ລະສັງໂຍດສາມ ແລະ ກັມທີ່ພາໄປອະບາຍ ຄື ໂສດາບັນ

ໂສດາບັນ

0:00/0:00
ພິກຂຸທັງຫຼາຍ ! ພິກຂຸບໍ່ລະທັມ ໖ ຢ່າງແລ້ວ ເປັນຜູ້ບໍ່ຄວນ ເພື່ອເຮັດໃຫ້ແຈ້ງຊຶ່ງທິຕຖິສັມປະທາ (ຄວາມເປັນໂສດາບັນ).
ບໍ່ລະທັມ ໖ ຢ່າງ ເຫຼົ່າໃດໜໍ ?
ບໍ່ລະທັມ ໖ ຢ່າງ ເຫຼົ່ານີ້ ຄື: -
ບໍ່ລະ ສັກກາຍະທິຕຖິ (ຄວາມເຫັນຜິດວ່າຂັນທ໌ ໕ ເປັນຕົວຕົນ)
ບໍ່ລະ ວິຈິກິຈສາ (ຄວາມລັງເລໃນປະຕິປະທາທາງດັບທຸກຂ໌)
ບໍ່ລະ ສີລັບພະຕະປຣາມາສະ (ການຖືເອົາສີລແລະພົດຜິດຄວາມມຸ່ງໝາຍທີ່ແທ້ຈິງ)
ບໍ່ລະ ອະປາຢະຄະມະນິຢະຣາຄະ (ຣາຄະທີ່ຄວນແກ່ການເຖິງຊຶ່ງອະບາຍ)
ບໍ່ລະອະປາຢະຄະມະນິຢະໂທສະ (ໂທສະທີ່ຄວນແກ່ການເຖິງຊຶ່ງອະບາຍ)
ບໍ່ລະອະປາຢະຄະມະນິຢະໂມຫະ (ໂມຫະທີ່ຄວນແກ່ການເຖິງຊຶ່ງອະບາຍ).
ພິກຂຸທັງຫຼາຍ ! ພິກຂຸບໍ່ລະທັມ ໖ ຢ່າງ ເຫຼົ່ານີ້ແລເປັນຜູ້ບໍ່ຄວນເຮັດໃຫ້ແຈ້ງຊຶ່ງທິຕຖິສັມປະທາ.
ພິກຂຸທັງຫຼາຍ ! ພິກຂຸລະທັມ ໖ ຢ່າງແລ້ວ ເປັນຜູ້ຄວນເຮັດໃຫ້ແຈ້ງຊຶ່ງທິຕຖິສັມປະທາ.
ລະທັມ ໖ ຢ່າງ ເຫຼົ່າໃດໜໍ ?
ລະທັມ ໖ ຢ່າງ ເຫຼົ່ານີ້ ຄື: -
ລະ ສັກກາຍະທິຕຖິ (ຄວາມເຫັນຜິດວ່າຂັນທ໌ ໕ ເປັນຕົວຕົນ)
ລະ ວິຈິກິຈສາ (ຄວາມລັງເລໃນປະຕິປະທາທາງດັບທຸກຂ໌)
ລະ ສີລັບພະຕະປຣາມາສະ (ການຖືເອົາສີລແລະພົດຜິດຄວາມມຸ່ງໝາຍທີ່ແທ້ຈິງ)
ລະ ອະປາຢະຄະມະນິຢະຣາຄະ (ຣາຄະທີ່ຄວນແກ່ການເຖິງຊຶ່ງອະບາຍ)
ລະ ອະປາຢະຄະມະນິຢະໂທສະ (ໂທສະທີ່ຄວນແກ່ການເຖິງຊຶ່ງອະບາຍ)
ລະ ອະປາຢະຄະມະນິຢະໂມຫະ (ໂມຫະທີ່ຄວນແກ່ການເຖິງຊຶ່ງອະບາຍ).
ພິກຂຸທັງຫຼາຍ ! ພິກຂຸລະທັມ ໖ ຢ່າງເຫຼົ່ານີ້ແລ້ວ ເປັນຜູ້ຄວນເຮັດໃຫ້ແຈ້ງຊຶ່ງທິຕຖິສັມປະທາ ດັ່ງນີ້ແລ.

- ບາລີ ສັກກ. ອັງ. ໒໒/໔໘໘/໓໖໐.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ