ອະຣິຍະສັດ 4
ອະຣິຍະສັດ 4
ອະຣິຍະສັດ ຄືທາງດຳເນີນເພືອໃຫ້ດັບທຸກ ມີດັງນີ້.
ອະຣິຍະມັກມີອົງແປດຄືອະຣິຍະສັດຂໍ້ທີ 4 ຄື ອະຣິຍະສັດຄື ທາງດຳເນີນເພືອໃຫ້ດັບທຸກ ມີແປດຂໍ້ດັງນີ້ຄື.
1. ສຳມາທິດຖິຄື ຄວາມເຫັນຊອບ ຄວາມຮູ້ອັນໃດເປັນຄວາມຮູ້ໃນທຸກ, ຄວາມຮູ້ໃນເຫດໃຫ້ເກີດທຸກ, ຄວາມຮູ້ໃນການດັບແຫ່ງທຸກ, ຄວາມຮູ້ໃນທາງດຳເນີນໃຫ້ເຖິງຄວາມດັບທຸກ ສິ່ງນີ້ແລ່ ຕະຖາຄົດອະລະຫັນຕາສຳມາສຳພຸດທະເອີ້ນວ່າ ຄວາມເຫັນຊອບ.
ຫາກຈະກ່າວເພືອໃຫ້ທ່ານທັງຫຼາຍ ສາມາດເຂົ້າໃຈໄດ້ງ່າຍ ກໍຄື ຮູ້ໃນຄວາມຮູ້ອະລິຍະສັດ 4 ທັງໝົດທຸກຂໍ້ຄື:
- ຮູ້ວ່າອະຣິຍະສັດຄືທຸກ ເປັນຢ່າງນີ້ ຢ່າງນີ້ ດັງນີ້ ຮູ້ວ່າອະຣິຍະສັດຄືທຸກນັ້ນແລ່ ເປັນສີງທີຄວນກຳນົດຮູ້ ດັງນີ້ ຮູ້ວ່າອະຣິຍະສັດຄືທຸກນັ້ນແລ່ ເຮົາກຳນົດຮູ້ໄດ້ແລ້ວດັງນີ້
- ຮູ້ວ່າ ອະຣີຍະສັດຄື ເຫດທີກໍໃຫ້ເກີດທຸກ ວ່າເປັນຢ່າງນີ້ ຢ່າງນີ້ ດັງນີ້ ຮູ້ວ່າ ອະຣິຍະສັດຄືເຫດທີກໍໃຫ້ເກີດທຸກນັ້ນແລ່ ເປັນສີ່ງທີຄວນລະເສຍດັງນີ້ ຮູ້ວ່າ ອະຣິຍະສັດຄືເຫດກໍໃຫ້ເກີດທຸກນັ້ນແລ່ ເຮົາລະໄດ້ແລ້ວດັງນີ້.
- ຮູ້ວ່າ ອະຣີຍະສັດຄື ຄວາມດັບໄປໂດຍບໍ່ເຫຼືອແຫ່ງທຸກ ວ່າເປັນຢ່າງນີ້ ຢ່າງນີ້ ດັງນີ້ ຮູ້ວ່າ ອະຣິຍະສັດຄືຄວາມດັບໄປໂດຍບໍ່ເຫຼືອແຫ່ງທຸກ ນັ້ນແລ່ ເປັນສີ່ງທີຄວນເຮັດໃຫ້ແຈ້ງດັງນີ້ ຮູ້ວ່າ ອະຣິຍະສັດຄື
ຄວາມດັບໄປໂດຍບໍ່ເຫຼືອແຫ່ງທຸກ
ນັ້ນແລ່ ເຮົາເຮັດໃຫ້ແຈ້ງໄດ້ແລ້ວດັງນີ້.
- ຮູ້ວ່າ ອະຣີຍະສັດຄືຂໍ້ປະຕິບັດທີເຮັດສັດໃຫ້ລຸເຖີງຄວາມດັບບໍ່ເຫຼືອແຫ່ງທຸກວ່າເປັນຢ່າງນີ້ ຢ່າງນີ້ ດັງນີ້ ຮູ້ວ່າ ອະຣິຍະສັດຄືຂໍ້ປະຕິບັດທີເຮັດສັດໃຫ້ລຸເຖີງຄວາມດັບບໍ່ເຫຼືອແຫ່ງທຸກນັ້ນແລ່ ເປັນສີ່ງທີຄວນເຮັດໃຫ້ເກີດມີດັງນີ້ ຮູ້ວ່າ ອະຣິຍະສັດຄືຂໍ້ປະຕິບັດທີເຮັດສັດໃຫ້ລຸເຖີງຄວາມດັບບໍ່ເຫຼືອແຫ່ງທຸກນັ້ນແລ່ ເຮົາເຮັດໃຫ້ເກີດມີໄດ້ແລ້ວດັງນີ້.
2. ສຳມາສັງກັບໂປຄື ຄວາມດຳຣິຊອບ ຄວາມດຳຣິໃນການອອກຈາກກາມ ການບໍ່ມຸ້ງຮ້າຍ ການບໍ່ບຽດບຽນ ອັນນີ້ ຕະຖາຄົດອະລະຫັນຕາສຳມາສຳພຸດທະ ເອີ້ນວ່າ ຄວາມດຳຣິຊອບ.
3. ສຳມາວາຈາຄື ການເວົ້າຈາຊອບ ເຈດຕະນາເປັນເຄື່ອງເວັ້ນຈາກການເວົ້າບໍ່ຈິງ ເປັນເຄື່ອງເວັ້ນຈາກການເວົ້າສໍ່ສຽດ ເປັນເຄື່ອງເວັ້ນຈາກການເວົ້າຄຳບໍ່ສຸພາບ ເວົ້າໂລເລ ອັນນີ້ ຕະຖາຄົດອະລະຫັນຕາສຳມາສຳພຸດທະເອີ້ນວ່າ ສຳມາວາຈາ.
4. ສຳມາກຳມັນໂຕຄື ການງານຊອບ ເປັນເຄື່ອງເວັ້ນຈາກການຂ້າ ເວັ້ນຈາກການຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ທັນໄດ້ໃຫ້ ເວັ້ນຈາກການປະພຶດໃນກາມທັງຫຼາຍ ອັນນີ້ ເອີ້ນວ່າ ຕະຖາຄົດອະລະຫັນຕາສຳມາສຳພຸດທະເອີ້ນວ່າ ການງານຊອບ.
5. ສຳມາອາຊີໂວຄື ການລຽ້ງຊີວິດຊອບ ຄື ສາວົກຂອງພຣະອະຣິຍະໃນທຳວິໄນນີ້ ລະການລຽງຊີວິດທີຜິດເສຍ ຍ່ອມສຳເລັດຄວາມເປັນຢູ່ດ້ວຍການລຽງຊີວິດທີຊອບ ສິ່ງນີ້ຕະຖາຄົດອະລະຫັນຕາສຳມາສຳພຸດທະເອີ້ນວ່າ ສຳມາອາຊີໂວ.
6. ສຳມາວາຍາໂມຄື ຄວາມພາກພຽນຊອບ ຍ່ອມເຮັດຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມປະລົບຄວາມພຽນ ປະຄອງຕັ້ງຈິດໄວ້ ເພື່ອຈະຍັງອະກຸສົນທຳ ອັນເປັນບາບທີ່ຍັງບໍ່ເກີດ ບໍ່ໃຫ້ເກີດຂຶ້ນ ອະກຸສົນອັນເປັນບາບໃດທີເກີດຂືນແລ້ວ ກໍໃຫ້ດັບ ກຸສົນໃດທີເກີດຂືນແລ້ວ ກໍຮັກສາ ກຸສົນໃດທີຍັງບໍ່ທັນເກີດກໍ ກໍໃຫ້ເກີດຂືນ. ສິ່ງນີ້ຕະຖາຄົດອະລະຫັນຕາສຳມາສຳພຸດທະເອີ້ນວ່າ ສຳມາວາຍາໂມ.
7. ສຳມາສະຕິຄື ຄວາມລະນຶກຊອບ ຄວນພິຈາຣະນາເຫັນກາຍໃນກາຍຢູ່ເປັນປະຈຳ ມີຄວາມພຽນເປັນເຄື່ອງເຜົາກິເລດ ມີສຳປະສັນຍະ ມີສະຕິຖອນຄວາມພໍໃຈ ແລະ ຄວາມບໍ່ພໍໃຈໃນໂລກອອກເສຍໄດ້ ຍ່ອມເປັນຜູ້ພິຈາຣະນາເຫັນ ເວທະນາໃນເວທະນາຢູ່ເປັນປະຈຳ ມີຄວາມພຽນເປັນເຄື່ອງເຜົາກິເລດ ມີສຳປະສັນຍະ ມີສະຕິຖອນຄວາມພໍໃຈ ແລະ ຄວາມບໍ່ພໍໃຈໃນໂລກອອກເສຍໄດ້ ເຫັນຈິດໃນຈິດຢູ່ເປັນປະຈຳ ມີຄວາມພຽນເປັນເຄື່ອງເຜົາກິເລດ ມີສຳປະສັນຍະ ມີສະຕິຖອນຄວາມພໍໃຈ ແລະ ຄວາມບໍ່ພໍໃຈໃນໂລກອອກເສຍໄດ້ ສີ່ງນີ້ຕະຖາຄົດອະລະຫັນຕາສຳມາສຳພຸດທະເອີ້ນວ່າ ສຳມາສະຕິ.
8. ສຳມາສະມາທິຄື ຄວາມຕັ້ງໃຈຊອບ ສະງັດແລ້ວຈາກກາມທັງຫຼາຍ ສະງັດແລ້ວຈາກທຳທີ່ເປັນອະກຸສົນທັງຫຼາຍ ເຂົ້າເຖິງປະຖົມມະຊານ ເຂົ້າເຖິງທຸຕິຊານ ເຂົ້າເຖິງຕະຕິຍະຊານ ເຂົ້າເຖິງຈະຕຸດຖະຊານ ບໍ່ມີທຸກບໍ່ມີສຸກ ມີແຕ່ຄວາມທີ່ສະຕິເປັນທຳມະຊາດ ບໍຣິສຸດ ສີ່ງນີ້ ຕະຖາຄົດອະລະຫັນຕາສຳມາສຳພຸດທະ ເອີ້ນວ່າ ສຳມາສະມາທິ.
ອະຣິຍະມັກມີອົງແປດ ທີໄດ້ກ່າວມານີ້ ຄື ອະຣິຍະສັດຂໍ້ທີ 4 ຄື ອະຣິຍະສັດຄືທາງດຳເນີນເພືອໃຫ້ດັບທຸກ. ອະຣິຍະມັກມີອົງແປດຄື ເພືອນທີທ່ຽງແທ້ຖາວອນ ເປັນເພືອນພຽງຜູ້ດຽວທີຈະນຳພາເພືອໃຫ້ຂ້າມໄປຍັງອີກຟັງໄດ້ ເຊີ່ງໝາຍເຖີງ ພຣະນິບພານໄດ້.
ອະຣິຍະສັດ 4 ທັງໝົດທີໄດ້ກ່າວມານີ້ຄື:
- ອະຣິຍະສັດ ຄື ທຸກ
- ອະຣິຍະສັດຄື ເຫດທີກໍໃຫ້ເກີດທຸກ.
- ອະຣິຍະສັດຄື ຄວາມດັບໄປໂດຍບໍ່ເຫຼືອແຫ່ງທຸກ.
- ອະຣິຍະສັດຄື ທາງດຳເນີນເພື່ອໃຫ້ດັບທຸກ.
ເປັນອົງຄວາມຮູ້ ທີປະເສີດທີສຸດ ເປັນອົງຄວາມຮູ້ ທີທ່ານທັງຫຼາຍຄວນໃຊ້ຈິດເພືອເຂົ້າໄປສຶກສາຮຽນຮູ້ ເພືອໃຫ້ເຂົ້າໃຈ ເພືອໃຫ້ຮູ້ ເພື່ອໃຫ້ເຖີງພ້ອມ ເຖີດ.
ຕະຖາຄົດອະລະຫັນຕາສຳມາສຳພຸດທະ ທັງຫຼາຍພຣະອົງທີເຄີຍມີມາແລ້ວໃນການກອນ ທີໄດ້ປະລິນິບພານໄປແລ້ວ ນັ້ນ ກໍລ້ວນແລ້ວແຕ່ສອນຄວາມຮູ້ໃນອະຣີຍະສັດ 4 . ຕະຖາຄົດອະລະຫັນຕາສຳມາສຳພຸດທະໃນກາລະນີ້ ກໍລ້ວນແລ້ວແຕ່ສອນຄວາມຮູ້ໃນອະຣິຍະສັດ4 .ຕະຖາຄົດອະລະຫັນຕາສຳມາສຳພຸດທະ ທັງຫຼາຍພຣະອົງທີຈະບັງເກີດຂືນໃນພາຍພາກໜ້າກໍລ້ວນແລ້ວແຕ່ຈະສອນເລື່ອງຄວາມຮູ້ໃນອະຣິຍະສັດ 4.