ທັມລັກສະນະ 7 ປະການແຫ່ງ ເວທະນາ
ຂັນ 5
(ຮູ້ຈັກເວທະນາ, ເຫຕເກີດເວທະນາ, ຄວາມດັບເວທະນາ, ວິທີດັບເວທະນາ, ອັສສາທະຂອງເວທະນາ, ອາທີນະວະຂອງເວທະນາ, ນິສສະຣະນະຂອງເວທະນາ)
(໑). ພິກຂຸ ທ. ! ເວທະນາ ໓ ຢ່າງເຫຼົ່ານີ້ມີຢູ່ ຄື ສຸຂະເວທະນາ ທຸກຂະເວທະນາ ອະທຸກຂະມະສຸຂະເວທະນາ : ນີ້ເຮົາເອີ້ນວ່າ ເວທະນາ.
(໒). ເພາະຄວາມເກີດຂຶ້ນແຫ່ງຜັສສະ ຈຶ່ງມີຄວາມເກີດຂຶ້ນແຫ່ງ ເວທະນາ (: ນີ້ ຄືສະມຸທັຍແຫ່ງ ເວທະນາ) ປະຕິປະທາໃຫ້ເຖິງຕັນຫາຍ່ອມມີ ເພາະການເກີດຂຶ້ນແຫ່ງເວທະນາ (ຕັນຫາເວທະນາສະມຸທະຍະຄາມິນີປະຕິປະທາ)
(໓). ເພາະຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ (: ນີ້ຄືນິໂຣດ ແຫ່ງເວທະນາ).
(໔). ອະຣິຍະອັຕຖັງຄິກະມັຄຄະນີ້ ເປັນ ປະຕິປະທາໃຫ້ເຖິງຄວາມດັບ ແຫ່ງເວທະນາ; ຄື ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ (: ນີ້ຄືນິໂຣທະຄາມິນີປະຕິປະທາແຫ່ງເວທະນາ).
(໕). ສຸຂໂສມະນັດສະອັນໃດ ອາໄສເວທະນາເກີດຂຶ້ນ : ນີ້ຄື ອັສສາທະ (ສະເໜ່) ແຫ່ງເວທະນາ.
(໖). ຄວາມບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ແຫ່ງເວທະນາ : ນີ້ຄື ອາທີນະວະ (ໂທດ) ຂອງ ເວທະນາ.
(໗). ການນໍາອອກເສຍໄດ້ ຊຶ່ງສັນທະຣາຄະ ການລະເສຍໄດ້ ຊຶ່ງສັນທະຣາຄະໃນ ເວທະນາ : ນີ້ຄື ນິສສະຣະນະ (ອຸບາຍເຄື່ອງອອກ) ຈາກເວທະນາ.
- ສະລາ. ສັງ. ໑໘/໒໘໙/໔໓໘.