ຄວາມດັບທຸກມີເພາະຄວາມດັບແຫ່ງນັນທິ
ອະຣິຍະສັດ 4
ປຸນນະ ! ຮູບ ທີ່ເຫັນດ້ວຍຕາກໍດີ, ສຽງ ທີ່ຟັງດ້ວຍຫູກໍດີ, ກິ່ນ ທີ່ດົມດ້ວຍດັງກໍດີ, ຣົສ ທີ່ຊີມດ້ວຍລີ້ນກໍດີ, ໂຜຕຖັພພະ ທີ່ສັມຜັສດ້ວຍກາຍກໍດີ, ທັມມາຣົມ ທີ່ຮູ້ແຈ້ງດ້ວຍໃຈກໍດີ, ອັນເປັນສິ່ງທີ່ໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ເປັນທີ່ຍົວະຕາຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈມີຢູ່; ພິກຂຸ ຍ່ອມບໍ່ເພີດເພີນ ບໍ່ພໍ່າສັນເສີນ ບໍ່ເມົາມົກຊຶ່ງອາຣົມ ມີຮູບ ເປັນຕົ້ນນັ້ນ. ເມື່ອພິກຂຸ ບໍ່ເພີດເພີນ ບໍ່ພໍ່າສັນເສີນ ບໍ່ເມົາມົກ ຊຶ່ງອາຣົມມີ ຮູບເປັນຕົ້ນນັ້ນຢູ່, ນັນທິ (ຄວາມເພີນ) ຍ່ອມດັບໄປ.
ປຸນນະ ! ເຮົາກ່າວວ່າ “ຄວາມດັບບໍ່ມີເຫຼືອຂອງທຸກຂ໌ ມີໄດ້ເພາະຄວາມດັບບໍ່ເຫຼືອຂອງຄວາມເພີນ” ດັ່ງນີ້ແລ.
- ອຸປຣິ. ມ. ໑໔/໔໘໒/໗໕໖.
ປຸນນະ ! ເຮົາກ່າວວ່າ “ຄວາມດັບບໍ່ມີເຫຼືອຂອງທຸກຂ໌ ມີໄດ້ເພາະຄວາມດັບບໍ່ເຫຼືອຂອງຄວາມເພີນ” ດັ່ງນີ້ແລ.
- ອຸປຣິ. ມ. ໑໔/໔໘໒/໗໕໖.








