ອາການທີ່ຕັນຫາ (ເຄື່ອງນໍາໄປສູ່ພົບໃໝ່) ຈະເຣີນຂຶ້ນ

ປະຕິຈະສະມຸບາດ

0:00/0:00
ພິກຂຸ ທ. ! ບຸຄຄົລເມື່ອ ບໍ່ຮູ້ບໍ່ເຫັນຊຶ່ງ ຈັກຂຸ ຕາມທີ່ເປັນຈິງ, ເມື່ອບໍ່ຮູ້ບໍ່ເຫັນຊຶ່ງ ຮູບ ທັງຫຼາຍ ຕາມທີ່ເປັນຈິງ, ເມື່ອບໍ່ຮູ້ບໍ່ເຫັນຊຶ່ງ ຈັກຂຸວິນຍານ ຕາມທີ່ເປັນຈິງ, ເມື່ອບໍ່ຮູ້ບໍ່ເຫັນ ຊຶ່ງ ຈັກຂຸສັມຜັສ ຕາມທີ່ເປັນຈິງ, ເມື່ອບໍ່ຮູ້ບໍ່ເຫັນຊຶ່ງ ເວທະນາ ອັນເກີດຂຶ້ນເພາະຈັກຂຸສັມຜັສເປັນປັຈຈັຍ ອັນເປັນສຸຂກໍຕາມ ເປັນທຸກຂ໌ກໍຕາມ ບໍ່ແມ່ນທຸກຂ໌ບໍ່ແມ່ນສຸຂກໍຕາມ ຕາມທີ່ເປັນຈິງແລ້ວ; ເຂົາຍ່ອມກໍາໜັດໃນຈັກຂຸ, ກໍາໜັດໃນຮູບທັງຫຼາຍ, ກໍາໜັດໃນຈັກຂຸວິນຍານ, ກໍາໜັດໃນຈັກຂຸສັມຜັສ, ແລະກໍາໜັດໃນເວທະນາ ອັນເກີດຂຶ້ນເພາະຈັກຂຸສັມຜັສເປັນປັຈຈັຍ ອັນເປັນສຸຂກໍຕາມ ເປັນທຸກຂ໌ກໍຕາມ ບໍ່ແມ່ນທຸກຂ໌ບໍ່ແມ່ນສຸຂກໍຕາມ. ເມື່ອບຸຄຄົລນັ້ນກໍາໜັດແລ້ວ ຕິດພັນແລ້ວ ຫຼົງໄຫຼແລ້ວ ຈ້ອງມອງຕໍ່ອັສສາທະຢູ່, ປັນຈຸປາທານຂັນທ໌ທັງຫຼາຍ ຍ່ອມເຖິງຊຶ່ງຄວາມກໍ່ເກີດຕໍ່ໄປ; ແລະຕັນຫາຂອງເຂົາ ອັນເປັນເຄື່ອງນໍາໄປສູ່ພົບໃໝ່ ອັນປະກອບຢູ່ດ້ວຍຄວາມກໍາໜັດ ດ້ວຍອໍານາດຄວາມເພີນ ເປັນເຄື່ອງເຮັດໃຫ້ເພີນຢ່າງຍິ່ງ ໃນອາຣົມນັ້ນໆ ນັ້ນຍ່ອມຈະເຣີນເຖິງທີ່ສຸດແກ່ເຂົາ; ຄວາມກະວົນກະວາຍ (ດະຣະຖະ) ແມ່ນວ່າທາງກາຍ ຍ່ອມຈະເຣີນເຖິງທີ່ສຸດແກ່ເຂົາ, ຄວາມກະວົນກະວາຍ ທາງຈິຕ ຍ່ອມຈະເຣີນເຖິງທີ່ສຸດແກ່ເຂົາ; ຄວາມໄໝ້ເຜົາ (ສັນຕາປະ) ທາງກາຍ ຍ່ອມຈະເຣີນເຖິງທີ່ສຸດແກ່ເຂົາ, ຄວາມໄໝ້ເຜົາທາງຈິຕ ຍ່ອມຈະເຣີນເຖິງທີ່ສຸດແກ່ເຂົາ; ຄວາມຮ້ອນເອົ້າ (ປະຣິລາຫະ) ທາງກາຍ ຍ່ອມຈະເຣີນເຖິງທີ່ສຸດແກ່ເຂົາ, ຄວາມຮ້ອນເອົ້າທາງຈິຕ ຍ່ອມຈະເຣີນເຖິງທີ່ສຸດແກ່ເຂົາ. ບຸຄຄົລນັ້ນ ຍ່ອມສະເຫວີຍ ຊຶ່ງຄວາມທຸກຂ໌ອັນເປັນໄປທາງກາຍດ້ວຍ, ຊຶ່ງຄວາມທຸກຂ໌ອັນເປັນໄປທາງຈິຕດ້ວຍ.

(ໃນກໍລະນີແຫ່ງໝວດໂສຕະ ຄານະ ຊິວຫາ ກາຍະ ແລະ ມະໂນ ກໍໄດ້ຕຣັດໄວ້ໂດຍຮູບແບບດຽວກັນ).

- ອຸປຣິ. ມ. ໑໔/໕໒໑/໘໒໖-໘໒໗.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ