ຢ່າຢຶດຖືຕິດແໜ້ນໃນທັມແຕ່ຈົ່ງໃຊ້ພຽງເປັນເຄື່ອງມື

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ປຽບເໝືອນບຸຣຸສເດີນທາງໄກ ໄປພົບແມ່ນໍ້າໃຫຍ່ : ຝັ່ງຂ້າງນີ້ກໍເຕັມໄປດ້ວຍອັນຕະລາຍ ໜ້າລັງກຽດ ເປັນຕາຢ້ານ ຝັ່ງຂ້າງພຸ້ນປອດພັຍ. ແຕ່ເຮືອ ຫຼືຂົວສໍາລັບຂ້າມ ບໍ່ມີເພື່ອຈະຂ້າມໄປ. ເຂົາໄຄ່ຄວນເຫັນເຫຕນີ້ ແລ້ວຄິດສືບຕໍ່ໄປວ່າ “ຈັ່ງຊີ້ ເຮົາຕ້ອງລວບລວມຫຍ້າແຫ້ງ ໄມ້ແຫ້ງ ກິ່ງໄມ້ແລະໃບໄມ້ ມາມັດເປັນແພ ແລ້ວພະຍາຍາມເອົາດ້ວຍມືແລະຕີນ ກໍຈະຍ່ອມຂ້າມໄປໂດຍສະວັດດີພາບ” ບຸຣຸສນັ້ນ ຄັນເຮັດດັ່ງນັ້ນ ແລະຂ້າມໄປໄດ້ໂດຍສະວັດດີພາບແລ້ວ ລັງເລວ່າ “ແພນີ້ ມີອຸປະກາຣະແກ່ເຮົາຢ່າງຫຼາຍລົ້ນ ຖ້າຈັ່ງໃດ ເຮົາຈະເທີດທູນໄປດ້ວຍຫົວ ຫຼືແບກໄປດ້ວຍບ່າ ພາໄປດ້ວຍກັນ” ດັ່ງນີ້. ພິກຂຸ ທ. ! ພວກເຈົ້າຈະສໍາຄັນວ່າແນວໃດ : ບຸຣຸສນັ້ນ ຈະເຮັດປານນັ້ນຊັ້ນເບາະ ? “ພຣະອົງຄ໌ຜູ້ຈະເຣີນ ! ຂໍ້ນັ້ນຫາບໍ່ໄດ້”. ພິກຂຸ ທ. ! ເຂົາຄວນເຮັດແນວໃດ : ຖ້າຈັ່ງໃດເຂົາຈະຕ້ອງລາກມັນຂຶ້ນບົກ ຫຼືປ່ອຍໃຫ້ລອຍໄປໃນນໍ້າ, ສ່ວນເຂົາເອງ ກໍຫຼີກໄປຕາມປາຖນາ ເທົ່ານັ້ນເອງ : ນີ້ເຊັ່ນໃດ ; ທັມທີ່ເຮົາສະແດງແລ້ວ ກໍເພື່ອຮື້ຖອນຕົນອອກຈາກທຸກຂ໌ ບໍ່ແມ່ນເພື່ອໃຫ້ຢຶດຖືເອົາໄວ້ ປຽບໄດ້ກັບພວງແພ ກໍເຊັ່ນນັ້ນເໝືອນກັນ. ພິກຂຸ ທ. ! ເຈົ້າທັງຫຼາຍ ຜູ້ໄດ້ຟັງທັມອັນເຮົາສະແດງແລ້ວ ອັນປຽບດ້ວຍພວງແພ ຄວນລະທັມທັງຫຼາຍເສຍ ແລະຈະໃຫ້ເມື່ອຍກ່າວອິຫຍັງ ເຖິງສິ່ງບໍ່ແມ່ນທັມ.

- ມູ. ມ. ໑໒/໒໗໐/໒໘໐.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ