ກາມະຄຸນຫ້າ ຄືບ້ວງມານ

ສັງໂຍດ

0:00/0:00
ພິກຂຸ ທ. ! ກາມະຄຸນ ມີຫ້າຢ່າງເຫຼົ່ານີ້. ຫ້າຢ່າງເຫຼົ່ານີ້ ຄືຫຍັງໜໍ ? ຫ້າຢ່າງຄືຮູບທີ່ເຫັນດ້ວຍຕາ, ສຽງທີ່ຟັງດ້ວຍຫູ, ກິ່ນທີ່ດົມດ້ວຍດັງ, ຣົສທີ່ສໍາຜັດດ້ວຍລີ້ນ, ແລະໂຜຕຖັພພະທີ່ສໍາຜັດດ້ວຍກາຍ, ອັນເປັນສິ່ງທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ທີ່ຍົວະຕາຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມຢາກ ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈ. ພິກຂຸ ທ. ! ເຫຼົ່ານີ້ແລ ຄື ກາມະຄຸນຫ້າຢ່າງ.

ພິກຂຸ ທ. ! ສະມະນະຫຼືພຣາມ ພວກໃດພວກໜຶ່ງ ຕິດອົກຕິດໃຈ ສະຢົບຢູ່ ໝົກໝຸ້ນຢູ່ ໃນກາມະຄຸນຫ້າຢ່າງເຫຼົ່ານີ້ແລ້ວ ກໍບໍ່ສາມາດມອງເຫັນສ່ວນທີ່ເປັນໂທດ ບໍ່ເປັນຜູ້ຮູ້ແຈ່ມແຈ້ງ ໃນອຸບາຍເປັນເຄື່ອງອອກພົ້ນໄປໄດ້ຈາກທຸກຂ໌ ຕັ້ງການບໍລິໂພກກາມະຄຸນທັງຫ້ານັ້ນຢູ່; ສະມະນະ ຫຼືພຣາມພວກນັ້ນ ອັນຄົນທັງຫຼາຍຈົ່ງເຂົ້າໃຈເຖີ້ນວ່າ ເປັນຜູ້ຈະເຖິງຄວາມວິນາດ ຈິບຫາຍ ແລ້ວແຕ່ມາຣຜູ້ໃຈບາບ ຕ້ອງການເຮັດຕາມລໍາພັງໃຈເຍື່ອງໃດ.

ພິກຂຸ ທ. ! ປຽບໄດ້ເໝືອນດັ່ງສັຕປ່າ ໂຕທີ່ຖືກບ້ວງ ນອນຈົມຢູ່ໃນບ້ວງ. ເມື່ອນາຍພານມາເຖິງເຂົ້າ, ມັນຈະໜີໄປບໍ່ພົ້ນເລີຍເຊັ່ນໃດ; ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່ານັ້ນ ກໍເຊັ່ນນັ້ນເໝືອນກັນ, ພວກເຂົາພາກັນຕິດອົກຕິດໃຈ ໝົກໝຸ້ນຢູ່ໃນກາມະຄຸນທັງຫ້າຢ່າງເຫຼົ່ານັ້ນແລ້ວ ກໍບໍ່ສາມາດມອງເຫັນ ສ່ວນທີ່ເປັນໂທດ ບໍ່ເປັນຜູ້ຮູ້ແຈ່ມແຈ້ງ ໃນອຸບາຍເປັນເຄື່ອງອອກພົ້ນໄປໄດ້ຈາກທຸກຂ໌ ປະກອບການບໍລິໂພກກາມະຄຸນທັງຫ້ານັ້ນຢູ່; ສະມະນະຫຼືພຣາມພວກນັ້ນ ອັນຄົນທັງຫຼາຍຈົ່ງເຂົ້າໃຈເຖີ້ນວ່າ ເປັນຜູ້ຈະເຖິງຄວາມວິນາດ ຈິບຫາຍ ແລ້ວແຕ່ ມາຣ ຜູ້ໃຈບາບຕ້ອງການເຮັດຕາມລໍາພັງໃຈເຍື່ອງໃດ ແລ.

- ມູ. ມ. ໑໒/໓໓໓/໓໒໗-໘.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ