ສັງຂານຂັນໂດຍໄນຍະແຫ່ງອະຣິຍະສັດສີ່

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ສັງຂາຣທັງຫຼາຍ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງເຈຕະນາຫົກເຫຼົ່ານີ້ ຄືສັນເຈຕະນາ (ຄວາມຄິດນຶກ) ໃນເລື່ອງຮູບ, ສັນເຈຕະນາໃນເລື່ອງສຽງ, ສັນເຈຕະນາໃນເລື່ອງກິ່ນ, ສັນເຈຕະນາໃນເລື່ອງຣົສ, ສັນເຈຕະນາໃນເລື່ອງໂຜຕຖັພພະ, ແລະສັນເຈຕະນາໃນເລື່ອງທັມມາຣົມ. ພິກຂຸ ທ. ! ນີ້ ເອີ້ນວ່າ ສັງຂາຣທັງຫຼາຍ. ຄວາມເກີດຂຶ້ນແຫ່ງສັງຂາຣທັງຫຼາຍ ມີໄດ້ເພາະຄວາມເກີດຂຶ້ນແຫ່ງ ຜັສສະ; ຄວາມດັບບໍ່ເຫຼືອແຫ່ງສັງຂາຣທັງຫຼາຍ ມີໄດ້ເພາະຄວາມດັບບໍ່ເຫຼືອແຫ່ງ ຜັສສະ; ອະຣິຍະມັຄຄະມີອົງຄ໌ ໘ ນີ້ ນັ້ນເອງ ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງສັງຂາຣທັງຫຼາຍ, ໄດ້ແກ່ຄວາມເຫັນຊອບ ຄວາມດໍາຣິຊອບ; ການເວົ້າຈາຊອບ ການທໍາການງານຊອບ ການລ້ຽງຊີວິຕຊອບ; ຄວາມພາກພຽນຊອບ ຄວາມລະນຶກຊອບ ຄວາມຕັ້ງໃຈໝັ້ນຊອບ.

- ຂັນທ. ສັງ. ໑໗/໗໔/໑໑໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ