ບຸຣຸດຂຽນຣູປໃນອາກາດ
ພຣົມວິຫານ 4
ພິກຂຸທັງຫລາຍ! ປຽບເໝືອນບຸຣຸສຖືເອົາຄັ່ງກໍຕາມ ສີເຫລືອງ ສີຂຽວ ຫລືສີເຫລືອງແກ່ກໍຕາມມາແລ້ວກ່າວຢ່າງນີ້ວ່າ ເຮົາຈັກຂຽນຣູປຕ່າງໆໃນອາກາສນີ້ ກະທຳໃຫ້ເປັນຣູປຊັດເຈນ ດັ່ງນີ້.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ບຸຣຸສນັ້ນຈະຂຽນຣູປຕ່າງໆໃນອາກາສນັ້ນ ກະທຳໃຫ້ເປັນຣູປທີ່ຊັດເຈນໄດ້ຫລືບໍ່?
ບໍ່ໄດ້ເລີຍ ພຣະອົງຄ໌ຜູ້ຈະເຣີນ!
ຂໍ້ນັ້ນເພາະເຫຕໃດ?
ເພາະທັມມະດາອາກາສນີ້ ຍ່ອມເປັນຂອງບໍ່ມີຮູບຮ່າງ ຊີ້ໃຫ້ເຫັນບໍ່ໄດ້ ເຂົາຈະຂຽນຣູປໃນອາກາສນັ້ນ ກະທຳໃຫ້ເປັນຣູປທີ່ຊັດເຈນບໍ່ໄດ້ງ່າຍເລີຍ ແລະບຸຣຸສນັ້ນຈະຕ້ອງອິດເມື່ອຍລຳບາກເປົ່າຢ່າງແນ່ນອນ ນີ້ສັນໃດ;
ພິກຂຸທັງຫລາຍ! ທາງແຫ່ງຖ້ອຍຄຳທີ່ບຸຄຄົລອື່ນຈະກ່າວກັບເຈົ້າມີຢູ່ ໕ ປະກາຣຄື:
ກາຣກ່າວໂດຍກາລອັນສົມຄວນຫລືບໍ່ສົມຄວນ ໑
ກ່າວດ້ວຍເຣື່ອງຈິງຫລືເຣື່ອງບໍ່ຈິງ ໑
ກ່າວດ້ວຍຄຳອ່ອນຫວານຫລືຄຳຫຍາບຄາຍ ໑
ກ່າວດ້ວຍຄຳທີ່ປະກອບດ້ວຍປະໂຍຊນ໌
ຫລືບໍ່ປະກອບດ້ວຍປະໂຍຊນ໌ ໑
ມີຈິຕເມຕຕາຫລືມີໂທສະໃນພາຍໃນກ່າວ ໑
ພິກຂຸທັງຫລາຍ! ເມື່ອບຸຄຄົລອື່ນຈະກ່າວໂດຍກາລອັນສົມຄວນຫລືບໍ່ສົມຄວນກໍຕາມ, ຈະກ່າວດ້ວຍເຣື່ອງຈິງຫລືເຣື່ອງບໍ່ຈິງກໍຕາມ, ຈະກ່າວດ້ວຍຖ້ອຍຄໍາອ່ອນຫວານຫລືຄຳຫຍາບຄາຍກໍຕາມ, ຈະກ່າວດ້ວຍຖ້ອຍຄໍາທີ່ປະກອບດ້ວຍປະໂຍຊນ໌ ຫລືບໍ່ປະກອບດ້ວຍປະໂຍຊນ໌ກໍຕາມ, ຈະມີຈິຕເມຕຕາ ຫລືມີໂທສະໃນພາຍໃນກ່າວກໍຕາມ;
ພິກຂຸທັງຫລາຍ! ໃນຂໍ້ນັ້ນ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈັກບໍ່ກ່າວວາຈາອັນຊົ່ວຫຍາບ ເຮົາຈັກອະນຸເຄາະດ້ວຍສິ່ງອັນເປັນປະໂຍຊນ໌ ເຮົາຈັກມີເມຕຕາ ບໍ່ມີໂທສະໃນພາຍໃນ ເຮົາຈັກແຜ່ເມຕຕາໄປເຖິງບຸຄຄົລນັ້ນ ແລະເຮົາຈັກແຜ່ເມຕຕາຈິຕອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທ ໄປຕະຫລອດໂລກທັງປວງ ເຊິ່ງເປັນອາຣົມນ໌ຂອງຈິຕນັ້ນ ດັ່ງນີ້.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຄວນສຶກສາດ້ວຍອາກາຣດັ່ງທີ່ກ່າວມານີ້ແລ.
ມັຊຊິມະນິກາຍ ມູລປັນນາສກ໌ ໑໒/໑໗໗/໒໖໙