ສິ່ງທີ່ຜູ້ເຖິງພ້ອມດ້ວຍທິດຖິ (ພຣະໂສດາບັນ) ເຮັດບໍ່ໄດ້ໂດຍທຳມະຊາດ

ໂສດາບັນ

0:00/0:00
ພິກຂຸທັງຫຼາຍ !
ຖານະທີ່ບໍ່ອາດເປັນໄປໄດ້ (ໂດຍທຳມະຊາດ)
໖ ປະການເຫຼົ່ານີ້ ມີຢູ່.
ຫົກປະການ ເຫຼົ່າໃດໜໍ ?
ຫົກປະການ ຄື: -
ຜູ້ເຖິງພ້ອມດ້ວຍທິດຕຖິ ບໍ່ອາດເຂົ້າເຖິງສັງຂາຣໃດໆ ໂດຍຄວາມເປັນຂອງທ່ຽງ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດເຂົ້າເຖິງສັງຂາຣໃດໆ ໂດຍຄວາມເປັນຂອງສຸຂ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດເຂົ້າເຖິງທັມມະໃດໆ ໂດຍຄວາມເປັນຕົວຕົນ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດກະທຳອະນັນຕະຣິຍະກັມ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດຫວັງການເຖິງຄວາມບໍຣິສຸດ ໂດຍໂກຕຸຫົລມຸງຄຸນ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດສະແຫວງຫາທັກຂິເນີຍຍະບຸກຄົນ ພາຍນອກຈາກສາສນານີ້.
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ
ຖານະທີ່ບໍ່ອາດເປັນໄປໄດ້ 6 ປະການ.

- ບາລີ ສັກກ. ອັງ. ໒໒/໔໘໙/໓໖໔
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ