ຄຸນສົມບັດພຣະໂສດາບັນ (ນັຍທີ 3)

ໂສດາບັນ

0:00/0:00
ພຣາມແລະຄະຫະບໍດີທັງຫຼາຍ ! ເຮົາຈັກສະແດງທັມປະຣິຍາຍອັນຄວນນ້ອມເຂົ້າມາໃນຕົນແກ່ທ່ານທັງຫຼາຍ ທ່ານທັງຫຼາຍຈົ່ງຟັງທັມປະຣິຍາຍນັ້ນ ຈົ່ງໃສ່ໃຈໃຫ້ດີ ເຮົາຈັກກ່າວ
ພຣາມແລະຄະຫະບໍດີທັງຫຼາຍ ! ທັມປະຣິຍາຍ ທີ່ຄວນນ້ອມເຂົ້າມາໃນຕົນ ເປັນແນວໃດໜໍ ?
(໑) ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ເຮົາຢາກເປັນຢູ່ ບໍ່ຢາກຕາຍ ຮັກສຸຂ ກຽດຊັງທຸກຂ໌ ຜູ້ໃດຈະພາກເຮົາຜູ້ຢາກເປັນຢູ່ ບໍ່ຢາກຕາຍ ຮັກສຸຂ ກຽດທຸກຂ໌ເສຍຈາກຊີວິດ ຂໍ້ນັ້ນບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ອັນໜຶ່ງ ເຮົາຍ່ອມປົງຜູ້ອື່ນຜູ້ຢາກເປັນຢູ່ ບໍ່ຢາກຕາຍ ຮັກສຸຂ ກຽດທຸກຂ໌ເສຍຈາກຊີວິດ ຂໍ້ນັ້ນກໍບໍ່ເປັນທີ່ຮັກທີ່ພໍໃຈແມ່ນຂອງຜູ້ອື່ນ ທັມຂໍ້ໃດ ບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ທັມຂໍ້ນັ້ນ ກໍບໍ່ເປັນທີ່ຮັກທີ່ພໍໃຈແມ່ນຂອງຜູ້ອື່ນ ທັມຂໍ້ໃດ ບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ເຮົາຈະຄວນປະກອບຜູ້ອື່ນໄວ້ດ້ວຍທັມຂໍ້ນັ້ນໄດ້ຈັ່ງໃດ ອະຣິຍະສາວົກນັ້ນພິຈາຣະນາເຫັນດັ່ງນັ້ນແລ້ວ ຕົນເອງຍ່ອມງົດເວັ້ນຈາກປານາຕິບາຕດ້ວຍ
ຊັກຊວນຜູ້ອື່ນເພື່ອງົດເວັ້ນຈາກປານາຕິບາຕດ້ວຍ ກ່າວສັນເສີນຄຸນແຫ່ງການງົດເວັ້ນປານາຕິບາຕດ້ວຍກາຍະສະມາຈາຣຂອງອະຣິຍະສາວົກນັ້ນ ຍ່ອມບໍຣິສຸດໂດຍສ່ວນສາມຢ່າງນີ້.

(໒) ພຣາມແລະຄະຫະບໍດີທັງຫຼາຍ ! ອີກປະການໜຶ່ງອະຣິຍະສາວົກຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ຜູ້ໃດຍ່ອມຖືເອົາສິ່ງຂອງທີ່ເຮົາບໍ່ໄດ້ໃຫ້ດ້ວຍອາການຂີ້ລັກ ຂໍ້ນັ້ນບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ອັນໜຶ່ງ ເຮົາຍ່ອມຖືເອົາສິ່ງຂອງທີ່ຜູ້ອື່ນບໍ່ໄດ້ໃຫ້ດ້ວຍອາການຂີ້ລັກ ຂໍ້ນັ້ນກໍບໍ່ເປັນທີ່ຮັກທີ່ພໍໃຈແມ່ນຂອງຜູ້ອື່ນທັມຂໍ້ໃດ ບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ທັມຂໍ້ນັ້ນ ກໍບໍ່ເປັນທີ່ຮັກທີ່ພໍໃຈແມ່ນຂອງຜູ້ອື່ນ ທັມຂໍ້ໃດ ບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ເຮົາຈະຄວນປະກອບຜູ້ອື່ນໄວ້ດ້ວຍທັມຂໍ້ນັ້ນໄດ້ຈັ່ງໃດ ອະຣິຍະສາວົກນັ້ນພິຈາຣະນາເຫັນດັ່ງນີ້ແລ້ວ ຕົນເອງຍ່ອມງົດເວັ້ນຈາກອະທິນນາທານດ້ວຍ ຊັກຊວນຜູ້ອື່ນເພື່ອໃຫ້ງົດເວັ້ນຈາກອະທິນນາທານດ້ວຍ ກ່າວສັນເສີນຄຸນແຫ່ງການງົດເວັ້ນຈາກອະທິນນາທານດ້ວຍ ກາຍະສະມາຈາຣຂອງອະຣິຍະສາວົກນັ້ນຍ່ອມບໍຣິສຸດໂດຍສ່ວນສາມຢ່າງນີ້.

(໓) ພຣາມແລະຄະຫະບໍດີທັງຫຼາຍ ! ອີກປະການໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ຜູ້ໃດຍ່ອມເຖິງຄວາມປະພຶດ (ຜິດ) ໃນພະຣິຍາຂອງເຮົາ ຂໍ້ນັ້ນບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ອັນໜຶ່ງ ເຮົາຍ່ອມເຖິງຄວາມປະພຶດ(ຜິດ)ໃນພະຣິຍາ ຂອງຜູ້ອື່ນ ຂໍ້ນັ້ນກໍບໍ່ເປັນທີ່ຮັກທີ່ພໍໃຈແມ່ນຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ທັມຂໍ້ນັ້ນ ກໍບໍ່ເປັນທີ່ຮັກທີ່ພໍໃຈແມ່ນຂອງຜູ້ອື່ນ ທັມຂໍ້ໃດ ບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ເຮົາຈະຄວນປະກອບຜູ້ອື່ນໄວ້ດ້ວຍທັມຂໍ້ນັ້ນໄດ້ຈັ່ງໃດ ອະຣິຍະສາວົກນັ້ນພິຈາຣະນາເຫັນດັ່ງນີ້ແລ້ວ ຕົນເອງຍ່ອມງົດເວັ້ນຈາກກາເມສຸມິຈສາຈາຣດ້ວຍ ຊັກຊວນຜູ້ອື່ນເພື່ອໃຫ້ງົດເວັ້ນຈາກກາເມສຸມິຈສາຈາຣດ້ວຍ ກ່າວສັນເສີນຄຸນແຫ່ງການງົດເວັ້ນຈາກກາເມສຸມິຈສາຈາຣດ້ວຍ ກາຍະສະມາຈາຣຂອງອະຣິຍະສາວົກນັ້ນຍ່ອມບໍຣິສຸດໂດຍສ່ວນສາມຢ່າງນີ້.

(໔) ພຣາມແລະຄະຫະບໍດີທັງຫຼາຍ ! ອີກປະການໜຶ່ງອະຣິຍະສາວົກຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ຜູ້ໃດຍ່ອມທຳລາຍປະໂຍຊນ໌ຂອງເຮົາດ້ວຍການກ່າວຕົວະ ຂໍ້ນັ້ນບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ອັນໜຶ່ງ ເຮົາຍ່ອມທຳລາຍປະໂຍຊນ໌ຂອງຜູ້ອື່ນດ້ວຍການກ່າວຕົວະ ຂໍ້ນັ້ນກໍບໍ່ເປັນທີ່ຮັກທີ່ພໍໃຈແມ່ນຂອງຜູ້ອື່ນ ທັມຂໍ້ໃດ ບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ
ທັມຂໍ້ນັ້ນ ກໍບໍ່ເປັນທີ່ຮັກທີ່ພໍໃຈແມ່ນຂອງຜູ້ອື່ນ ທັມຂໍ້ໃດ ບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ເຮົາຈະຄວນປະກອບຜູ້ອື່ນໄວ້ດ້ວຍທັມຂໍ້ນັ້ນໄດ້ຈັ່ງໃດ ອະຣິຍະສາວົກນັ້ນພິຈາຣະນາເຫັນດັ່ງນີ້ແລ້ວ ຕົນເອງຍ່ອມງົດເວັ້ນຈາກມຸສາວາດດ້ວຍ ຊັກຊວນຜູ້ອື່ນເພື່ອໃຫ້ງົດເວັ້ນຈາກມຸສາວາດດ້ວຍ ກ່າວສັນເສີນຄຸນແຫ່ງການງົດເວັ້ນຈາກມຸສາວາດດ້ວຍ ວະຈີສະມາຈາຣຂອງອະຣິຍະສາວົກນັ້ນ ຍ່ອມບໍຣິສຸດໂດຍສ່ວນສາມຢ່າງນີ້.

(໕) ພຣາມແລະຄະຫະບໍດີທັງຫຼາຍ ! ອີກປະການໜຶ່ງອະຣິຍະສາວົກຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ຜູ້ໃດຍ່ອມຍຸແຍ່ໃຫ້ເຮົາແຕກຈາກມິຕດ້ວຍຄຳສໍ່ສຽດ ຂໍ້ນັ້ນບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ອັນໜຶ່ງ ເຮົາຍ່ອມຍຸແຍ່ຜູ້ອື່ນໃຫ້ແຕກຈາກມິຕດ້ວຍຄຳສໍ່ສຽດ ຂໍ້ນັ້ນກໍບໍ່ເປັນທີ່ຮັກທີ່ພໍໃຈແມ່ນຂອງຜູ້ອື່ນ ທັມຂໍ້ໃດ ບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ທັມຂໍ້ນັ້ນ ກໍບໍ່ເປັນທີ່ຮັກທີ່ພໍໃຈແມ່ນຂອງຜູ້ອື່ນ ທັມຂໍ້ໃດ ບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ເຮົາຈະຄວນປະກອບຜູ້ອື່ນໄວ້ດ້ວຍທັມຂໍ້ນັ້ນໄດ້ຈັ່ງໃດ ອະຣິຍະສາວົກນັ້ນພິຈາຣະນາເຫັນດັ່ງນີ້ແລ້ວ ຕົນເອງຍ່ອມງົດເວັ້ນຈາກປິສຸນາວາຈາດ້ວຍ ຊັກຊວນຜູ້ອື່ນເພື່ອໃຫ້ເວັ້ນຈາກປິສຸນາວາຈາດ້ວຍ ກ່າວສັນເສີນຄຸນແຫ່ງການງົດເວັ້ນຈາກປິສຸນາວາຈາດ້ວຍ ວະຈີສະມາຈາຣຂອງອະຣິຍະສາວົກນັ້ນ ຍ່ອມບໍຣິສຸດໂດຍສ່ວນສາມຢ່າງນີ້.

(໖) ພຣາມແລະຄະຫະບໍດີທັງຫຼາຍ ! ອີກປະການໜຶ່ງອະຣິຍະສາວົກຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ຜູ້ໃດຍ່ອມເວົ້າກັບເຮົາດ້ວຍຄຳຫຍາບ ຂໍ້ນັ້ນບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ອັນໜຶ່ງ ເຮົາຍ່ອມເວົ້າກັບຜູ້ອື່ນດ້ວຍຄຳຫຍາບ ຂໍ້ນັ້ນກໍບໍ່ເປັນທີ່ຮັກທີ່ພໍໃຈແມ່ນຂອງຜູ້ອື່ນ ທັມຂໍ້ໃດ ບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ທັມຂໍ້ນັ້ນ ກໍບໍ່ເປັນທີ່ຮັກທີ່ພໍໃຈແມ່ນຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ເຮົາຈະຄວນປະກອບຜູ້ອື່ນໄວ້ດ້ວຍທັມຂໍ້ນັ້ນໄດ້ຈັ່ງໃດ ອະຣິຍະສາວົກນັ້ນພິຈາຣະນາເຫັນດັ່ງນີ້ແລ້ວ ຕົນເອງຍ່ອມງົດເວັ້ນຈາກຜະຣຸສະວາຈາດ້ວຍ ຊັກຊວນຜູ້ອື່ນເພື່ອໃຫ້ງົດເວັ້ນຈາກຜຣຸສະວາຈາດ້ວຍ ກ່າວສັນເສີນຄຸນແຫ່ງການງົດເວັ້ນຈາກຜະຣຸສະວາຈາດ້ວຍ ວະຈີສະມາຈາຣຂອງອະຣິຍະສາວົກນັ້ນຍ່ອມບໍຣິສຸດໂດຍສ່ວນສາມຢ່າງນີ້.

(໗) ພຣາມແລະຄະຫະບໍດີທັງຫຼາຍ ! ອີກປະການໜຶ່ງອະຣິຍະສາວົກຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ຜູ້ໃດຍ່ອມເວົ້າກັບເຮົາດ້ວຍຖ້ອຍຄຳໂລເລ ຂໍ້ນັ້ນບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ອັນໜຶ່ງ ເຮົາຍ່ອມເວົ້າກັບຜູ້ອື່ນດ້ວຍຖ້ອຍຄຳໂລເລ ຂໍ້ນັ້ນກໍບໍ່ເປັນທີ່ຮັກທີ່ພໍໃຈແມ່ນຂອງຜູ້ອື່ນ ທັມຂໍ້ໃດ ບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ທັມຂໍ້ນັ້ນ ກໍບໍ່ເປັນທີ່ຮັກທີ່ພໍໃຈແມ່ນຂອງຜູ້ອື່ນ
ທັມຂໍ້ໃດ ບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ເຮົາຈະຄວນປະກອບຜູ້ອື່ນໄວ້ດ້ວຍທັມຂໍ້ນັ້ນໄດ້ຈັ່ງໃດ ອະຣິຍະສາວົກນັ້ນ ພິຈາຣະນາເຫັນດັ່ງນີ້ແລ້ວ ຕົນເອງຍ່ອມງົດເວັ້ນຈາກສັມຜັບປະລາປະດ້ວຍ ຊັກຊວນຜູ້ອື່ນເພື່ອໃຫ້ງົດເວັ້ນຈາກສັມຜັບປະລາປະດ້ວຍ ກ່າວສັນເສີນຄຸນແຫ່ງການງົດເວັ້ນຈາກສັມຜັບປະລາປະດ້ວຍ ວະຈີສະມາຈາຣຂອງອະຣິຍສາວົກນັ້ນ ຍ່ອມບໍຣິສຸດໂດຍສ່ວນສາມຢ່າງນີ້.

ອະຣິຍະສາວົກນັ້ນປະກອບດ້ວຍະຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າ... ໃນພຣະທັມ... ໃນພຣະສົງຄ໌... ປະກອບດ້ວຍສີລທີ່ພຣະອະຣິຍະເຈົ້າຮັກໃຄ່ແລ້ວ... ເປັນໄປເພື່ອສະມາທິ.

ພຣາມແລະຄະຫະບໍດີທັງຫຼາຍ ! ເມື່ອໃດ ອະຣິຍະສາວົກປະກອບດ້ວຍະສັດທັມ ໗ ປະການນີ້ ເມື່ອນັ້ນອະຣິຍະສາວົກນັ້ນຫວັງຢູ່ ດ້ວຍຖານະເປັນທີ່ຕັ້ງແຫ່ງຄວາມຫວັງ ໔ ປະການນີ້ ຍ່ອມພະຍາກອນຕົນດ້ວຍຕົນເອງໄດ້ວ່າ ເຮົາມີນະຣົກ ກຳເນີດເດຍຣັຈສານ ວິສັຍແຫ່ງເປຕ ອະບາຍ ທຸຄະຕິ ວິນິບາຕ ດັບສິ້ນແລ້ວ ເຮົາເປັນພຣະໂສດາບັນ ມີຄວາມບໍ່ຕົກຕ່ຳເປັນທັມມະດາ ເປັນຜູ້ທ່ຽງແທ້ທີ່ຈະຕຣັສຮູ້ໃນເບື້ອງໜ້າ.

- ບາລີ ມຫາວາຣ. ສັງ. ໑໙/໔໔໓/໑໔໕໙.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ