ຄະຕິ 5

ພົບພູມ

0:00/0:00
ສາຣີບຸດ ! ຄະຕິ໑ ໕ ປະການ ເຫລົ່ານີ້ ມີຢູ່.
໕ ປະການ ແນວໃດໜໍ ? ຄື :
໑. ນະຣົກ
໒. ກໍາເນີດເດຣັດສານ
໓. ເປຕະວິສັຍ
໔. ມະນຸດ
໕. ເທວະດາ

ສາຣີບຸດ ! ເຮົາຍ່ອມຮູ້ແຈ້ງຊຶ່ງນະຣົກ ທາງນໍາສັຕໃຫ້ເຖິງນະຣົກ ແລະປະຕິປະທາອັນຈະນໍາສັຕໃຫ້ເຖິງນະຣົກ ອັນໜຶ່ງ ສັຕຜູ້ປະຕິບັດ ປະການໃດ ເບື້ອງໜ້າແຕ່ຕາຍເພາະກາຍແຕກ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ໒ ເຮົາຍ່ອມຮູ້ແຈ້ງຊຶ່ງປະການນັ້ນດ້ວຍ.

ສາຣີບຸດ ! ເຮົາຍ່ອມຮູ້ແຈ້ງຊຶ່ງກໍາເນີດເດຣັດສານ ທາງນໍາສັຕໃຫ້ເຖິງກໍາເນີດເດຣັດສານ ແລະປະຕິປະທາອັນຈະນໍາສັຕໃຫ້ເຖິງກໍາເນີດເດຣັດສານ ອັນໜຶ່ງ ສັຕຜູ້ປະຕິບັດປະການໃດ ເບື້ອງໜ້າແຕ່ຕາຍເພາະກາຍແຕກ ຍ່ອມເຂົ້າເຖິງກໍາເນີດເດຣັດສານ ເຮົາຍ່ອມຮູ້ແຈ້ງຊຶ່ງປະການນັ້ນດ້ວຍ

ສາຣີບຸດ ! ເຮົາຍ່ອມຮູ້ແຈ້ງຊຶ່ງເປຕະວິສັຍ ທາງນໍາສັຕໃຫ້ເຖິງ ເປຕະວິສັຍ ແລະປະຕິປະທາອັນຈະນໍາສັຕໃຫ້ເຖິງເປຕະວິສັຍ ອັນໜຶ່ງ ສັຕຜູ້ປະຕິບັດປະການໃດ ເບື້ອງໜ້າແຕ່ຕາຍເພາະກາຍແຕກ ຍ່ອມເຂົ້າເຖິງເປຕະວິສັຍ ເຮົາຍ່ອມຮູ້ແຈ້ງຊຶ່ງປະການນັ້ນດ້ວຍ

ສາຣີບຸດ ! ເຮົາຍ່ອມຮູ້ແຈ້ງຊຶ່ງເຫລົ່າມະນຸດ ທາງນໍາສັຕໃຫ້ເຖິງມະນຸສສະໂລກ ແລະປະຕິປະທາອັນຈະນໍາສັຕໃຫ້ເຖິງມະນຸສສະໂລກ ອັນໜຶ່ງ ສັຕຜູ້ປະຕິບັດປະການໃດ ເບື້ອງໜ້າແຕ່ຕາຍເພາະກາຍແຕກ ຍ່ອມບັງເກີດໃນໝູ່ມະນຸດ ເຮົາຍ່ອມຮູ້ແຈ້ງຊຶ່ງປະການນັ້ນດ້ວຍ

ສາຣີບຸດ ! ເຮົາຍ່ອມຮູ້ແຈ້ງຊຶ່ງເທວະດາທັງຫຼາຍ ທາງນໍາສັຕໃຫ້ເຖິງເທວະໂລກ ແລະປະຕິປະທາອັນຈະນໍາສັຕໃຫ້ເຖິງເທວະໂລກ ອັນໜຶ່ງ ສັຕຜູ້ປະຕິບັດປະການໃດ ເບື້ອງໜ້າແຕ່ຕາຍເພາະກາຍແຕກ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ ເຮົາຍ່ອມຮູ້ແຈ້ງຊຶ່ງປະການນັ້ນດ້ວຍ

ສາຣີບຸດ ! ເຮົາຍ່ອມຮູ້ແຈ້ງຊຶ່ງນິບພານ ທາງນໍາສັຕໃຫ້ເຖິງນິບພານ ແລະປະຕິປະທາອັນຈະນໍາສັຕໃຫ້ເຖິງນິບພານ ອັນໜຶ່ງ ສັຕຜູ້ປະຕິບັດປະການໃດ ຍ່ອມເຂົ້າເຖິງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫຼາຍດັບສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນປັດຈຸບັນ ເຂົ້າເຖິງແລ້ວແລຢູ່ ເຮົາຍ່ອມຮູ້ແຈ້ງຊຶ່ງປະການນັ້ນດ້ວຍ.

- ບາລີ ມູ. ມ. ໑໒/໑໔໗-໑໕໓/໑໗໐-໑໗໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ