ທາດເປັນເຄື່ອງສະລັດອອກ 6 ປະການ

ພຣົມວິຫານ 4

0:00/0:00
ພິກຂຸທັງຫລາຍ! ທາຕເປັນເຄື່ອງສະລັດອອກ ໖ ປະກາຣ; ໖ ປະກາຣນັ້ນເປັນຢ່າງໃດ?

ພິກຂຸທັງຫລາຍ! ຖ້າພິກຂຸໃນທັມວິນັຍນີ້ ກ່າວຢ່າງນີ້ວ່າ ເມຕຕາເຈໂຕວິມຸຕຂ້ານ້ອຍຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງ ປະພຶດສັ່ງສົມເນື່ອງໆ ອົບຮົມດີແລ້ວ ປຣາຣົພດີແລ້ວ ແຕ່ວ່າພະຍາບາທຍັງຄອບງຳຈິຕຂອງຂ້ານ້ອຍຢູ່ ພິກຂຸທັງຫລາຍຄວນກ່າວຕັກເຕືອນເຂົາວ່າ ອາວຸໂສ ຢ່າໄດ້ກ່າວຢ່າງນັ້ນ ຢ່າໄດ້ກ່າວຕູ່ພຣະຜູ້ມີພຣະພາຄ ເພາະກາຣກ່າວຕູ່ພຣະຜູ້ມີພຣະພາຄບໍ່ດີເລີຍ ພຣະຜູ້ມີພຣະພາຄນັ້ນບໍ່ໄດ້ຕຣັສຢ່າງນີ້.

ອາວຸໂສ! ຂໍ້ນັ້ນບໍ່ແມ່ນຖານະ ບໍ່ແມ່ນໂອກາສ ຄືເມື່ອເມຕຕາເຈໂຕວິມຸຕທີ່ພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງ ປະພຶດສັ່ງສົມເນື່ອງໆ ອົບຮົມດີແລ້ວ ປຣາຣົພດີແລ້ວ ແຕ່ວ່າພະຍາບາທຍັງຄອບງຳຈິຕຂອງເຂົາຢູ່ ນັ້ນບໍ່ແມ່ນຖານະທີ່ຈະມີໄດ້ ເພາະເມຕຕາເຈໂຕວິມຸຕນີ້ ເປັນເຄື່ອງສະລັດອອກເຊິ່ງພະຍາບາທ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ຖ້າພິກຂຸໃນທັມວິນັຍນີ້ ກ່າວຢ່າງນີ້ວ່າ ກະຣຸນາເຈໂຕວິມຸຕຂ້ານ້ອຍຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງ ປະພຶດສັ່ງສົມເນື່ອງໆ ອົບຮົມດີແລ້ວ ປຣາຣົພດີແລ້ວ ແຕ່ວ່າວິຫິງສາຍັງຄອບງຳຈິຕຂອງຂ້ານ້ອຍຢູ່ ພິກຂຸທັງຫລາຍຄວນກ່າວຕັກເຕືອນເຂົາວ່າ ອາວຸໂສ ຢ່າໄດ້ກ່າວຢ່າງນັ້ນ ຢ່າໄດ້ກ່າວຕູ່ພຣະຜູ້ມີພຣະພາຄ ເພາະກາຣກ່າວຕູ່ພຣະຜູ້ມີພຣະພາຄບໍ່ດີເລີຍ ພຣະຜູ້ມີພຣະພາຄນັ້ນບໍ່ໄດ້ຕຣັສຢ່າງນີ້.

ອາວຸໂສ! ຂໍ້ນັ້ນບໍ່ແມ່ນຖານະ ບໍ່ແມ່ນໂອກາສ ຄືເມື່ອກະຣຸນາເຈໂຕວິມຸຕທີ່ພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງ ປະພຶດສັ່ງສົມເນື່ອງໆ ອົບຮົມດີແລ້ວ ປຣາຣົພດີແລ້ວ ແຕ່ວ່າວິຫິງສາຍັງຄອບງຳຈິຕຂອງເຂົາຢູ່ ນັ້ນບໍ່ແມ່ນຖານະທີ່ຈະມີໄດ້ ເພາະກະຣຸນາເຈໂຕວິມຸຕນີ້ ເປັນເຄື່ອງສະລັດອອກເຊິ່ງວິຫິງສາ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ຖ້າພິກຂຸໃນທັມວິນັຍນີ້ ກ່າວຢ່າງນີ້ວ່າ ມຸທິຕາເຈໂຕວິມຸຕຂ້ານ້ອຍຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງ ປະພຶດສັ່ງສົມເນື່ອງໆ ອົບຮົມດີແລ້ວ ປຣາຣົພດີແລ້ວ ແຕ່ວ່າອະຣະຕິ(ຄວາມບໍ່ຍິນດີ) ຍັງຄອບງຳຈິຕຂອງຂ້ານ້ອຍຢູ່ ພິກຂຸທັງຫລາຍຄວນກ່າວຕັກເຕືອນເຂົາວ່າ ອາວຸໂສ ຢ່າໄດ້ກ່າວຢ່າງນັ້ນ ຢ່າໄດ້ກ່າວຕູ່ພຣະຜູ້ມີພຣະພາຄ ເພາະກາຣກ່າວຕູ່ພຣະຜູ້ມີພຣະພາຄບໍ່ດີເລີຍ ພຣະຜູ້ມີພຣະພາຄນັ້ນບໍ່ໄດ້ຕຣັສຢ່າງນີ້.

ອາວຸໂສ! ຂໍ້ນັ້ນບໍ່ແມ່ນຖານະ ບໍ່ແມ່ນໂອກາສ ຄືເມື່ອມຸທິຕາເຈໂຕວິມຸຕທີ່ພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງ ປະພຶດສັ່ງສົມເນື່ອງໆ ອົບຮົມດີແລ້ວ ປຣາຣົພດີແລ້ວ ແຕ່ວ່າອະຣະຕິຍັງຄອບງຳຈິຕຂອງເຂົາຢູ່ ນັ້ນບໍ່ແມ່ນຖານະທີ່ຈະມີໄດ້ ເພາະມຸທິຕາເຈໂຕວິມຸຕນີ້ ເປັນເຄື່ອງສະລັດອອກເຊິ່ງອະຣະຕິ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ຖ້າພິກຂຸໃນທັມວິນັຍນີ້ ກ່າວຢ່າງນີ້ວ່າ ອຸເປກຂາເຈໂຕວິມຸຕຂ້ານ້ອຍຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງ ປະພຶດສັ່ງສົມເນື່ອງໆ ອົບຮົມດີແລ້ວ ປຣາຣົພດີແລ້ວ ແຕ່ວ່າຣາຄະຍັງຄອບງຳຈິຕຂອງຂ້ານ້ອຍຢູ່ ພິກຂຸທັງຫລາຍຄວນກ່າວຕັກເຕືອນເຂົາວ່າ ອາວຸໂສ ຢ່າໄດ້ກ່າວຢ່າງນັ້ນ ຢ່າໄດ້ກ່າວຕູ່ພຣະຜູ້ມີພຣະພາຄ ເພາະກາຣກ່າວຕູ່ພຣະຜູ້ມີພຣະພາຄບໍ່ດີເລີຍ ພຣະຜູ້ມີພຣະພາຄນັ້ນບໍ່ໄດ້ຕຣັສຢ່າງນີ້.

ອາວຸໂສ! ຂໍ້ນັ້ນບໍ່ແມ່ນຖານະ ບໍ່ແມ່ນໂອກາສ ຄືເມື່ອອຸເປກຂາເຈໂຕວິມຸຕທີ່ພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງ ປະພຶດສັ່ງສົມເນື່ອງໆ ອົບຮົມດີແລ້ວ ປຣາຣົພດີແລ້ວ ແຕ່ວ່າຣາຄະຍັງຄອບງຳຈິຕຂອງເຂົາຢູ່ ນັ້ນບໍ່ແມ່ນຖານະທີ່ຈະມີໄດ້ ເພາະອຸເປກຂາເຈໂຕວິມຸຕນີ້ ເປັນເຄື່ອງສະລັດອອກເຊິ່ງຣາຄະ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ຖ້າພິກຂຸໃນທັມວິນັຍນີ້ ກ່າວຢ່າງນີ້ວ່າ ອະນິມິຕຕະເຈໂຕວິມຸຕ ຂ້ານ້ອຍຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງ ປະພຶດສັ່ງສົມເນື່ອງໆ ອົບຮົມດີແລ້ວ ປຣາຣົພດີແລ້ວ ແຕ່ວ່າວິນຍານຂອງຂ້ານ້ອຍຍັງແສຫານິມິຕຢູ່ ພິກຂຸທັງຫລາຍຄວນກ່າວຕັກເຕືອນເຂົາວ່າ ອາວຸໂສ ຢ່າໄດ້ກ່າວຢ່າງນັ້ນ ຢ່າໄດ້ກ່າວຕູ່ພຣະຜູ້ມີພຣະພາຄ ເພາະກາຣກ່າວຕູ່ພຣະຜູ້ມີພຣະພາຄບໍ່ດີເລີຍ ພຣະຜູ້ມີພຣະພາຄນັ້ນບໍ່ໄດ້ຕຣັສຢ່າງນີ້.

ອາວຸໂສ! ຂໍ້ນັ້ນບໍ່ແມ່ນຖານະ ບໍ່ແມ່ນໂອກາສ ຄືເມື່ອອະນິມິຕຕະເຈໂຕວິມຸຕທີ່ພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງ ປະພຶດສັ່ງສົມເນື່ອງໆ ອົບຮົມດີແລ້ວ ປຣາຣົພດີແລ້ວ ແຕ່ວ່າວິນຍານຂອງເຂົາຍັງແສຫານິມິຕຢູ່ ນັ້ນບໍ່ແມ່ນຖານະທີ່ຈະມີໄດ້ ເພາະອະນິມິຕຕະເຈໂຕວິມຸຕນີ້ ເປັນເຄື່ອງສະລັດອອກເຊິ່ງນິມິຕທັງປວງ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ຖ້າພິກຂຸໃນທັມວິນັຍນີ້ ກ່າວຢ່າງນີ້ວ່າ ອັສມິມານະຂອງຂ້ານ້ອຍໝົດສິ້ນແລ້ວ ແລະຂ້ານ້ອຍຍ່ອມບໍ່ຕາມເຫັນວ່ານີ້ເປັນເຮົາ ກໍແຕ່ວ່າ ລູກສອນຄືຄວາມສົງສັຍເຄືອບແຄງໃຈຍັງຄອບງຳຈິຕຂອງຂ້ານ້ອຍຢູ່; ພິກຂຸທັງຫລາຍຄວນກ່າວຕັກເຕືອນເຂົາວ່າ ອາວຸໂສ ຢ່າໄດ້ກ່າວຢ່າງນັ້ນ ຢ່າໄດ້ກ່າວຕູ່ພຣະຜູ້ມີພຣະພາຄ ເພາະກາຣກ່າວຕູ່ພຣະຜູ້ມີພຣະພາຄບໍ່ດີເລີຍ ພຣະຜູ້ມີພຣະພາຄນັ້ນບໍ່ໄດ້ຕຣັສຢ່າງນີ້.

ອາວຸໂສ! ຂໍ້ນັ້ນບໍ່ແມ່ນຖານະ ບໍ່ແມ່ນໂອກາສ ຄືເມື່ອອັສມິມານະຂອງພິກຂຸໝົດສິ້ນແລ້ວ ແລະພິກຂຸຍ່ອມບໍ່ຕາມເຫັນວ່າ ນີ້ເປັນເຮົາ ກໍແຕ່ວ່າ ລູກສອນຄືຄວາມສົງສັຍເຄືອບແຄງໃຈຍັງຄອບງຳຈິຕຂອງເຂົາຢູ່ ນັ້ນບໍ່ແມ່ນຖານະທີ່ຈະມີໄດ້ ເພາະກາຣຖອນເຊິ່ງອັສມິມານະໄດ້ແລ້ວນັ້ນ ຍ່ອມເປັນເຄື່ອງສະລັດອອກເຊິ່ງລູກສອນຄືຄວາມສົງສັຍເຄືອບແຄງໃຈ.

ພິກຂຸທັງຫລາຍ! ທາຕເປັນເຄື່ອງສະລັດອອກ ໖ ປະກາຣນີ້ແລ.


ສັງຍຸຕຕະຣະນິກາຍ ປັນຈະສັກກະນິບາຕ ໒໒/໒໖໘-໒໗໐/໒໘໔
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ