ຄວາມບໍ່ຕົກໃຈຕື່ນຢ້ານເພາະບໍ່ມີອຸປາທານ

ທໍາໃນທີສຸດ

0:00/0:00
(ເລື່ອງຄວນເບິ່ງປະກອບ ໃນປະຕິຈຈ. ໂອ. ໜ້າ ໑໙໘ ສັງເກດໃນເລື່ອງ ໑) ປຸຖຸຊົນ ຜູ້ບໍ່ໄດ້ສະດັບ
ກັບອະຣິຍະສາວົກ ທີ່ໄດ້ສະດັບ ໒) ຄວາມເໝືອນແລະຕ່າງກັນ ໃນການເຫັນທັມ)

ພິກຂຸ ທ. ! ເຮົາຈະສະແດງ.... ຄວາມບໍ່ຕົກໃຈຕື່ນຢ້ານ ເພາະບໍ່ມີອຸປາທານ ແກ່ພວກເຈົ້າ. ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ ຈົ່ງຕັ້ງໃນໃຈໃຫ້ສໍາເລັດ ປະໂຍຊນ໌ ເຮົາຈະກ່າວບັດນີ້....

ພິກຂຸ ທ. ! ຄວາມບໍ່ຕົກໃຈຕື່ນຢ້ານ ເພາະບໍ່ມີອຸປາທານນັ້ນ ເປັນແນວໃດໜໍ ?

ພິກຂຸ ທ. ! ໃນກໍລະນີນີ້ ອະຣິຍະສາວົກ ຜູ້ມີການສະດັບ ໄດ້ເຫັນພຣະອະຣິຍະເຈົ້າ ເປັນຜູ້ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ໄດ້ຮັບການແນະນໍາໃນທັມຂອງພຣະອະຣິຍະເຈົ້າ, ໄດ້ເຫັນສັຕບຸຣຸສ ເປັນຜູ້ສະຫຼາດ ໃນທັມຂອງສັຕບຸຣຸສ ໄດ້ຮັບການແນະນໍາໃນທັມຂອງສັຕບຸຣຸສ, ຍ່ອມບໍ່ຕາມເຫັນຢູ່ເປັນປະຈໍາຊຶ່ງຮູບໂດຍຄວາມເປັນຕົນແດ່ ຍ່ອມບໍ່ຕາມເຫັນຢູ່ເປັນປະຈໍາ ຊຶ່ງຕົນວ່າມີຮູບແດ່ ຍ່ອມບໍ່ຕາມເຫັນຢູ່ເປັນປະຈໍາ ຊຶ່ງຮູບໃນຕົນແດ່ ຍ່ອມບໍ່ຕາມເຫັນຢູ່ເປັນປະຈໍາ ຊຶ່ງຕົນໃນຮູບແດ່; ເຖິງແມ່ນຮູບນັ້ນ ແປປ່ຽນໄປ ເປັນຄວາມມີໂດຍປະການອື່ນ ແກ່ອະຣິຍະສາວົກນັ້ນ ວິນຍານຂອງອະຣິຍະສາວົກນັ້ນ ກໍບໍ່ເປັນວິນຍານທີ່ປ່ຽນແປງ ໄປຕາມຄວາມແປປ່ຽນຂອງຮູບ ເພາະຄວາມແປປ່ຽນຂອງຮູບ ໄດ້ມີໂດຍປະການອື່ນ; (ເມື່ອເປັນເຊັ່ນນັ້ນ) ຄວາມເກີດຂຶ້ນແຫ່ງທັມເປັນເຄື່ອງສະດຸ້ງຫວາດສຽວ ຊຶ່ງເກີດມາຈາກຄວາມປ່ຽນແປງ ໄປຕາມຄວາມແປປ່ຽນຂອງຮູບ ຍ່ອມບໍ່ສຸບງໍາຈິຕຂອງອະຣິຍະສາວົກນັ້ນ ຕັ້ງຢູ່, ເພາະຄວາມທີ່ຈິຕ ບໍ່ຖືກສຸບງໍາດ້ວຍທັມ ເປັນເຄື່ອງສະດຸ້ງຫວາດສຽວ ອະຣິຍະສາວົກນັ້ນ ກໍບໍ່ເປັນຜູ້ສະດວດ ຕື່ນສະດຸ້ງ ບໍ່ຄັບແຄ້ນ ບໍ່ພະວ້າພະວົງ ແລະ ບໍ່ສະດຸ້ງຫວາດສຽວຢູ່ເພາະບໍ່ມີອຸປາທານ.

(ໃນກໍລະນີ ທີ່ກ່ຽວກັບການຕາມເຫັນ ເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍໄດ້ຕຣັດໄວ້ດ້ວຍຂໍ້ຄວາມເຊັ່ນດຽວກັນກັບ ໃນກໍລະນີແຫ່ງ ຮູບ ຂ້າງເທິງນີ້ທຸກປະການ ຜິດກັນແຕ່ຊື່ຂັນທ໌ເທົ່ານັ້ນ)

ພິກຂຸ ທ. ! ຄວາມບໍ່ຕົກໃຈຕື່ນຢ້ານເພາະບໍ່ມີອຸປາທານ ຍ່ອມມີໄດ້ດ້ວຍອາການ ດັ່ງນີ້ແລ.

- ຂັນທະ. ສັງ. ໑໗/໒໐,໒໒-໒໓/໓໑,໓໓.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ