ສັນຍາທີ່ເປັນສ່ວນປະກອບແຫ່ງວິຊາ
ທໍາໃນທີສຸດ
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ ໜ້າ ໗໖໖/ ອຣິຍ. ໂອ. ປາຍ ໜ້າ ໑໑໕໗, ໑໑໕໘, ໑໓໕໐ ເລື່ອງສັນຍາ ໗ ແລະສັນຍາ ໑໐)
ພິກຂຸ ທ. ! ທັມ ໖ ຢ່າງເຫຼົ່ານີ້ ເປັນທັມມີສ່ວນແຫ່ງ ວິຊຊາ (ວິຊຊາພາຄິຢະ). ຫົກຢ່າງແນວໃດໜໍ ? ຫົກຢ່າງຄື ອະນິຈຈະສັນຍາ (ສັນຍາວ່າບໍ່ທ່ຽງ) ອະນິຈເຈທຸກຂະສັນຍາ (ສັນຍາວ່າທຸກຂ໌ໃນສິ່ງທີ່ບໍ່ທ່ຽງ) ທຸກເຂອະນັຕຕະສັນຍາ (ສັນຍາວ່າບໍ່ແມ່ນຕົວຕົນແທ້ໃນສິ່ງແຕກສະຫຼາຍໄດ້) ປະຫານະສັນຍາ (ສັນຍາໃນການລະ) ວິຣາຄະສັນຍາ (ສັນຍາໃນຄວາມຄາຍກໍາໜັດ) ນິໂຣດະສັນຍາ (ສັນຍາໃນຄວາມດັບ). ພິກຂຸ ທ. ! ເຫຼົ່ານີ້ແລທັມ ໖ ຢ່າງ ເປັນທັມມີສ່ວນແຫ່ງ ວິຊຊາ.
- ສັກກ. ອັງ. ໒໒/໓໗໒/໓໐໖.