ຄວາມດັບສິ້ນຕັນຫາ ຄື ນິບພານ
ອະຣິຍະສັດ 4
“ຂ້າແຕ່ພຣະອົງຜູ້ຈະເຣີນ ! ທີ່ເອີ້ນວ່າ ‘ສັຕ ສັຕ’ ດັ່ງນີ້, ອັນວ່າສັຕມີໄດ້ດ້ວຍເຫຕພຽງເທົ່າໃດໜໍ ? ຂ້ານ້ອຍ !”
ຣາທະ ! ຄວາມພໍໃຈອັນໃດ ຣາຄະອັນໃດ ນັນທິອັນໃດ ຕັນຫາອັນໃດ ມີຢູ່ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະ ໃນວິນຍານ, ເພາະການຕິດແລ້ວ ຂ້ອງແລ້ວໃນສິ່ງນັ້ນໆ, ເພາະສະນັ້ນຈຶ່ງເອີ້ນວ່າ ‘ສັຕ’ ດັ່ງນີ້.
ຣາທະ ! ປຽບເໝືອນພວກກຸມາຣນ້ອຍໆ ຫຼືກຸມາຣີນ້ອຍໆ ຫຼິ້ນເຮືອນ ນ້ອຍໆ ທີ່ເຮັດດ້ວຍດິນຢູ່, ຕາບໃດເຂົາຍັງມີຣາຄະ ມີສັນທະ ມີຄວາມຮັກ ມີຄວາມກະຫາຍ ມີຄວາມຮ້ອນເອົ້າ ແລະມີຕັນຫາໃນເຮືອນນ້ອຍ ທີ່ເຮັດດ້ວຍດິນເຫຼົ່ານັ້ນ; ຕາບນັ້ນ ພວກເດັກນ້ອຍນັ້ນໆ ຍ່ອມອາໄລເຮືອນນ້ອຍ ທີ່ເຮັດດ້ວຍດິນເຫຼົ່ານັ້ນ ຍ່ອມຢາກຫຼີ້ນ ຍ່ອມຢາກມີເຮືອນນ້ອຍ ທີ່ເຮັດດ້ວຍດິນເຫຼົ່ານັ້ນ ຍ່ອມຢຶດຖືເຮືອນນ້ອຍ ທີ່ເຮັດດ້ວຍດິນເຫຼົ່ານັ້ນ ວ່າເປັນຂອງເຮົາດັ່ງນີ້.
ຣາທະ ! ແຕ່ເມື່ອໃດແລ ພວກກຸມາຣນ້ອຍໆ ຫຼືກຸມາຣີນ້ອຍໆ ເຫຼົ່ານັ້ນມີຣາຄະ ປາສະຈາກແລ້ວ ມີສັນທະປາສະຈາກແລ້ວ ມີຄວາມຮັກປາສະຈາກແລ້ວ ມີຄວາມກະຫາຍປາສະຈາກແລ້ວ ມີຄວາມຮ້ອນເອົ້າປາສະຈາກແລ້ວ ມີຕັນຫາປາສະຈາກແລ້ວ ໃນເຮືອນນ້ອຍທີ່ເຮັດດ້ວຍດິນເຫຼົ່ານັ້ນ, ໃນກາລນັ້ນແຫຼະ ພວກເຂົາ ຍ່ອມມ້າງເຮືອນນ້ອຍໆ ທີ່ເຮັດດ້ວຍດິນເຫຼົ່ານັ້ນ ໃຫ້ກະແຈກກະຈາຍ ເຮ່ຍຊະເກື່ອນຢາຍຊະໄປ ເຮັດໃຫ້ຈົບການຫຼິ້ນເສຍດ້ວຍມື ແລະຕີນທັງຫຼາຍ, ອຸປະມານີ້ເຊັ່ນໃດ;
ຣາທະ ! ອຸປະໄມກໍເຊັ່ນນັ້ນ ຄື ເຖິງແມ່ນພວກເຈົ້າທັງຫຼາຍ ຈົ່ງຊະກະຈາຍອອກຊຶ່ງຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານ. ຈົ່ງກໍາຈັດເສຍໃຫ້ຖືກວິທີ, ຈົ່ງເຮັດໃຫ້ແຫຼກ ມຸ່ນໂດຍຖືກວິທີ, ຈົ່ງເຮັດໃຫ້ຈົບການຫຼິ້ນໃຫ້ຖືກວິທີ, ຈົ່ງປະຕິບັຕ ເພື່ອຄວາມດັບສິ້ນໄປແຫ່ງຕັນຫາເຖີ້ນ.
ຣາທະ ! ເພາະວ່າຄວາມດັບສິ້ນໄປແຫ່ງຕັນຫາ ນັ້ນຄື ນິພພານ ດັ່ງນີ້ ແລ.
- ຂັນທະ. ສັງ. ໑໗/໒໓໒/໓໖໗.