ຈະເລີນອາປານານະສະຕິຮູ້ຕໍ່ເວທະນາທຸກປະການ
ອານາປານະສະຕິ
ພິກຂຸທັງຫຼາຍ ! ເມື່ອອານາປານະສະຕິສະມາທິ ອັນພິກຂຸຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວຢູ່ດັ່ງນີ້
ຖ້າພິກຂຸນັ້ນສະເຫວີຍ ເວທະນາອັນເປັນສຸຂ ເຂົາຍ່ອມຮູ້ໂຕວ່າ ເວທະນານັ້ນບໍ່ທ່ຽງ ເຂົາຍ່ອມຮູ້ໂຕວ່າເວທະນານັ້ນ ອັນເຮົາບໍ່ຫຼົງມົວເມົາແລ້ວ ຍ່ອມຮູ້ໂຕວ່າເວທະນານັ້ນ ອັນເຮົາບໍ່ເພີດເພີນສະເພາະແລ້ວ ດັ່ງນີ້.
ຖ້າພິກຂຸນັ້ນສະເຫວີຍ ເວທະນາອັນເປັນທຸກຂ໌ ເຂົາຍ່ອມ ຮູ້ໂຕວ່າ ເວທະນານັ້ນບໍ່ທ່ຽງ ເຂົາຍ່ອມຮູ້ໂຕວ່າເວທະນານັ້ນ
ອັນເຮົາບໍ່ຫຼົງມົວເມົາແລ້ວ ຍ່ອມຮູ້ໂຕວ່າເວທະນານັ້ນ ອັນເຮົາບໍ່ເພີດເພີນສະເພາະແລ້ວ ດັ່ງນີ້.
ຖ້າພິກຂຸນັ້ນສະເຫວີຍ ເວທະນາອັນບໍ່ແມ່ນສຸຂ ບໍ່ແມ່ນທຸກຂ໌ ເຂົາຍ່ອມຮູ້ໂຕວ່າ ເວທະນານັ້ນບໍ່ທ່ຽງ ເຂົາຍ່ອມຮູ້ໂຕວ່າເວທະນານັ້ນ ອັນເຮົາບໍ່ຫຼົງມົວເມົາແລ້ວ ຍ່ອມຮູ້ໂຕວ່າເວທະນານັ້ນ ອັນເຮົາບໍ່ເພີດເພີນສະເພາະແລ້ວ ດັ່ງນີ້.
ພິກຂຸນັ້ນ ຖ້າສະເຫວີຍ ເວທະນາອັນເປັນສຸຂ ກໍເປັນຜູ້ບໍ່ຕິດໃຈພົວພັນ ສະເຫວີຍເວທະນານັ້ນ ຖ້າສະເຫວີຍເວທະນາອັນເປັນທຸກຂ໌ ກໍເປັນຜູ້ບໍ່ຕິດໃຈພົວພັນ ສະເຫວີຍເວທະນານັ້ນ ຖ້າສະເຫວີຍເວທະນາອັນເປັນ ອະທຸກຂະມະສຸຂະ ກໍເປັນຜູ້ບໍ່ຕິດໃຈພົວພັນ ສະເຫວີຍເວທະນານັ້ນ.
ພິກຂຸນັ້ນ ເມື່ອສະເຫວີຍ ເວທະນາອັນມີກາຍເປັນທີ່ສຸດຮອບ ຍ່ອມຮູ້ແຈ້ງວ່າ ເຮົາສະເຫວີຍເວທະນາອັນມີກາຍເປັນທີ່ສຸດຮອບ ເມື່ອສະເຫວີຍ ເວທະນາອັນມີຊີວິດເປັນທີ່ສຸດຮອບ ຍ່ອມຮູ້ແຈ້ງ ວ່າ ເຮົາສະເຫວີຍເວທະນາອັນມີຊີວິດເປັນທີ່ສຸດຮອບ. ເຂົາຍ່ອມ ຮູ້ແຈ້ງວ່າເວທະນາທັງປວງອັນເຮົາບໍ່ເພີດເພີນແລ້ວ ຈະເປັນຂອງດັບເຢັນໃນອັດຕະພາບນີ້ນັ້ນແລ ຈົນວ່າເຖິງທີ່ສຸດຮອບແຫ່ງຊີວິຕ ເພາະການແຕກທໍາລາຍແຫ່ງກາຍ ດັ່ງນີ້.
ພິກຂຸທັງຫຼາຍ ! ປຽບເໝືອນປະທີບນໍ້າມັນໄດ້ອາໄສນໍ້າມັນແລະໄສ້ແລ້ວ ກໍລຸກຮຸ່ງຢູ່ໄດ້ ເມື່ອຂາດປັດໄຈເຄື່ອງລໍ່ລ້ຽງ ເພາະຂາດນ້ຳມັນແລະໄສ້ນັ້ນແລ້ວ ຍ່ອມດັບລົງ ນີ້ເຊັ່ນໃດ
ພິກຂຸທັງຫຼາຍ ! ຂໍ້ນີ້ກໍເຊັ່ນນັ້ນ ຄືພິກຂຸເມື່ອສະເຫວີຍເວທະນາອັນມີກາຍເປັນທີ່ສຸດຮອບ ກໍຮູ້ແຈ້ງວ່າເຮົາສະເຫວີຍເວທະນາ ອັນມີກາຍເປັນທີ່ສຸດຮອບ ດັ່ງນີ້. ເມື່ອສະເຫວີຍເວທະນາອັນມີຊີວິດເປັນທີ່ສຸດຮອບ ກໍຮູ້ແຈ້ງວ່າເຮົາສະເຫວີຍເວທະນາ ອັນມີຊີວິດເປັນທີ່ສຸດຮອບ ດັ່ງນີ້. (ເປັນອັນວ່າ) ພິກຂຸນັ້ນຍ່ອມຮູ້ແຈ້ງວ່າ ເວທະນາທັງປວງອັນເຮົາບໍ່ເພີດເພີນແລ້ວ ຈະເປັນຂອງດັບເຢັນໃນອັດຕະພາບນີ້ນັ້ນແລ ຈົນກະທັ່ງເຖິງທີ່ສຸດຮອບແຫ່ງຊີວິດ ເພາະການແຕກທໍາລາຍແຫ່ງກາຍ ດັ່ງນີ້.
- ບາລີ ມຫາວາຣ. ສັງ. ໑໙/໔໐໐-໔໐໔/໑໓໒໗-໑໓໔໗.