ພໍຮູ້ອະຣິຍະສັດທຸກເຫຼືອໜ້ອຍຂະໜາດ(ເທົ່າ)ຝຸ່ນຕິດປາຍເລັບທຽບກັບປະຖະພີ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ເຈົ້າທັງຫຼາຍຈະສໍາຄັນຄວາມຂໍ້ນີ້ ວ່າແນວໃດ : ຝຸ່ນໜ້ອຍໜຶ່ງທີ່ເຮົາຕັກຂຶ້ນດ້ວຍປາຍເລັບນີ້ ກັບມະຫາປະຖະພີນີ້ ຂ້າງຝ່າຍໃດຈະຫຼາຍກວ່າກັນ ?

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ມະຫາປະຖະພີນັ້ນແຫຼະເປັນດິນທີ່ຫຼາຍກວ່າ. ຝຸ່ນໜ້ອຍໜຶ່ງ ເທົ່າທີ່ຊົງຕັກຂຶ້ນດ້ວຍປາຍພຣະນະຂາ (ເລັບ) ນີ້ເປັນຂອງມີປະມານໜ້ອຍ. ຝຸ່ນນັ້ນເມື່ອນໍາໄປທຽບກັບມະຫາປະຖະພີ ຍ່ອມບໍ່ເຖິງຊຶ່ງການຄໍານວນໄດ້ ປຽບທຽບໄດ້ ບໍ່ເຂົ້າເຖິງແມ່ນຊຶ່ງກະລະພາກ (ສ່ວນສ້ຽວ)”

ພິກຂຸ ທ. ! ອຸປະມານີ້ເຊັ່ນໃດ ອຸປະໄມກໍເຊັ່ນນັ້ນ : ສໍາລັບອະຣິຍະສາວົກຜູ້ເຖິງພ້ອມດ້ວຍ (ສັມມາ) ທິຕຖິ ຮູ້ພ້ອມສະເພາະແລ້ວ, ຄວາມທຸກຂ໌ຂອງທ່ານສ່ວນທີ່ດັບສິ້ນໄປແລ້ວ ໝົດໄປແລ້ວ ຍ່ອມຫຼາຍກວ່າ ; ຄວາມທຸກຂ໌ທີ່ຍັງເຫຼືອຢູ່ ມີປະມານໜ້ອຍ :
ເມື່ອນໍາເຂົ້າໄປທຽບກັບກອງທຸກຂ໌ ທີ່ດັບສິ້ນໄປແລ້ວ ໝົດໄປແລ້ວໃນກາລກ່ອນ ຍ່ອມບໍ່ເຖິງຊຶ່ງການຄໍານວນໄດ້ ປຽບທຽບໄດ້ ບໍ່ເຂົ້າເຖິງແມ່ນຊຶ່ງກະລະພາກ ນັ້ນຄື ຄວາມທຸກຂ໌ຂອງໂສດາບັນ ຜູ້ສັຕຕັກຂັຕຕຸປະຣະມະ໑ ຜູ້ເຫັນແຈ້ງຕາມເປັນຈິງ ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕໃຫ້ເກີດແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້” ດັ່ງນີ້.

ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ເຈົ້າຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນ ເຊັ່ນນີ້”, ດັ່ງນີ້.
- ມຫາວາຣ. ສັງ. ໑໙/໕໗໒/໑໗໔໗.

[ສູຕອື່ນອຸປະມາປຽບດ້ວຍ ເມັດແຮ່ເທົ່າເມັດຖົ່ວຂຽວ ໗ ເມັດກັບຂຸນພູເຂົາຫິມາລັຍ (໑໙/໕໖໙/໑໗໔໕-໖).
ອີກສູຕໜຶ່ງປຽບດ້ວຍ ນໍ້າຕິດປາຍໃບຫຍ້າຄາ ກັບນໍ້າໃນສະກ້ວາງ ໕໐ ໂຍຊນ໌ (໑໙/໕໗໒/໑໗໔໘).
ອີກສູຕໜຶ່ງປຽບດ້ວຍ ນໍ້າ ໒ - ໓ ຢົດກັບນໍ້າໃນແມ່ນໍ້າ ໕ ສາຍລວມກັນ (໑໙/໕໗໓/໑໗໔໙-໑໗໕໐).
ອີກສູຕໜຶ່ງປຽບດ້ວຍ ແກ່ນກະເບົາ ໗ ເມັດກັບມະຫາປະຖະພີ (໑໙/໕໗໔/໑໗໕໑-໒).
ອີກສູຕໜຶ່ງປຽບດ້ວຍ ນໍ້າ ໒ - ໓ ຢົດ ກັບນໍ້າທັງມະຫາສະມຸດ (໑໙/໕໗໕/໑໗໕໓-໔).
ອີກສູຕໜຶ່ງປຽບດ້ວຍ ໄນຜັກກາດ ໒ - ໓ ເມັດ ກັບຂຸນພູເຂົາຫິມາລັຍ (໑໙/໕໗໖/໑໗໕໕-໖).]
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ