ພຣະນາງສາມາວະດີ ຜູ້ມີປົກກະຕິຢູ່ດ້ວຍເມຕຕາ
ພຣົມວິຫານ 4
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ໂຄສິຕາຣາມ ໃກ້ພຣະນະຄອຣໂກສັມພີ ກໍສມັຍນັ້ນ ເມື່ອພຣະເຈົ້າອຸເທນສະເດັຈປະພາສພຣະຣາຊະອຸທິຍານ ພາຍໃນພຣະຣາຊະວັງຖືກໄຟໄໝ້ ຍິງ ໕໐໐ ຄົນ ມີພຣະນາງສາມາວະດີເປັນປະມຸຂໄດ້ທຳກາລະລົງ.
ຄັ້ງນັ້ນເປັນເວລາເຊົ້າ ພິກຂຸຫລາຍອົງຄ໌ດ້ວຍກັນນຸ່ງຮົ່ມແລ້ວ ຖືບາຕແລະຈີວອຣເຂົ້າໄປບິນທະບາຕໃນພຣະນະຄອຣໂກສັມພີ ເມື່ອກັບຈາກບິນທະບາຕໃນພຣະນະຄອຣໂກສັມພີພາຍຫລັງສັນບິນທະບາຕແລ້ວ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ໄດ້ທູລຖາມພຣະຜູ້ມີພຣະ ພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍປະທານໂອກາສ ເມື່ອພຣະເຈົ້າອຸເທນສະເດັຈປະພາສພຣະຣາຊະອຸທິຍານ ພາຍໃນພຣະຣາຊະວັງຖືກໄຟໄໝ້ ຍິງ ໕໐໐ ຄົນ ມີພຣະນາງສາມາວະດີເປັນປະມຸຂໄດ້ທຳກາລະລົງ; ຄະຕິຂອງອຸປາສິກາເຫລົ່ານັ້ນເປັນຢ່າງໃດ? ພົພໜ້ານັ້ນເປັນແນວໃດ ພຣະອົງຄ໌ຜູ້ຈະເຣີນ?
ພິກຂຸທັງຫລາຍ! ບັນດາອຸປາສິກາເຫລົ່ານັ້ນ ອຸປາສິກາທີ່ເປັນໂສດາບັນມີຢູ່ ເປັນສະກະທາຄາມີມີຢູ່ ເປັນອະນາ ຄາມີມີຢູ່.
ພິກຂຸທັງຫລາຍ! ອຸປາສິກາທັງໝົດນັ້ນເປັນຜູ້ບໍ່ໄຮ້ຜົລທຳກາລະ.
ລຳດັບນັ້ນ ພຣະຜູ້ມີພຣະພາຄຊົງຊາບເນື້ອຄວາມນັ້ນແລ້ວ ຊົງເປັ່ງອຸທານໃນເວລານັ້ນວ່າ:
ສັຕໂລກມີໂມຫະເປັນເຄື່ອງຜູກພັນ ຍ່ອມປາກົຕເໝືອນສົມບູນດ້ວຍເຫຕ; ຄົນພາລມີອຸປະທິເປັນເຄື່ອງຜູກພັນ ຖືກຄວາມມືດຫໍ່ຫຸ້ມໄວ້ ຍ່ອມປາກົຕເໝືອນວ່າທ່ຽງຢັ້ງຢືນ; ກິເລສເຄື່ອງກັງວົນ ຍ່ອມບໍ່ມີແກ່ຜູ້ພິຈາຣະນາເຫັນຢູ່.
(ພຣະຜູ້ມີພຣະພາຄຊົງສັນລະເສີນພຣະນາງສາມາວະດີວ່າ ເລີດກວ່າອຸປາສິກາສາວິກາຂອງພຣະອົງຄ໌ ຜູ້ມີປົກກະຕິຢູ່ດ້ວຍເມຕຕາ)
ຂຸທທະກະນິກາຍ ຂຸທທະກະປາຖະ-ທັມມະບົທ-ອຸທານ-ອິຕິວຸຕຕະກະ-ສຸຕຕະນິບາຕ ໒໕/໑໔໑-໑໔໒/໑໕໗