ຊົງສະແດງດ້ວຍປັນຈຸປາທານຂັນ
ອະຣິຍະສັດ 4
ພິກຂຸ ທ. ! ຄວາມຈິງອັນປະເສີດມີສີ່ຢ່າງ ເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື ຄວາມຈິງອັນປະເສີດ ຄືທຸກຂ໌, ຄວາມຈິງອັນປະເສີດ ຄືເຫຕໃຫ້ເກີດແຫ່ງທຸກຂ໌, ຄວາມຈິງອັນປະເສີດ ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແລະຄວາມຈິງອັນປະເສີດ ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ພິກຂຸ ທ. ! ຄວາມຈິງອັນປະເສີດ ຄືທຸກຂ໌ ເປັນແນວໃດໜໍ ? ຄໍາຕອບຄືຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຖືໝັ້ນຫ້າຢ່າງ. ຫ້າຢ່າງນັ້ນ ອັນໃດໜໍ ? ຫ້າຢ່າງຄື ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຖືໝັ້ນ ໄດ້ແກ່ ຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານ. ພິກຂຸ ທ. ! ອັນນີ້ເຮົາກ່າວວ່າ ຄວາມຈິງອັນປະເສີດຄື ທຸກຂ໌.
ພິກຂຸ ທ. ! ຄວາມຈິງອັນປະເສີດ ຄືເຫຕໃຫ້ເກີດແຫ່ງທຸກຂ໌ ເປັນແນວໃດໜໍ ? ຄືຕັນຫາອັນໃດນີ້ ທີ່ເປັນເຄື່ອງນໍາພາໃຫ້ມີການເກີດອີກ ອັນປະກອບດ້ວຍຄວາມກໍາໜັດ ເພາະອໍານາດຄວາມເພີນ ມັກເຮັດໃຫ້ເພີດເພີນຢ່າງຍິ່ງໃນອາຣົມນັ້ນໆ ໄດ້ແກ່ຕັນຫາໃນກາມ, ຕັນຫາໃນຄວາມມີຄວາມເປັນ, ຕັນຫາໃນຄວາມບໍ່ມີບໍ່ເປັນ. ພິກຂຸ ທ. ! ອັນນີ້ເຮົາກ່າວວ່າ ຄວາມຈິງອັນປະເສີດ ຄື ເຫຕໃຫ້ເກີດແຫ່ງທຸກຂ໌.
ພິກຂຸ ທ. ! ຄວາມຈິງອັນປະເສີດ ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ? ຄືຄວາມດັບສະນິດ ເພາະຄວາມຈາງຄາຍໄປ ໂດຍບໍ່ເຫຼືອຂອງຕັນຫານັ້ນ ຄວາມສະລະລົງເສຍ ຄວາມສະລັດຖິ້ມໄປ ຄວາມປ່ອຍວາງ ຄວາມບໍ່ອາໄລເຖິງຊຶ່ງຕັນຫານັ້ນເອງ ອັນໃດ. ພິກຂຸ ທ. ! ອັນນີ້ເຮົາກ່າວວ່າ ຄວາມຈິງອັນປະເສີດ ຄື ຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ພິກຂຸ ທ. ! ຄວາມຈິງອັນປະເສີດ ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ? ຄືຫົນທາງອັນປະເສີດ ປະກອບດ້ວຍອົງຄ໌ ໘ ນີ້ນັ້ນເອງ, ໄດ້ແກ່ສິ່ງເຫຼົ່ານີ້ຄື ຄວາມເຫັນຊອບ ຄວາມດໍາຣິຊອບ; ການເວົ້າຈາຊອບ ການທໍາການງານຊອບ ການລ້ຽງຊີວິຕຊອບ; ຄວາມພາກພຽນຊອບ ຄວາມລະນຶກຊອບ ຄວາມຕັ້ງໃຈໝັ້ນຊອບ. ພິກຂຸ ທ. ! ອັນນີ້ເຮົາກ່າວວ່າ ຄວາມຈິງອັນປະເສີດ ຄື ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ພິກຂຸ ທ. ! ເຫຼົ່ານີ້ແລຄື ຄວາມຈິງອັນປະເສີດສີ່ຢ່າງ.
ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍຣະນີນີ້ ພວກເຈົ້າຕ້ອງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌,” ດັ່ງນີ້ເຖີ້ນ.
- ມຫາວາຣ. ສັງ. ໑໙/໕໓໔-໕/໑໖໗໘-໑໖໘໓.