ທຸດົງຄະວັດ (ຂໍ້ປະຕິບັດເພື່ອການຂັດເກົາກິເລດ)

ທາງສາຍກາງ

0:00/0:00
ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣຢູ່ປ່າເປັນວັຕ ໕ ຈຳພວກນີ້; ໕ ຈໍາພວກເປັນຢ່າງໃດ? ຄື:
•ພິກຂຸຜູ້ຖືກາຣຢູ່ປ່າເປັນວັຕເພາະຄວາມໂງ່ເຂົາ ເພາະຄວາມຫລົງ;
•ມີຄວາມປາຖນາຊົ່ວ ຖືກຄວາມຢາກຄອບງຳຈຶ່ງຖືກາຣຢູ່ປ່າເປັນວັຕ;
•ຖືກາຣຢູ່ປ່າເປັນວັຕເພາະເປັນບ້າ ເພາະຈິຕຟຸ້ງຊ່ານ;
•ຖືກາຣຢູ່ປ່າເປັນວັຕເພາະຮູ້ວ່າເປັນຄວາມປະພຶຕທີ່ພຣະພຸທທະເຈົ້າແລະສາວົກຂອງພຣະພຸທທະເຈົ້າທັງຫລາຍສັນລະເສີນ;
•ຖືກາຣຢູ່ປ່າເປັນວັຕເພາະອາສັຍຄວາມເປັນຜູ້ມີຄວາມປາຖນານ້ອຍ ຄວາມສັນໂດດ ຄວາມຂັດເກົາ ຄວາມສງັດ ຄວາມເປັນຜູ້ຕ້ອງກາຣດ້ວຍຂໍ້ປະຕິບັຕອັນງົດງາມເຊັ່ນນີ້.
ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣຢູ່ປ່າເປັນວັຕ ໕ ຈໍາພວກນີ້ແລ.

ພິກຂຸທັງຫລາຍ! ບັນດາພິກຂຸຜູ້ຖືກາຣຢູ່ປ່າເປັນວັຕ ໕ ຈຳພວກນີ້ ພິກຂຸຜູ້ຖືກາຣຢູ່ປ່າເປັນວັຕ ເພາະອາສັຍຄວາມເປັນຜູ້ມີຄວາມປາຖນານ້ອຍ ຄວາມສັນໂດດ ຄວາມຂັດເກົາ ຄວາມສງັດ ຄວາມເປັນຜູ້ຕ້ອງກາຣດ້ວຍຂໍ້ປະຕິບັຕອັນງົດງາມເຊັ່ນນີ້ ເປັນຜູ້ເລີດ ເປັນຜູ້ປະເສີດ ເປັນປະທານ ສູງສຸດ ແລະດີກວ່າ.

ປຽບເໝືອນນົມສົດເກີດຈາກແມ່ງົວ ນົມສົ້ມເກີດຈາກນົມສົດ ເນີຍຂຸ້ນເກີດຈາກນົມສົ້ມ ເນີຍໃສເກີດຈາກເນີຍຂຸ້ນ ຫົວເນີຍໃສເກີດຈາກເນີຍໃສ ຫົວເນີຍໃສຊາວໂລກກ່າວກັນວ່າເປັນເລີດໃນຈຳພວກຣົສອັນເກີດຈາກງົວເຫລົ່ານັ້ນ ສັນໃດ; ບັນດາພິກຂຸຜູ້ຖືຢູ່ປ່າເປັນວັຕ ໕ ຈໍາພວກນີ້ ພິກຂຸຜູ້ຖືຢູ່ປ່າເປັນວັຕ ເພາະອາສັຍຄວາມເປັນຜູ້ມີຄວາມປາຖນານ້ອຍ ຄວາມສັນໂດດ ຄວາມຂັດເກົາ ຄວາມສງັດ ຄວາມເປັນຜູ້ຕ້ອງກາຣດ້ວຍຂໍ້ປະຕິບັຕອັນງົດງາມເຊັ່ນນີ້ ເປັນຜູ້ເລີດ ເປັນຜູ້ປະເສີດ ເປັນປະທານ ສູງສຸດ ແລະດີກວ່າ ສັນນັ້ນເໝືອນກັນ.

ພິກຂຸທັງຫລາຍ! ພິກຂຸຜູ້ຖືຜ້າບັງສຸກຸລເປັນວັຕ ໕ ຈຳພວກນີ້ ຯລຯ

ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣຢູ່ເຫງົ້າໄມ້ເປັນວັຕ ໕ ຈໍາພວກນີ້ ຯລຯ

ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣຢູ່ປ່າຊ້າເປັນວັຕ ໕ ຈໍາພວກນີ້ ຯລຯ

ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣຢູ່ໃນທີ່ແຈ້ງເປັນວັຕ ໕ ຈໍາພວກນີ້ ຯລຯ

ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣນັ່ງເປັນວັຕ ໕ ຈໍາພວກນີ້ ຯລຯ

ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣຢູ່ໃນເສນາສະນະຕາມທີ່ທ່ານຈັດໃຫ້ເປັນວັຕ ໕ ຈໍາພວກນີ້ ຯລຯ

ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣນັ່ງສັນໃນອາສະນະດຽວເປັນວັຕ ໕ ຈໍາພວກນີ້ ຯລຯ

ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣຫ້າມພັຕຕາຫາຣທີ່ນຳມາຖວາຍໃນພາຍຫລັງເປັນວັຕ ໕ ຈໍາພວກນີ້ ຯລຯ

ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣສັນສະເພາະໃນບາຕເປັນວັຕ ໕ ຈໍາພວກນີ້; ໕ ຈໍາພວກເປັນຢ່າງໃດ? ຄື:
•ພິກຂຸຜູ້ຖືກາຣສັນສະເພາະໃນບາຕເປັນວັຕເພາະຄວາມໂງ່ເຂົາ ເພາະຄວາມຫລົງ;
•ມີຄວາມປາຖນາຊົ່ວ ຖືກຄວາມຢາກຄອບງຳຈຶ່ງຖືກາຣສັນສະເພາະໃນບາຕເປັນວັຕ;
•ຖືກາຣສັນສະເພາະໃນບາຕເປັນວັຕເພາະເປັນບ້າ ເພາະຈິຕຟຸ້ງຊ່ານ;
•ຖືກາຣສັນສະເພາະໃນບາຕເປັນວັຕເພາະຮູ້ວ່າເປັນຄວາມປະພຶຕທີ່ພຣະພຸທທະເຈົ້າແລະສາວົກຂອງພຣະພຸທທະເຈົ້າທັງຫລາຍສັນລະເສີນ;
•ຖືກາຣສັນສະເພາະໃນບາຕເປັນວັຕເພາະອາສັຍຄວາມເປັນຜູ້ມີຄວາມປາຖນານ້ອຍ ຄວາມສັນໂດດ ຄວາມຂັດເກົາ ຄວາມສງັດ ຄວາມເປັນຜູ້ຕ້ອງກາຣດ້ວຍຂໍ້ປະຕິບັຕອັນງົດງາມເຊັ່ນນີ້.

ພິກຂຸທັງຫລາຍ! ພິກຂຸຜູ້ຖືກາຣສັນສະເພາະໃນບາຕເປັນວັຕ ໕ ຈໍາພວກນີ້ແລ.

ພິກຂຸທັງຫລາຍ! ບັນດາພິກຂຸຜູ້ຖືກາຣສັນສະເພາະໃນບາຕເປັນວັຕ ໕ ຈໍາພວກນີ້ ຜູ້ຖືກາຣສັນສະເພາະໃນບາຕເປັນວັຕເພາະອາສັຍຄວາມເປັນຜູ້ມີຄວາມປາຖນານ້ອຍ ຄວາມສັນໂດດ ຄວາມຂັດເກົາ ຄວາມສງັດ ຄວາມເປັນຜູ້ຕ້ອງກາຣດ້ວຍຂໍ້ປະຕິບັຕອັນງົດງາມເຊັ່ນນີ້ ເປັນຜູ້ເລີດ ເປັນຜູ້ປະເສີດ ເປັນປະທານ ສູງສຸດ ແລະດີກວ່າ.

ປຽບເໝືອນນົມສົດເກີດຈາກແມ່ງົວ ນົມສົ້ມເກີດຈາກນົມສົດ ເນີຍຂຸ້ນເກີດຈາກນົມສົ້ມ ເນີຍໃສເກີດຈາກເນີຍຂຸ້ນ ຫົວເນີຍໃສເກີດຈາກເນີຍໃສ ຫົວເນີຍໃສຊາວໂລກກ່າວກັນວ່າເປັນເລີດໃນຈຳພວກຣົສອັນເກີດຈາກງົວເຫລົ່ານັ້ນ ສັນໃດ; ບັນດາພິກຂຸທີ່ຖືກາຣສັນສະເພາະໃນບາຕເປັນວັຕ ໕ ຈໍາພວກນີ້ ພິກຂຸຜູ້ຖືກາຣສັນສະເພາະໃນບາຕເປັນວັຕ ເພາະອາສັຍຄວາມເປັນຜູ້ມີຄວາມປາຖນານ້ອຍ ຄວາມສັນໂດດ ຄວາມຂັດເກົາ ຄວາມສງັດ ຄວາມເປັນຜູ້ຕ້ອງກາຣດ້ວຍຂໍ້ປະຕິບັຕອັນງົດງາມເຊັ່ນນີ້ ເປັນຜູ້ເລີດ ເປັນຜູ້ປະເສີດ ເປັນປະທານ ສູງສຸດ ແລະດີກວ່າ ສັນນັ້ນເໝືອນກັນ.

(ອີກສາມຂໍ້ບໍ່ປາກົຕເຫັນໃນກຸ່ມພຣະສູຕນີ້ເຊັ່ນ: ກາຣຖືໄຕຣຈີວອຣເປັນວັຕ, ກາຣທ່ຽວບິນທະບາຕເປັນວັຕ, ກາຣຖືບິນທະບາຕຕາມລຳດັບບ້ານເປັນວັຕ)

ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ
ປັນຈະກະ-ສັກກະນິບາຕ ໒໒/໑໙໖-໑໙໘/໑໘໑-໑໙໐
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ