ພິກຂຸຊາວຊາຕິພູມຍົກຍ້ອງທ່ານພຣະປຸນນະມັນຕານີບຸດວ່າ ເປັນຜູ້ມັກນ້ອຍ ສັນໂດດ

ທາງສາຍກາງ

0:00/0:00
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເວລຸວັນ ອັນເປັນສະຖານທີ່ພຣະຣາຊະທານເຫຍື່ອແກ່ກະແຕ ເຂຕພຣະນະຄອຣຣາຊະຄຶຫ໌. ຄັ້ງນັ້ນ ພິກຂຸຊາວຊາຕິພູມປະເທສຈຳນວນຫລາຍ ຈຳພັນສາແລ້ວໃນຊາຕິພູມ ພາກັນເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍອະພິວາທພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະຜູ້ມີພຣະພາຄໄດ້ຕຣັສຖາມພິກຂຸເຫລົ່ານັ້ນດັ່ງນີ້ວ່າ:
ພິກຂຸທັງຫລາຍ! ໃນຊາຕິພູມປະເທສ ພິກຂຸອົງຄ໌ໃດໜໍ ທີ່ເຫລົ່າພິກຂຸເພື່ອນພຣົມມະຈັນຍ໌ຊາວຊາຕິພູມປະເທສຍົກຍ້ອງຢ່າງນີ້ວ່າ ເຂົາເປັນຜູ້ມັກນ້ອຍ ສັນໂດດ ງຽບສງັດ ບໍ່ຄຸກຄີດ້ວຍໝູ່ ປຣາຣົພຄວາມພຽນ ສົມບູນດ້ວຍສີລ ສະມາທິ ປັນຍາ ວິມຸຕຕິ ວິມຸຕຕິຍານທັສສະນະແລ້ວ ຍັງກ່າວຖ້ອຍຄຳພັນນະນາຄວາມມັກນ້ອຍ ຄວາມສັນໂດດ ຄວາມງຽບສງັດ ຄວາມບໍ່ຄຸກຄີດ້ວຍໝູ່ ກາຣປຣາຣົພຄວາມພຽນ ຄວາມສົມບູນດ້ວຍສີລ ສະມາທິ ປັນຍາ ວິມຸຕຕິ ວິມຸຕຕິຍານທັສສະນະແກ່ພິກຂຸທັງຫລາຍອີກດ້ວຍ ເປັນຜູ້ໃຫ້ໂອວາທ ແນະນຳ ຊີ້ແຈງ ຊັກຊວນເຫລົ່າພິກຂຸເພື່ອນພຣົມມະຈັນຍ໌ທັງຫລາຍໃຫ້ອາດຫານ ຣ່າເຣິງ?

ພິກຂຸຊາວຊາຕິພູມປະເທສເຫລົ່ານັ້ນກຣາບທູລວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ໃນຊາຕິພູມປະເທສ ທ່ານພຣະປຸນນະມັນຕານີບຸຕແລ ເປັນຜູ້ທີ່ເຫລົ່າພິກຂຸເພື່ອນພຣົມມະຈັນຍ໌ຊາວຊາຕິພູມປະເທສຍົກຍ້ອງຢ່າງນີ້ວ່າ ທ່ານເປັນຜູ້ມັກນ້ອຍ ສັນໂດດ ງຽບສງັດ ບໍ່ຄຸກຄີດ້ວຍໝູ່ ປຣາຣົພຄວາມພຽນ ສົມບູນດ້ວຍສີລ ສະມາທິ ປັນຍາ ວິມຸຕຕິ ວິມຸຕຕິຍານທັສສະນະແລ້ວ ຍັງກ່າວຖ້ອຍຄຳພັນນະນາຄວາມມັກນ້ອຍ ຄວາມສັນໂດດ ຄວາມງຽບສງັດ ຄວາມບໍ່ຄຸກຄີດ້ວຍໝູ່ ກາຣປຣາຣົພຄວາມພຽນ ຄວາມສົມບູນດ້ວຍສີລ ສະມາທິ ປັນຍາ ວິມຸຕຕິ ວິມຸຕຕິຍານທັສສະນະແກ່ພິກຂຸທັງຫລາຍອີກດ້ວຍ ເປັນຜູ້ໃຫ້ໂອວາທ ແນະນຳ ຊີ້ແຈງ ຊັກຊວນເຫລົ່າພິກຂຸເພື່ອນພຣົມມະຈັນຍ໌ທັງຫລາຍໃຫ້ອາດຫານ ຣ່າເຣິງ.

ສມັຍນັ້ນ ທ່່ານພຣະສາຣີບຸຕນັ່ງເຝົ້າພຣະຜູ້ມີພຣະພາຄຢູ່ໃນທີ່ໃກ້ ຈຶ່ງດຳຣິວ່າ ເປັນລາພຂອງທ່ານປຸນນະມັນຕານີບຸຕ ຄວາມເປັນມະນຸສອັນທ່ານປຸນນະມັນຕານີບຸຕໄດ້ດີແລ້ວ ທີ່ເຫລົ່າພິກຂຸເພື່ອນພຣົມມະຈັນຍ໌ຜູ້ເປັນວິນຍູຊົນກ່າວຍົກຍ້ອງພັນນະນາຄຸນສະເພາະພຣະພັກພຣະສາສດາ ແລະພຣະສາສດາກໍຊົງອະນຸໂມທະນາເຊິ່ງກະຖານັ້ນ ບາງທີເຮົາຄົງໄດ້ພົບກັບທ່ານປຸນນະມັນຕານີບຸຕ ແລ້ວສົນທະນາປຣາສັຍກັນຈັກຄັ້ງໜຶ່ງ.

ຄັ້ງນັ້ນ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະນະຄອຣຣາຊະຄຶຫ໌ຕາມສຳຣານພຣະອັທທະຍາສັຍແລ້ວ ສະເດັຈຈາຣິກໄປໂດຍລຳດັບ ເຖິງພຣະນະຄອຣສາວັຕຖີ ປະທັບໃນພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ.

ທ່ານພຣະປຸນນະມັນຕານີບຸຕໄດ້ຊາບຂ່າວວ່າ ພຣະຜູ້ມີພຣະພາຄສະເດັຈເຖິງພຣະນະຄອຣສາວັຕຖີ ປະທັບໃນພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ ທ່ານຈຶ່ງເກັບງຳເສນາສະນະ ຖືບາຕແລະຈີວອຣຈາຣິກໄປໂດຍລຳດັບ ຕາມທາງທີ່ຈະໄປຍັງພຣະນະຄອຣສາວັຕຖີ ເຖິງພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີແລ້ວ ຈຶ່ງເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນນັ່ງຮຽບຮ້ອຍແລ້ວ ພຣະຜູ້ມີພຣະພາຄຊົງຊີ້ແຈງໃຫ້ເຫັນແຈ້ງ ໃຫ້ສະມາທານ ໃຫ້ອາດຫານ ຣ່າເຣິງ ດ້ວຍທັມມິກະຖາ.

ເມື່ອພຣະຜູ້ມີພຣະພາຄຊົງຊີ້ແຈງໃຫ້ເຫັນແຈ້ງ ໃຫ້ສະມາທານ ໃຫ້ອາດຫານ ຣ່າເຣິງ ດ້ວຍທັມມິກະຖາແລ້ວ ທ່ານພຣະປຸນນະມັນຕານີບຸຕກໍຊື່ນຊົມ ອະນຸໂມທະນາພຣະພາສິຕຂອງພຣະຜູ້ມີພຣະພາຄ ລຸກຈາກອາສະນະ ຖວາຍອະພິວາທພຣະຜູ້ມີພຣະພາຄ ກະທຳປະທັກຂິນແລ້ວເຂົ້າໄປສູ່ປ່າອັນທະວັນເພື່ອພັກທ່ຽງວັນ.

ຄັ້ງນັ້ນ ພິກຂຸອົງຄ໌ໜຶ່ງເຂົ້າໄປຫາທ່ານພຣະສາຣີບຸຕແລ້ວແຈ້ງຂ່າວວ່າ ຂ້າແຕ່ທ່ານພຣະສາຣີບຸຕ ທ່ານພຣະປຸນນະມັນຕານີບຸຕທີ່ທ່ານໄດ້ສັນລະເສີນເນື່ອງໆນັ້ນ ບັດນີ້ ພຣະຜູ້ມີພຣະພາຄຊົງຊີ້ແຈງໃຫ້ເຫັນແຈ້ງ ໃຫ້ສະມາທານ ໃຫ້ອາດຫານ ຣ່າເຣິງ ດ້ວຍທັມມິກະຖາແລ້ວ ທ່ານກໍຊື່ນຊົມ ອະນຸໂມທະນາ ພຣະພາສິຕຂອງພຣະຜູ້ມີພຣະພາຄ ລຸກຈາກອາສະນະ ຖວາຍອະພິວາທພຣະຜູ້ມີພຣະພາຄ ກະທຳປະທັກຂິນແລ້ວເຂົ້າໄປສູ່ປ່າອັນທະວັນເພື່ອພັກທ່ຽງວັນ.

ລຳດັບນັ້ນ ທ່ານພຣະສາຣີບຸຕຟ້າວຖືຜ້ານິສີທະນະ(ຜ້າປູນັ່ງ) ແລ້ວຕິດຕາມທ່ານພຣະປຸນນະມັນຕານີບຸຕໄປຂ້າງຫລັງໆ ພໍເຫັນຫົວກັນ.

ຄັ້ງນັ້ນ ທ່ານພຣະປຸນນະມັນຕານີບຸຕເຂົ້າໄປປ່າອັນທະວັນແລ້ວ ນັ່ງພັກທ່ຽງວັນຢູ່ທີ່ເຫງົ້າໄມ້ແຫ່ງໜຶ່ງ ແມ່ນແຕ່ທ່ານພຣະສາຣີບຸຕກໍເຂົ້າໄປສູ່ປ່າອັນທະວັນແລ້ວ ກໍນັ່ງພັກທ່ຽງວັນຢູ່ທີ່ເຫງົ້າໄມ້ແຫ່ງໜຶ່ງເໝືອນກັນ.

ຄັ້ງນັ້ນ ເປັນເວລາຕອນແລງ ທ່ານພຣະສາຣີບຸຕອອກຈາກທີ່ພັກຜ່ອນແລ້ວ ເຂົ້າໄປຫາທ່ານພຣະປຸນນະມັນຕານີບຸຕເຖິງທີ່ຢູ່ ໄດ້ປຣາສັຍກັບທ່ານພຣະປຸນນະມັນຕານີບຸຕ ຄັນຜ່ານກາຣປຣາສັຍພໍໃຫ້ຣະນຶກເຖິງກັນໄປແລ້ວ ຈຶ່ງນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນນັ່ງຮຽບຮ້ອຍແລ້ວ ຈຶ່ງຖາມທ່ານພຣະປຸນນະມັນຕານີບຸຕດັ່ງນີ້ວ່າ:

ອາວຸໂສ! ທ່ານປະພຶຕພຣົມມະຈັນຍ໌ໃນພຣະຜູ້ມີພຣະພາຄຂອງເຮົາຫລື?

ທ່ານພຣະປຸນນະມັນຕານີບຸຕຕອບວ່າ:
ຖືກແລ້ວ ອາວຸໂສ!

ທ່ານປະພຶຕພຣົມມະຈັນຍ໌ໃນພຣະຜູ້ມີພຣະພາຄເພື່ອສີລວິສຸທທິຫລື ອາວຸໂສ!

ບໍ່ແມ່ນຢ່າງນັ້ນ ອາວຸໂສ!

ທ່ານປະພຶຕພຣົມມະຈັນຍ໌ໃນພຣະຜູ້ມີພຣະພາຄເພື່ອຈິຕຕະວິສຸທທິຫລື ອາວຸໂສ!

ບໍ່ແມ່ນຢ່າງນັ້ນ ອາວຸໂສ!

ຖ້າຢ່າງນັ້ນ ທ່ານປະພຶຕພຣົມມະຈັນຍ໌ໃນພຣະຜູ້ມີພຣະພາຄເພື່ອທິຕຖິວິສຸທທິຫລື ອາວຸໂສ!

ບໍ່ແມ່ນຢ່າງນັ້ນ ອາວຸໂສ!

ຖ້າຢ່າງນັ້ນ ທ່ານປະພຶຕພຣົມມະຈັນຍ໌ໃນພຣະຜູ້ມີພຣະພາຄເພື່ອກັງຂາວິຕະຣະນະວິສຸທທິຫລື(ຄວາມບໍຣິສຸທແຫ່ງກາຣກ້າວລ່ວງຄວາມສົງສັຍ) ອາວຸໂສ!

ບໍ່ແມ່ນຢ່າງນັ້ນ ອາວຸໂສ!

ຖ້າຢ່າງນັ້ນ ທ່ານປະພຶຕພຣົມມະຈັນຍ໌ໃນພຣະຜູ້ມີພຣະພາຄເພື່ອມັຄຄາມັຄຄະຍານທັສສະນະວິສຸທທິຫລື ອາວຸໂສ!

ບໍ່ແມ່ນຢ່າງນັ້ນ ອາວຸໂສ!

ຖ້າຢ່າງນັ້ນ ທ່ານປະພຶຕພຣົມມະຈັນຍ໌ໃນພຣະຜູ້ມີພຣະພາຄເພື່ອປະຕິປະທາຍານທັສສະນະວິສຸທທິຫລື ອາວຸໂສ!

ບໍ່ແມ່ນຢ່າງນັ້ນ ອາວຸໂສ!

ຖ້າຢ່າງນັ້ນ ທ່ານປະພຶຕພຣົມມະຈັນຍ໌ໃນພຣະຜູ້ມີພຣະພາຄເພື່ອຍານທັສສະນະວິສຸທທິຫລື ອາວຸໂສ!

ບໍ່ແມ່ນຢ່າງນັ້ນ ອາວຸໂສ!

ອາວຸໂສ! ຂ້ານ້ອຍຖາມທ່ານວ່າ ທ່ານປະພຶຕພຣົມມະຈັນຍ໌ໃນພຣະຜູ້ມີພຣະພາຄເພື່ອສີລວິສຸທທິຫລື ອາວຸໂສ! ທ່ານກໍຕອບວ່າ ບໍ່ແມ່ນຢ່າງນັ້ນ ອາວຸໂສ!

ຂ້ານ້ອຍຖາມທ່ານວ່າ ທ່ານປະພຶຕພຣົມມະຈັນຍ໌ໃນພຣະຜູ້ມີພຣະພາຄເພື່ອຈິຕຕະວິສຸທທິຫລື ເພື່ອທິຕຖິວິສຸທທິຫລື ເພື່ອກັງຂາວິຕະຣະນະວິສຸທທິຫລື ເພື່ອມັຄຄາມັຄຄະຍານທັສສະນະວິສຸທທິຫລື ເພື່ອປະຕິປະທາຍານທັສສະນະວິສຸທທິຫລື ເພື່ອຍານທັສສະນະວິສຸທທິຫລື ທ່ານກໍຕອບວ່າ ບໍ່ແມ່ນຢ່າງນັ້ນໆ. ເມື່ອເປັນເຊັ່ນນັ້ນ ທ່ານປະພຶຕພຣົມມະຈັນຍ໌ໃນພຣະຜູ້ມີພຣະພາຄເພື່ອອັນໃດ?

ອາວຸໂສ! ຂ້ານ້ອຍປະພຶຕພຣົມມະຈັນຍ໌ໃນພຣະຜູ້ມີພຣະພາຄເພື່ອອະນຸປາທາປະຣິນິພພານ(ຄວາມດັບສະໜິດແຫ່ງຄວາມຢຶດໝັ້ນ).

ອາວຸໂສ! ສີລວິສຸທທິຫລື ເປັນອະນຸປາທາປະຣິນິພພານ?
ບໍ່ແມ່ນຢ່າງນັ້ນ ອາວຸໂສ!

ອາວຸໂສ! ຈິຕຕະວິສຸທທິຫລື ເປັນອະນຸປາທາປະຣິນິພພານ?
ບໍ່ແມ່ນຢ່າງນັ້ນ ອາວຸໂສ!
ອາວຸໂສ! ທິຕຖິວິສຸທທິຫລື ເປັນອະນຸປາທາປະຣິນິພພານ?
ບໍ່ແມ່ນຢ່າງນັ້ນ ອາວຸໂສ!

ອາວຸໂສ! ກັງຂາວິຕະຣະນະວິສຸທທິຫລື ເປັນອະນຸປາທາປະຣິນິພພານ? ບໍ່ແມ່ນຢ່າງນັ້ນ ອາວຸໂສ!

ອາວຸໂສ! ມັຄຄາມັຄຄະຍານທັສສະນະວິສຸທທິຫລື ເປັນອະນຸປາທາປະຣິນິພພານ? ບໍ່ແມ່ນຢ່າງນັ້ນ ອາວຸໂສ!

ອາວຸໂສ! ປະຕິປະທາຍານທັສສະນະວິສຸທທິຫລື ເປັນອະນຸປາທາປະຣິນິພພານ? ບໍ່ແມ່ນຢ່າງນັ້ນ ອາວຸໂສ!

ອາວຸໂສ! ຍານທັສສະນະວິສຸທທິຫລື ເປັນອະນຸປາທາປະຣິນິພພານ? ບໍ່ແມ່ນຢ່າງນັ້ນ ອາວຸໂສ!

ອາວຸໂສ! ຂ້ານ້ອຍຖາມທ່ານວ່າ ສີລວິສຸທທິຫລື ເປັນອະນຸປາທາປະຣິນິພພານ, ຈິຕຕະວິສຸທທິຫລື ເປັນອະນຸປາທາປະຣິນິພພານ, ທິຕຖິວິສຸທທິຫລື ເປັນອະນຸປາທາປະຣິນິພພານ, ກັງຂາວິຕະຣະນະວິສຸທທິຫລື ເປັນອະນຸປາທາປະຣິນິພພານ, ມັຄຄາມັຄຄະຍານທັສສະນະວິສຸທທິຫລື ເປັນອະນຸປາທາປະຣິນິພພານ, ປະຕິປະທາຍານທັສສະນະວິສຸທທິຫລື ເປັນອະນຸປາທາປະຣິນິພພານ, ຍານທັສສະນະວິສຸທທິຫລື ເປັນອະນຸປາທາປະຣິນິພພານ?

ທ່ານກໍຕອບຂ້ານ້ອຍວ່າ ບໍ່ແມ່ນຢ່າງນັ້ນໆ ເມື່ອເປັນເຊັ່ນນັ້ນ ຄວນຈະເຫັນເນື້ອຄວາມຂອງຖ້ອຍຄຳທີ່ທ່ານກ່າວນີ້ຢ່າງໃດໜໍ?

ອາວຸໂສ! ຖ້າພຣະຜູ້ມີພຣະພາຄຈັກຊົງບັນຍັຕສີລວິສຸທທິວ່າເປັນອະນຸປາທາປະຣິນິພພານແລ້ວ ກໍຊື່ວ່າຊົງບັນຍັຕທັມທີ່ຍັງມີອຸປາທານວ່າເປັນອະນຸປາທາປະຣິນິພພານ.

ອາວຸໂສ! ຖ້າພຣະຜູ້ມີພຣະພາຄຈັກຊົງບັນຍັຕຈິຕຕະວິສຸທທິວ່າເປັນອະນຸປາທາປະຣິນິພພານແລ້ວ ກໍຊື່ວ່າຊົງບັນຍັຕທັມທີ່ຍັງມີອຸປາທານວ່າເປັນອະນຸປາທາປະຣິນິພພານ.

ອາວຸໂສ! ຖ້າພຣະຜູ້ມີພຣະພາຄຈັກຊົງບັນຍັຕທິຕຖິວິສຸທທິວ່າເປັນອະນຸປາທາປະຣິນິພພານແລ້ວ ກໍຊື່ວ່າຊົງບັນຍັຕທັມທີ່ຍັງມີອຸປາທານວ່າເປັນອະນຸປາທາປະຣິນິພພານ.

ອາວຸໂສ! ຖ້າພຣະຜູ້ມີພຣະພາຄຈັກຊົງບັນຍັຕກັງຂາວິຕະຣະນະວິສຸທທິວ່າເປັນອະນຸປາທາປະຣິນິພພານແລ້ວ ກໍຊື່ວ່າຊົງບັນຍັຕທັມທີ່ຍັງມີອຸປາທານວ່າເປັນອະນຸປາທາປະຣິນິພພານ.
ອາວຸໂສ! ຖ້າພຣະຜູ້ມີພຣະພາຄຈັກຊົງບັນຍັຕມັຄຄາມັຄຄະຍານທັສສະນະວິສຸທທິວ່າເປັນອະນຸປາທາປະຣິນິພພານແລ້ວ ກໍຊື່ວ່າຊົງບັນຍັຕທັມທີ່ຍັງມີອຸປາທານວ່າເປັນອະນຸປາທາປະຣິນິພພານ.

ອາວຸໂສ! ຖ້າພຣະຜູ້ມີພຣະພາຄຈັກຊົງບັນຍັຕປະຕິປະທາຍານທັສສະນະວິສຸທທິວ່າເປັນອະນຸປາທາປະຣິນິພພານແລ້ວ ກໍຊື່ວ່າຊົງບັນຍັຕທັມທີ່ຍັງມີອຸປາທານວ່າເປັນອະນຸປາທາປະຣິນິພພານ.

ອາວຸໂສ! ຖ້າພຣະຜູ້ມີພຣະພາຄຈັກຊົງບັນຍັຕຍານທັສສະນະວິສຸທທິວ່າເປັນອະນຸປາທາປະຣິນິພພານແລ້ວ ກໍຊື່ວ່າຊົງບັນຍັຕທັມທີ່ຍັງມີອຸປາທານວ່າເປັນອະນຸປາທາປະຣິນິພພານ.

ອາວຸໂສ! ຖ້າຫາກວ່າ ທັມນອກຈາກທັມເຫລົ່ານີ້ ຈັກເປັນອະນຸປາທາປະຣິນິພພານແລ້ວ ປຸຖຸຊົນຈະຊື່ວ່າປະຣິນິພພານ ເພາະວ່າປຸຖຸຊົນບໍ່ມີທັມເຫລົ່ານີ້.

ອາວຸໂສ! ຂ້ານ້ອຍຈະອຸປະມາໃຫ້ທ່ານຟັງ ບຸຣຸສຜູ້ເປັນວິນຍູຊົນບາງພວກໃນໂລກນີ້ ຍ່ອມຮູ້ເນື້ອຄວາມແຫ່ງຄຳທີ່ກ່າວແລ້ວດ້ວຍອຸປະມາ.
ອາວຸໂສ! ປຽບເໝືອນພຣະເຈົ້າປະເສນທິໂກສົລກຳລັງປະທັບຢູ່ໃນພຣະນະຄອຣສາວັຕຖີ ມີພຣະຣາຊະກະຣະນີຍະກິຈດ່ວນບາງຢ່າງເກີດຂຶ້ນໃນເມືອງສາເກຕ ແລະໃນລະຫວ່າງພຣະນະຄອຣສາວັຕຖີກັບເມືອງສາເກຕນັ້ນ ຈະຕ້ອງໃຊ້ຣົຖເຖິງ ໗ ຄັນຜັດປ່ຽນກັນ. ລຳດັບນັ້ນ ພຣະເຈົ້າປະເສນທິໂກສົລສະເດັຈອອກຈາກພຣະນະຄອຣສາວັຕຖີ ຊົງຣົຖພຣະທີ່ນັ່ງຄັນທີ ໑ ທີ່ປະຕູພຣະຣາຊະວັງ ໄປເຖິງຣົຖພຣະທີ່ນັ່ງຄັນທີ ໒ ດ້ວຍຣົຖ ພຣະທີ່ນັ່ງຄັນທີ ໑ ຊົງສະເດັຈອອກຈາກຣົຖພຣະທີ່ນັ່ງຄັນທີ ໑ ຊົງຣົຖພຣະທີ່ນັ່ງຄັນທີ ໒

ສະເດັຈໄປເຖິງຣົຖພຣະທີ່ນັ່ງຄັນທີ ໓ ດ້ວຍຣົຖພຣະທີ່ນັ່ງຄັນທີ ໒ ຊົງສະເດັຈອອກຈາກຣົຖພຣະທີ່ນັ່ງຄັນທີ ໒ ຊົງຣົຖພຣະທີ່ນັ່ງຄັນທີ ໓

ສະເດັຈໄປເຖິງຣົຖພຣະທີ່ນັ່ງຄັນທີ ໔ ດ້ວຍຣົຖພຣະທີ່ນັ່ງຄັນທີ ໓ ຊົງສະເດັຈອອກຈາກຣົຖພຣະທີ່ນັ່ງຄັນທີ ໓ ຊົງຣົຖພຣະທີ່ນັ່ງຄັນທີ ໔

ສະເດັຈໄປເຖິງຣົຖພຣະທີ່ນັ່ງຄັນທີ ໕ ດ້ວຍຣົຖພຣະທີ່ນັ່ງຄັນທີ ໔ ຊົງສະເດັຈອອກຈາກຣົຖພຣະທີ່ນັ່ງຄັນທີ ໔ ຊົງຣົຖພຣະທີ່ນັ່ງຄັນທີ ໕
ສະເດັຈໄປເຖິງຣົຖພຣະທີ່ນັ່ງຄັນທີ ໖ ດ້ວຍຣົຖພຣະທີ່ນັ່ງຄັນທີ ໕ ຊົງສະເດັຈອອກຈາກຣົຖພຣະທີ່ນັ່ງຄັນທີ ໕ ຊົງຣົຖພຣະທີ່ນັ່ງຄັນທີ ໖

ສະເດັຈໄປເຖິງຣົຖພຣະທີ່ນັ່ງຄັນທີ ໗ ດ້ວຍຣົຖພຣະທີ່ນັ່ງຄັນທີ ໖ ຊົງສະເດັຈອອກຈາກຣົຖພຣະທີ່ນັ່ງຄັນທີ ໖ ຊົງຣົຖພຣະທີ່ນັ່ງຄັນທີ ໗ ສະເດັຈໄປເຖິງເມືອງສາເກຕທີ່ປະຕູພຣະຣາຊະວັງດ້ວຍຣົຖພຣະທີ່ນັ່ງຄັນທີ ໗.

ອາວຸໂສ! ຖ້າພວກມິຕອະມາຕຍ໌ ຫລືພຣະຍາຕສາຍໂລຫິຕຈະທູລຖາມພຣະອົງຄ໌ເຊິ່ງສະເດັຈເຖິງປະຕູພຣະຣາຊະວັງວ່າ ຂ້າແຕ່ມະຫາຣາຊເຈົ້າ ພຣະອົງຄ໌ສະເດັຈມາຈາກພຣະນະຄອຣສາວັຕຖີເຖິງເມືອງສາເກຕທີ່ປະຕູພຣະຣາຊະວັງ ດ້ວຍຣົຖພຣະທີ່ນັ່ງຄັນດຽວຫລື?

ອາວຸໂສ! ພຣະເຈົ້າປະເສນທິໂກສົລຈະຕຣັສຕອບຢ່າງໃດ ຈຶ່ງຈະເປັນກາຣຕຣັສຕອບທີ່ຖືກຕ້ອງ?

ອາວຸໂສ! ພຣະເຈົ້າປະເສນທິໂກສົລຈະຕ້ອງຕຣັສຕອບຢ່າງນີ້ ຈຶ່ງຈະເປັນກາຣຕຣັສຕອບທີ່ຖືກຕ້ອງຄື ເມື່ອເຮົາຢູ່ໃນພຣະນະຄອຣສາວັຕຖີນັ້ນ ມີກະຣະນີຍະກິຈດ່ວນບາງຢ່າງເກີດຂຶ້ນໃນເມືອງສາເກຕ ແລະໃນລະຫວ່າງພຣະນະຄອຣສາວັຕຖີກັບເມືອງສາເກຕນັ້ນ ຈະຕ້ອງໃຊ້ຣົຖເຖິງ ໗ ຄັນຜັດປ່ຽນກັນ. ເມື່ອເປັນເຊັ່ນນັ້ນ ເຮົາຈຶ່ງອອກຈາກພຣະນະຄອຣສາວັຕຖີ ຂຶ້ນຣົຖຄັນທີ ໑ ທີ່ປະຕູວັງ ໄປເຖິງຣົຖຄັນທີ ໒ ດ້ວຍຣົຖຄັນທີ ໑ ອອກຈາກຣົຖຄັນທີ ໑ ຂຶ້ນຣົຖຄັນທີ ໒

ໄປເຖິງຣົຖຄັນທີ ໓ ດ້ວຍຣົຖຄັນທີ ໒ ອອກຈາກຣົຖຄັນທີ ໒ ຂຶ້ນຣົຖຄັນທີ ໓

ໄປເຖິງຣົຖຄັນທີ ໔ ດ້ວຍຣົຖຄັນທີ ໓ ອອກຈາກຣົຖຄັນທີ ໓ ຂຶ້ນຣົຖຄັນທີ ໔

ໄປເຖິງຣົຖຄັນທີ ໕ ດ້ວຍຣົຖຄັນທີ ໔ ອອກຈາກຣົຖຄັນທີ ໔ ຂຶ້ນຣົຖຄັນທີ ໕

ໄປເຖິງຣົຖຄັນທີ ໖ ດ້ວຍຣົຖຄັນທີ ໕ ອອກຈາກຣົຖຄັນທີ ໕ ຂຶ້ນຣົຖຄັນທີ ໖

ໄປເຖິງຣົຖຄັນທີ ໗ ດ້ວຍຣົຖຄັນທີ ໖ ອອກຈາກຣົຖຄັນທີ ໖ ຂຶ້ນຣົຖຄັນທີ ໗ ມາເຖິງເມືອງສາເກຕທີ່ປະຕູວັງດ້ວຍຣົຖຄັນທີ ໗.
ອາວຸໂສ! ພຣະເຈົ້າປະເສນທິໂກສົລຈະຕ້ອງຕຣັສຕອບຢ່າງນີ້ ຈຶ່ງຈະເປັນກາຣຕຣັສຕອບທີ່ຖືກຕ້ອງ.

ອາວຸໂສ! ຂໍ້ນີ້ກໍສັນນັ້ນ ສີລວິສຸທທິເປັນປະໂຍຊນ໌ແກ່ຈິຕຕະວິສຸທທິ, ຈິຕຕະວິສຸທທິເປັນປະໂຍຊນ໌ແກ່ທິຕຖິວິສຸທທິ, ທິຕຖິວິສຸທທິເປັນປະໂຍຊນ໌ແກ່ກັງຂາວິຕະຣະນະວິສຸທທິ, ກັງຂາວິຕະຣະນະວິສຸທທິເປັນປະໂຍຊນ໌ແກ່ມັຄຄາມັຄຄະຍານທັສສະນະວິສຸທທິ, ມັຄຄາມັຄຄະຍານທັສສະນະວິສຸທທິເປັນປະໂຍຊນ໌ແກ່ປະຕິປະທາຍານທັສສະນະວິສຸທທິ, ປະຕິປະທາຍານທັສສະນະວິສຸທທິເປັນປະໂຍຊນ໌ແກ່ຍານທັສສະນະວິສຸທທິ, ຍານທັສສະນະວິສຸທທິເປັນປະໂຍຊນ໌ແກ່ອະນຸປາທາປະຣິນິພພານ.

ອາວຸໂສ! ຂ້ານ້ອຍປະພຶຕພຣົມມະຈັນຍ໌ໃນພຣະຜູ້ມີພຣະພາຄເພື່ອອະນຸປາທາປະຣິນິພພານ.

ເມື່ອທ່ານພຣະປຸນນະມັນຕານີບຸຕກ່າວຢ່າງນີ້ແລ້ວ ທ່ານພຣະສາຣີບຸຕຈຶ່ງຖາມວ່າ:

ອາວຸໂສ! ທ່ານຊື່ຫຍັງ ແລະເຫລົ່າພິກຂຸເພື່ອນພຣົມມະຈັນຍ໌ຮູ້ຈັກທ່ານວ່າແນວໃດ?

ທ່ານພຣະປຸນນະມັນຕານີບຸຕຕອບວ່າ:

ອາວຸໂສ! ຂ້ານ້ອຍຊື່ ປຸນນະ ແຕ່ເຫລົ່າພິກຂຸເພື່ອນພຣົມມະຈັນຍ໌ຮູ້ຈັກຂ້ານ້ອຍວ່າ ມັນຕານີບຸຕ.

ທ່ານພຣະສາຣີບຸຕກ່າວວ່າ:

ອາວຸໂສ! ໜ້າອັສສະຈັນຍ໌ຫລາຍ ບໍ່ເຄີຍມີມາແລ້ວ ທັມອັນເລິກເຊິ່ງ ອັນທ່ານພຣະປຸນນະມັນຕານີບຸຕເລືອກເຟັ້ນມາກ່າວແກ້ດ້ວຍປັນຍາອັນເລິກເຊິ່ງ ຕາມຢ່າງທີ່ພຣະສາວົກຜູ້ໄດ້ສະດັບແລ້ວ ຮູ້ທົ່ວເຖິງຄຳສອນຂອງພຣະສາສດາໂດຍທ່ອງແທ້ ທີ່ຄວນກ່າວແກ້ ສະນັ້ນ ເປັນລາພຂອງເພື່ອນພຣົມມະຈັນຍ໌ທັງຫລາຍ ຄວາມເປັນມະນຸສອັນເພື່ອນພຣົມມະຈັນຍ໌ທັງຫລາຍໄດ້ດີແລ້ວ ທີ່ໄດ້ພົບເຫັນ ໄດ້ນັ່ງໃກ້ທ່ານພຣະປຸນນະມັນຕານີບຸຕ ເຖິງວ່າເພື່ອນພຣົມມະຈັນຍ໌ທັງຫລາຍຈະເທີດທູນທ່ານພຣະປຸນນະມັນຕານີບຸຕໄວ້ເທິງຫົວດ້ວຍເທີດຜ້າຈຶ່ງຈະໄດ້ພົບເຫັນ ໄດ້ນັ່ງໃກ້ ເຖິງຢ່າງນັ້ນກໍນັບວ່າເປັນລາພຂອງທ່ານເຫລົ່ານັ້ນ ຄວາມເປັນມະນຸສອັນທ່ານເຫລົ່ານັ້ນໄດ້ດີແລ້ວ. ອີກຢ່າງໜຶ່ງ ນັບວ່າເປັນລາພຂອງຂ້ານ້ອຍດ້ວຍ ເປັນກາຣໄດ້ດີຂອງຂ້ານ້ອຍດ້ວຍ ທີ່ໄດ້ພົບເຫັນ ໄດ້ນັ່ງໃກ້ທ່ານພຣະປຸນນະມັນຕານີບຸຕ.
ເມື່ອທ່ານພຣະສາຣີບຸຕກ່າວຢ່າງນີ້ແລ້ວ ທ່ານພຣະປຸນນະມັນຕານີບຸຕຈຶ່ງຖາມວ່າ:

ອາວຸໂສ! ທ່ານຊື່ຫຍັງ ແລະເຫລົ່າພິກຂຸເພື່ອນພຣົມມະຈັນຍ໌ຮູ້ຈັກທ່ານວ່າແນວໃດ?

ທ່ານພຣະສາຣີບຸຕຕອບວ່າ:

ອາວຸໂສ! ຂ້ານ້ອຍຊື່ ອຸປະຕິສສະ ແຕ່ເຫລົ່າພິກຂຸເພື່ອນພຣົມມະຈັນຍ໌ຮູ້ຈັກຂ້ານ້ອຍວ່າ ສາຣີບຸຕ.

ທ່ານພຣະປຸນນະມັນຕານີບຸຕກ່າວວ່າ:

ທ່ານຜູ້ຈະເຣີນ! ຂ້ານ້ອຍກຳລັງເວົ້າຢູ່ກັບທ່ານຜູ້ເປັນສາວົກຊົງຄຸນຄ້າຍກັບພຣະສາສດາ ບໍ່ຮູ້ເລີຍວ່າ ທ່ານຊື່ສາຣີບຸຕ ຖ້າຂ້ານ້ອຍຮູ້ວ່າ ທ່ານຊື່ສາຣີບຸຕແລ້ວ ຄຳທີ່ເວົ້າໄປພຽງເທົ່ານີ້ຄົງບໍ່ແຈ່ມແຈ້ງແກ່ຂ້ານ້ອຍໄດ້ ເປັນກາຣໜ້າອັສສະຈັນຍ໌ຈິງ ບໍ່ເຄີຍມີມາແລ້ວ ທັມອັນເລິກເຊິ່ງ ອັນທ່ານພຣະສາຣີບຸຕເລືອກເຟັ້ນມາຖາມແລ້ວດ້ວຍປັນຍາອັນເລິກເຊິ່ງ ຕາມຢ່າງທີ່ພຣະສາວົກຜູ້ໄດ້ສະດັບແລ້ວ ຮູ້ທົ່ວເຖິງຄຳສອນຂອງພຣະສາສດາໂດຍທ່ອງແທ້ ທີ່ຄວນຈະຖາມ ສະນັ້ນ ເປັນລາພຂອງເພື່ອນພຣົມມະຈັນຍ໌ທັງຫລາຍ ຄວາມເປັນມະນຸສອັນເພື່ອນ ພຣົມມະຈັນຍ໌ທັງຫລາຍໄດ້ດີແລ້ວ ທີ່ໄດ້ພົບເຫັນ ໄດ້ນັ່ງໃກ້ທ່ານພຣະສາຣີບຸຕ ເຖິງວ່າເພື່ອນພຣົມມະຈັນຍ໌ທັງຫລາຍຈະເທີດທູນທ່ານພຣະສາຣີບຸຕໄວ້ເທິງຫົວດ້ວຍເທີດຜ້າຈຶ່ງຈະໄດ້ພົບເຫັນ ໄດ້ນັ່ງໃກ້ ເຖິງຢ່າງນັ້ນກໍນັບວ່າເປັນລາພຂອງທ່ານເຫລົ່ານັ້ນ ຄວາມເປັນມະນຸສອັນທ່ານເຫລົ່ານັ້ນໄດ້ດີແລ້ວ. ອີກຢ່າງໜຶ່ງ ນັບວ່າເປັນລາພຂອງຂ້ານ້ອຍດ້ວຍ ເປັນກາຣໄດ້ດີຂອງຂ້ານ້ອຍດ້ວຍ ທີ່ໄດ້ພົບເຫັນ ໄດ້ນັ່ງໃກ້ທ່ານພຣະສາຣີບຸຕ.

ພຣະມະຫານາຄທັງສອງນັ້ນ ຕ່າງຊື່ນຊົມສຸພາສິຕຂອງກັນແລະກັນດ້ວຍປະກາຣຢ່າງນີ້ແລ.

ມັຊຊິມະນິກາຍ ມູລປັນນາສກ໌ ໑໒/໒໐໑-໒໐໗/໒໙໒-໓໐໐
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ