ຊັບສົມບັດ 7 ຢ່າງທີ່ອັນໃດກໍ່ເອົາໄປບໍ່ໄດ້

ຄູ່ສົມຣົດ

0:00/0:00
ຄັ້ງໜຶ່ງ ມະຫາອຳມາດເຈົ້າຊື່ອຸກະຄະ ໄດ້ເຂົ້າໄປຖວາຍພຣະພຸດເຈົ້າເຖິງທີ່ປະທັບ ກຣາບທູນວ່າ ມິການເສດຖີ ຜູ້ເປັນຫຼານໂລຫະນະເສດຖີ ເປັນຜູ້ມັ່ງມີ ມີຊັບສົມບັດຫຼາຍ ໂດຍມີທອງແສນລຶ້ມ ແລະເງິນອີກຫຼາຍ

ພຣະພຸດທະເຈົ້າໄດ້ຕົບກັບອຸກະຄະວ່າ ຊັບສົມບັດນັ້ນມີຢູ່ ແຕ່ຊັບສົມບັດນັ້ນເປັນຂອງທົ່ວໄປແກ່ໄຟ ນ້ຳ ພຣະລາຊາ ໂຈນ ແລະທາຍາດຜູ້ບໍ່ເປັນທີ່ຮັກ

ສ່ວນຊັບສົມບັດ 7 ຢ່າງ ຄື: ສັດທາ, ສີນ, ຫິຣິ, ໂອຕຕັບປະ, ສຸຕະ, ຈາຄະ ແລະ ປັນຍາ ເປັນຊັບສົມບັດທີ່ຜູ້ໃດມີ ບໍ່ວ່າເປັນຍິງຫຼືຊາຍກໍ່ຕາມ ເປັນຜູ້ມີຊັບສົມບັດຫຼາຍໃນໂລກ ທີ່ອັນໃດຈະເອົາຊະນະບໍ່ໄດ້ທັງເທວະດາແລະມະນຸດ

ດັ່ງນັ້ນ ຜູ້ມີປັນຍາ ເມື່ອລະນຶກເຖິງຄຳສອນຂອງພຣະພຸດທະເຈົ້າທັງຫຼາຍ ຄວນປະກອບສັດທາ ສີນ ຄວາມເລື່ອມໃສ ແລະການເຫັນທຳມະ

**ອ້າງອິງ**
ອຸກະຄະສູດ ພຣະໄຕຣະປິຕົກສະບັບຫຼວງ ເຫລັ້ມທີ່ ໒໓ ຂໍ້ທີ່ ໗
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ