; ການບັງເກີດໃນພົບໃໝ່ຕໍ່ໄປ ບໍ່ມີໃນບ່ອນໃດ, ຊາດ ຊະຣາ ແລະມະຣະນະຕໍ່ໄປ ຍ່ອມບໍ່ມີໃນບ່ອນນັ້ນ; ຊາດ ຊະຣາ ແລະມະຣະນະຕໍ່ໄປ ບໍ່ມີໃນບ່ອນໃດ, ພິກຂຸ ທ. ! ເຮົາເອີ້ນ “ບ່ອນ” ນັ້ນວ່າເປັນ “ບ່ອນບໍ່ໂສກ ບໍ່ມີທຸລີ ແລະບໍ່ມີຄວາມຄັບແຄ້ນ” ດັ່ງນີ້.
ພິກຂຸ ທ. ! ປຽບເໝືອນເຮືອນຍອດ ຫຼືສາລາເຮືອນຍອດ ທີ່ຕັ້ງຢູ່ທາງທິສເໜືອ ຫຼືໃຕ້ກໍຕາມ ເປັນເຮືອນມີໜ້າຕ່າງ ທາງທິດຕາວັນອອກ. ຄັນດວງອາທິຕຂຶ້ນມາ ແສງສະຫວ່າງ ແຫ່ງດວງອາທິຕສ່ອງເຂົ້າໄປທາງປ່ອງໜ້າຕ່າງ ແລ້ວຈະຕັ້ງຢູ່ ທີ່ສ່ວນໃດ ແຫ່ງເຮືອນນັ້ນໜໍ ?
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ແສງສະຫວ່າງ ແຫ່ງດວງອາທິຕ ຈະປາກົດທີ່ຝາເຮືອນຂ້າງໃນ ດ້ານທິດຕາເວັນຕົກ ຂ້ານ້ອຍ !”
ພິກຂຸ ທ. ! ຖ້າຝາເຮືອນ ທາງທິດຕະວັນຕົກບໍ່ມີເດ໋ ແສງແຫ່ງດວງອາທິຕນັ້ນ ຈະປາກົດຢູ່ບ່ອນໃດ ?
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ແສງສະຫວ່າງ ແຫ່ງດວງອາທິຕນັ້ນ ຈະປາກົດທີ່ພື້ນດິນຂ້ານ້ອຍ !”
ພິກຂຸ ທ. ! ຖ້າພື້ນດິນບໍ່ມີເດ໋ ແສງສະຫວ່າງ ແຫ່ງດວງອາທິຕນັ້ນ ຈະປາກົດບ່ອນໃດ ?
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ແສງສະຫວ່າງ ແຫ່ງດວງອາທິຕນັ້ນ ຈະປາກົດໃນນໍ້າ ຂ້ານ້ອຍ !”
ພິກຂຸ ທ. ! ຖ້ານໍ້າບໍ່ມີເດ໋ ແສງສະຫວ່າງ ແຫ່ງດວງອາທິຕນັ້ນ ຈະປາກົດ
ບ່ອນໃດອີກ ?
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ແສງສະຫວ່າງ ແຫ່ງດວງອາທິຕນັ້ນ ຍ່ອມເປັນສິ່ງ ທີ່ບໍ່ປາກົດແລ້ວ ຂ້ານ້ອຍ !”
ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນແລ : ຖ້າບໍ່ມີຣາຄະ ບໍ່ມີນັນທິ ບໍ່ມີຕັນຫາ ໃນອາຫາຣຄືຄໍາເຂົ້າກໍດີ ໃນອາຫາຣຄືຜັສສະກໍດີ ໃນອາຫາຣຄືມະໂນສັນເຈຕະນາກໍດີ ໃນອາຫາຣຄືວິນຍານກໍດີ ແລ້ວນັ້ນ, ວິນຍານ ກໍເປັນສິ່ງທີ່ຕັ້ງຢູ່ບໍ່ໄດ້ ຈະເຣີນງອກງາມຢູ່ບໍ່ໄດ້ ໃນອາຫາຣຄືຄໍາເຂົ້າ ເປັນຕົ້ນນັ້ນໆ. ວິນຍານຕັ້ງຢູ່ບໍ່ໄດ້ ຈະເຣີນງອກງາມຢູ່ບໍ່ໄດ້ໃນບ່ອນໃດ, ການກ້າວລົງແຫ່ງນາມຮູບ ຍ່ອມບໍ່ມີໃນບ່ອນນັ້ນ; ການກ້າວລົງແຫ່ງນາມຮູບ ບໍ່ມີໃນບ່ອນໃດ, ຄວາມຈະເຣີນແຫ່ງສັງຂາຣທັງຫຼາຍ ຍ່ອມບໍ່ມີໃນບ່ອນນັ້ນ; ຄວາມຈະເຣີນແຫ່ງສັງຂາຣທັງຫຼາຍ ບໍ່ມີໃນບ່ອນໃດ, ການບັງເກີດໃນພົບໃໝ່ຕໍ່ໄປ ຍ່ອມບໍ່ມີໃນບ່ອນນັ້ນ; ການບັງເກີດໃນພົບໃໝ່ຕໍ່ໄປ ບໍ່ມີໃນບ່ອນໃດ, ຊາດ ຊະຣາ ແລະມະຣະນະຕໍ່ໄປ ຍ່ອມບໍ່ມີໃນບ່ອນນັ້ນ; ຊາດ ຊະຣາ ມະຣະນະຕໍ່ໄປ ບໍ່ມີໃນບ່ອນໃດ, ພິກຂຸ ທ. ! ເຮົາເອີນ້ “ບ່ອນ” ນັ້ນວ່າເປັນ “ບ່ອນບໍ່ໂສກ ບໍ່ມີທຸລີ ແລະບໍ່ມີຄວາມຄັບແຄ້ນ” ດັ່ງນີ້,
- ນິທານ. ສັງ. ໑໖/໑໒໔-໑໒໕/໒໔໘-໒໔໙.