ຄວາມລັບຂອງເບັນຈະຂັນ
ຂັນ 5
ພິກຂຸ ທ. ! ຖ້າຫາກ ອັສສາທະ (ສະເໜ່) ຂອງຮູບກໍດີ ຂອງເວທະນາກໍດີ ຂອງສັນຍາກໍດີ ຂອງສັງຂາຣທັງຫຼາຍກໍດີ ແລະຂອງວິນຍານກໍດີເຫຼົ່ານີ້ ຈະບໍ່ໄດ້ມີຢູ່ແລ້ວນັ້ນ, ສັຕທັງຫຼາຍ ກໍຈະບໍ່ກໍາໜັດຍິນດີຍິ່ງ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານເຫຼົ່ານີ້. ພິກຂຸ ທ. ! ແຕ່ເພາະເຫຕທີ່ ອັສສາທະຂອງຮູບກໍດີ ຂອງເວທະນາກໍດີ ຂອງສັນຍາກໍດີ ຂອງສັງຂາຣທັງຫຼາຍກໍດີ ແລະຂອງວິນຍານກໍດີ ມີຢູ່, ສັຕທັງຫຼາຍຈຶ່ງກໍາໜັດຍິນດີຍິ່ງແທ້ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານ.
ພິກຂຸ ທ. ! ຖ້າຫາກ ອາທີນົບ (ໂທດ) ຂອງຮູບກໍດີ ຂອງເວທະນາກໍດີ ຂອງສັນຍາກໍດີ ຂອງສັງຂາຣທັງຫຼາຍກໍດີ ແລະຂອງວິນຍານກໍດີ ເຫຼົ່ານີ້ ຈະບໍ່ໄດ້ມີຢູ່ແລ້ວນັ້ນ, ສັຕທັງຫຼາຍ ກໍຈະບໍ່ເບື່ອໜ່າຍ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານເຫຼົ່ານີ້. ພິກຂຸ ທ. ! ແຕ່ເພາະເຫຕທີ່ ອາທີນົບຂອງຮູບກໍດີ ຂອງເວທະນາກໍດີ ຂອງສັນຍາກໍດີ ຂອງສັງຂາຣທັງຫຼາຍກໍດີ ແລະຂອງວິນຍານກໍດີ ມີຢູ່, ສັຕທັງຫຼາຍ ຈຶ່ງເບື່ອໜ່າຍ ໃນຮູບ ໃນເວທະນາ ໃນສັນຍາໃນສັງຂາຣທັງຫຼາຍ ແລະໃນວິນຍານ.
ພິກຂຸ ທ. ! ຖ້າຫາກ ນິສສະຣະນະ (ອຸບາຍເຄື່ອງອອກພົ້ນໄປໄດ້) ຈາກຮູບກໍດີ ຈາກເວທະນາກໍດີ ຈາກສັນຍາກໍດີ ຈາກສັງຂາຣທັງຫຼາຍກໍດີ ແລະຈາກວິນຍານກໍດີ ເຫຼົ່ານີ້ ຈະບໍ່ໄດ້ມີຢູ່ແລ້ວນັ້ນ, ສັຕທັງຫຼາຍ ກໍຈະບໍ່ອອກພົ້ນໄປໄດ້ ຈາກຮູບ ຈາກເວທະນາ ຈາກສັນຍາ ຈາກສັງຂາຣທັງຫຼາຍ ແລະຈາກວິນຍານເຫຼົ່ານີ້. ພິກຂຸ ທ. ! ແຕ່ເພາະເຫຕທີ່ ນິສສະຣະນະ ຈາກຮູບກໍດີ ຈາກເວທະນາກໍດີ ຈາກສັນຍາກໍດີ ຈາກສັງຂາຣທັງຫຼາຍກໍດີ ແລະຈາກວິນຍານກໍດີມີຢູ່, ສັຕທັງຫຼາຍຈຶ່ງອອກພົ້ນໄປໄດ້ຈາກຮູບ ຈາກເວທະນາ ຈາກສັນຍາ ຈາກສັງຂາຣທັງຫຼາຍ ແລະຈາກວິນຍານ, ດັ່ງນີ້ແລ.
- ຂັນທະ. ສັງ. ໑໗/໓໗/໖໒.