ຜູ້ໝົດຄວາມສົງໄສ (ພຣະໂສດາບັນ) ໃນກໍລະນີຂອງຄວາມເຫັນ ທີ່ເປັນໄປໃນລັກສະນະຂາດສູນ

ໂສດາບັນ

0:00/0:00
ພິກຂຸທັງຫຼາຍ ! ເມື່ອອັນໃດມີຢູ່ໜໍ ເພາະເຂົ້າໄປຢຶດຖືຊຶ່ງອັນໃດ ເພາະປັກໃຈເຂົ້າໄປສູ່ສິ່ງໃດ ທິຕຖິຈຶ່ງເກີດຂຶ້ນຢ່າງນີ້ວ່າ “ບໍ່ມີທານອັນບຸກຄົນບໍຣິຈາກແລ້ວ, ບໍ່ມີຍັນຍະອັນບຸກຄົນປະກອບແລ້ວ, ບໍ່ມີໂຫຕະຣະອັນບຸກຄົນບູຊາແລ້ວ, ບໍ່ມີຜົລວິບາກແຫ່ງກັມ ອັນບຸກຄົນກະທຳດີແລ້ວ ກະທຳຊົ່ວແລ້ວ, ບໍ່ມີໂລກນີ້, ບໍ່ມີໂລກອື່ນ, ບໍ່ມີມານດາ, ບໍ່ມີບິດາ, ບໍ່ມີສັຕທັງຫຼາຍອັນເປັນໂອປະປາຕິກະ, ບໍ່ມີສະມະນະແລະພຣາມ ຜູ້ໄປແລ້ວຖືກຕ້ອງ ຜູ້ປະຕິບັຕແລ້ວຖືກຕ້ອງ ຜູ້ເຮັດໃຫ້ແຈ້ງຊຶ່ງໂລກນີ້ແລະໂລກອື່ນດ້ວຍປັນຍາອັນຍິ່ງເອງ ແລ້ວປະກາດຢູ່ໃນໂລກ; ຄົນເຮົານີ້ ເປັນແຕ່ການປະຊຸມຂອງມະຫາພູຕະທັງສີ່, ເມື່ອໃດທຳກາລະ ເມື່ອນັ້ນດິນຍ່ອມເຂົ້າໄປສູ່ໝູ່ແຫ່ງດິນ ນ້ຳຍ່ອມເຂົ້າໄປສູ່ໝູ່ແຫ່ງນ້ຳ ໄຟຍ່ອມເຂົ້າໄປສູ່ໝູ່ແຫ່ງໄຟ ລົມຍ່ອມເຂົ້າໄປສູ່ໝູ່ແຫ່ງລົມ
ອິນຊີທັງຫຼາຍຍ່ອມຫາຍໄປໃນອາກາດ; ບຸຣຸສທັງຫຼາຍມີຕຽງວາງສົບເປັນທີ່ຄົບຫ້າ ຈະພາເຂົາຜູ້ຕາຍແລ້ວໄປ; ຮ່ອງຮອຍທັງຫຼາຍ ປາກົດຢູ່ພຽງແຕ່ປ່າຊ້າ ເປັນພຽງກະດູກທັງຫຼາຍ ມີສີພຽງດັ່ງສີແຫ່ງນົກກາງແກ, ການບູຊາບວງສວງມີຂີ້ເຖົ່າເປັນທີ່ສຸດ, ສິ່ງທີ່ເອີ້ນວ່າທານນັ້ນ ເປັນບົດບັນຍັຕຂອງຄົນຈ້າ, ຄຳຂອງພວກທີ່ກ່າວວ່າອັນໃດໆ ມີຢູ່ນັ້ນ ເປັນຄຳເປົ່າ (ຈາກຄວາມໝາຍ) ເປັນຄຳລວງ ເປັນຄຳໂລເລ; ທັງຄົນພາລແລະບັນດິຕ ຄັນກາຍແຕກທຳລາຍແລ້ວ ຍ່ອມຂາດສູນພິນາດໄປ ບໍ່ໄດ້ມີຢູ່ ພາຍຫຼັງແຕ່ການຕາຍ” ດັ່ງນີ້ ?
ພິກຂຸທັງຫຼາຍເຫຼົ່ານັ້ນ ກາບທູນວິງວອນວ່າ “ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທັມທັງຫຼາຍ ຂອງພວກຂ້ານ້ອຍ ມີພຣະຜູ້ມີພຣະພາຄເປັນມູນ ມີພຣະຜູ້ມີພຣະພາຄເປັນຜູ້ນຳ ມີພຣະຜູ້ມີພຣະພາຄເປັນທີ່ເພິ່ງ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເປັນກາລເໝາະແລ້ວໜໍ ຂໍໃຫ້ອັຕຖະແຫ່ງພາສິຕນັ້ນ ຈົ່ງແຈ່ມແຈ້ງກັບພຣະຜູ້ມີພຣະພາຄເຈົ້າເອງເຖີ້ນ ພິກຂຸທັງຫຼາຍໄດ້ຟັງຈາກພຣະຜູ້ມີພຣະພາຄແລ້ວຈັກຊົງຈຳໄວ້” ດັ່ງນີ້. ພຣະຜູ້ມີພຣະພາຄເຈົ້າ ຈຶ່ງຕຣັສເຕືອນໃຫ້ພິກຂຸທັງຫຼາຍເຫຼົ່ານັ້ນຕັ້ງໃຈຟັງດ້ວຍດີແລ້ວ ໄດ້ຕຣັສຂໍ້ຄວາມດັ່ງຕໍ່ໄປນີ້: -
ພິກຂຸທັງຫຼາຍ ! ເມື່ອ ຮູບນັ້ນແລ ມີຢູ່, ເພາະເຂົ້າໄປຢຶດຖືຊຶ່ງຮູບ ເພາະປັກໃຈເຂົ້າໄປສູ່ຮູບ ທິຕຖິຈຶ່ງເກີດຂຶ້ນຢ່າງນີ້ວ່າ “ບໍ່ມີທານອັນບຸກຄົນບໍຣິຈາກແລ້ວ, ບໍ່ມີຍັນຍະອັນບຸກຄົນປະກອບແລ້ວ, ບໍ່ມີໂຫຕະຣະອັນບຸກຄົນບູຊາແລ້ວ, ບໍ່ມີຜົລວິບາກແຫ່ງກັມ ອັນບຸກຄົນກະທຳດີແລ້ວ ກະທໍາຊົ່ວແລ້ວ, ບໍ່ມີໂລກນີ້, ບໍ່ມີໂລກອື່ນ, ບໍ່ມີແມ່, ບໍ່ມີພໍ່, ບໍ່ມີສັຕທັງຫຼາຍອັນເປັນໂອປະປາຕິກະ, ບໍ່ມີສະມະນະແລະພຣາມຜູ້ໄປແລ້ວຖືກຕ້ອງ ຜູ້ເຮັດໃຫ້ແຈ້ງຊຶ່ງໂລກນີ້ແລະໂລກອື່ນ ດ້ວຍປັນຍາອັນຍິ່ງເອງ ແລ້ວປະກາດຢູ່ໃນໂລກ; ຄົນເຮົານີ້ ເປັນແຕ່ການປະຊຸມຂອງມະຫາພູຕະທັງສີ່, ເມື່ອໃດທຳກາລະ ເມື່ອນັ້ນດິນຍ່ອມເຂົ້າໄປສູ່ໝູ່ແຫ່ງດິນ ນ້ຳຍ່ອມເຂົ້າໄປສູ່ໝູ່ແຫ່ງນ້ຳ ໄຟຍ່ອມເຂົ້າໄປສູ່ໝູ່ແຫ່ງໄຟ ລົມຍ່ອມເຂົ້າໄປສູ່ໝູ່ແຫ່ງລົມ ອິນຊີທັງຫຼາຍຍ່ອມຫາຍໄປໃນອາກາດ; ບຸຣຸສທັງຫຼາຍມີຕຽງວາງສົບເປັນທີ່ຄົບຫ້າ ຈະພາເຂົາຜູ້ຕາຍແລ້ວໄປ; ຮ່ອງຮອຍທັງຫຼາຍປາກົດຢູ່ພຽງແຕ່ປ່າຊ້າ ເປັນພຽງກະດູກທັງຫຼາຍ ມີສີພຽງດັ່ງສີແຫ່ງນົກກາງແກ, ການບູຊາບວງສວງ ມີຂີ້ເຖົ່າເປັນທີ່ສຸດ, ສິ່ງທີ່ເອີ້ນວ່າທານນັ້ນ ເປັນບົດບັນຍັຕຂອງຄົນຈ້າ, ຄຳຂອງພວກທີ່ກ່າວວ່າອັນໃດໆ ມີຢູ່ນັ້ນ ເປັນຄຳເປົ່າ (ຈາກຄວາມໝາຍ) ເປັນຄຳລວງ ເປັນຄຳໂລເລ; ທັງຄົນພາລແລະບັນດິຕ ຄັນກາຍແຕກທຳລາຍແລ້ວ ຍ່ອມຂາດສູນ ພິນາດໄປ ບໍ່ໄດ້ມີຢູ່ພາຍຫຼັງແຕ່ການຕາຍ” ດັ່ງນີ້.
ພິກຂຸທັງຫຼາຍ ! ພວກເຈົ້າຈະສຳຄັນຄວາມຂໍ້ນີ້ວ່າຢ່າງໃດ:
ຮູບ ທ່ຽງຫຼືບໍ່ທ່ຽງ ?
“ບໍ່ທ່ຽງ ຂ້ານ້ອຍ !”.

ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ຫລືເປັນສຸຂໜໍ ?
“ເປັນທຸກຂ໌ ຂ້ານ້ອຍ !”.
ແມ່ນສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທຳມະດາ ແຕ່ຖ້າບໍ່ຢຶດໝັ້ນຖືໝັ້ນຊຶ່ງສິ່ງນັ້ນແລ້ວ ທິຕຖິຢ່າງນີ້ຈະເກີດຂຶ້ນໄດ້ບໍວ່າ “ບໍ່ມີທານອັນບຸກຄົນບໍຣິຈາກແລ້ວ, ບໍ່ມີຍັນຍະອັນບຸກຄົນປະກອບແລ້ວ, ບໍ່ມີໂຫຕະຣະອັນບຸກຄົນບູຊາແລ້ວ, ບໍ່ມີ ຜົລວິບາກແຫ່ງກັມ ອັນບຸກຄົນກະທຳດີແລ້ວ ກະທຳຊົ່ວແລ້ວ,... ໆລໆ... ໆລໆ... ຄຳຂອງພວກທີ່ກ່າວວ່າອັນໃດໆ ມີຢູ່ນັ້ນເປັນຄຳເປົ່າ(ຈາກຄວາມໝາຍ) ເປັນຄຳລວງ ເປັນຄຳໂລເລ; ທັງຄົນພາລແລະບັນທິຕ ຄັນກາຍແຕກທຳລາຍແລ້ວ ຍ່ອມຂາດສູນພິນາດໄປ ບໍ່ໄດ້ມີຢູ່ພາຍຫຼັງແຕ່ການຕາຍ” ດັ່ງນີ້ ?
“ຂໍ້ນັ້ນຫາບໍ່ໄດ້ ຂ້ານ້ອຍ !”.
(ໃນກໍລະນີແຫ່ງ ເວທະນາ ສັນຍາ ສັງຂາຣ ວິນຍານ ກໍມີຖ້ອຍຄວາມທີ່ຕຣັສຢ່າງດຽວກັນທຸກຕົວອັກສອນກັບໃນກໍລະນີແຫ່ງຮູບນີ້ ຕ່າງກັນແຕ່ພຽງຊື່ແຫ່ງຂັນທ໌ແຕ່ລະຂັນທ໌ ເທົ່ານັ້ນ).
ພິກຂຸທັງຫຼາຍ ! ແມ່ນວ່າສິ່ງໃດທີ່ບຸກຄົນໄດ້ເຫັນແລ້ວຟັງແລ້ວ ຮູ້ສຶກແລ້ວ ຮູ້ແຈ້ງແລ້ວ ບັນລຸແລ້ວ ສະແຫວງຫາແລ້ວຄຸ່ນຄິດຢູ່ດ້ວຍໃຈແລ້ວ; ເຫຼົ່ານີ້ເປັນຂອງທ່ຽງຫຼືບໍ່ທ່ຽງ ?
“ບໍ່ທ່ຽງ ຂ້ານ້ອຍ !”.

ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ຫລືເປັນສຸຂໜໍ ?
“ເປັນທຸກຂ໌ ຂ້ານ້ອຍ !”.
ແມ່ນສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທຳມະດາ ແຕ່ຖ້າບໍ່ຢຶດໝັ້ນຖືໝັ້ນຊຶ່ງສິ່ງນັ້ນແລ້ວ ທິຕຖິຢ່າງນີ້ຈະເກີດຂຶ້ນໄດ້ບໍວ່າ “ບໍ່ມີທານອັນບຸກຄົນບໍຣິຈາກແລ້ວ, ບໍ່ມີຍັນຍະອັນບຸກຄົນປະກອບແລ້ວ, ບໍ່ມີໂຫຕະຣະອັນບຸກຄົນບູຊາແລ້ວ, ບໍ່ມີຜົລວິບາກແຫ່ງກັມ ອັນບຸກຄົນກະທຳດີແລ້ວ ກະທຳຊົ່ວແລ້ວ,... ໆລໆ... ໆລໆ... ຄຳຂອງພວກທີ່ກ່າວວ່າ
ອັນໃດໆ ມີຢູ່ນັ້ນເປັນຄຳເປົ່າ (ຈາກຄວາມໝາຍ) ເປັນຄຳລວງ ເປັນຄຳໂລເລ; ທັງຄົນພາລແລະບັນທິຕ ຄັນກາຍແຕກທຳ ລາຍແລ້ວ ຍ່ອມຂາດສູນພິນາດໄປ ບໍ່ໄດ້ມີຢູ່ພາຍຫຼັງແຕ່ການຕາຍ” ດັ່ງນີ້ ?
“ຂໍ້ນັ້ນຫາບໍ່ໄດ້ ຂ້ານ້ອຍ !”.
ພິກຂຸທັງຫຼາຍ ! ໃນກາລໃດແລ ຄວາມສົງໄສ (ກັງຂາ) ໃນຖານະທັງຫຼາຍ ໖ ປະການເຫຼົ່ານີ້ ເປັນສິ່ງທີ່ອະຣິຍະສາວົກລະຂາດແລ້ວ; ໃນການນັ້ນ ກໍເປັນອັນວ່າຄວາມສົງໄສແມ່ນໃນທຸກຂ໌, ແມ່ນໃນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ແມ່ນໃນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແມ່ນໃນຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ກໍເປັນສິ່ງທີ່ອະຣິຍະສາວົກນັ້ນລະຂາດແລ້ວ.
ພິກຂຸທັງຫຼາຍ ! ອະຣິຍະສາວົກນີ້ ເຮົາເອີ້ນວ່າເປັນອະຣິຍະສາວົກຜູ້ເປັນໂສດາບັນ ມີອັນບໍ່ຕົກຕ່ຳເປັນທຳມະດາ ເປັນຜູ້ທ່ຽງແທ້ (ຕໍ່ນິບພານ) ມີການຕຣັສຮູ້ພ້ອມໃນເບື້ອງໜ້າ,
ດັ່ງນີ້ ແລ.

- ບາລີ ຂັນທ. ສັງ. ໑໗/໒໕໔-໒໕໖/໔໒໕-໔໒໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ