ເພາະມີສິ່ງທີ່ບໍ່ຕາຍສິ່ງທີ່ຕາຍຈຶ່ງມີທາງອອກ

ທໍາໃນທີສຸດ

0:00/0:00
ພິກຂຸ ທ. ! ສິ່ງຊຶ່ງບໍ່ໄດ້ເກີດ (ອະຊາຕັງ) ບໍ່ໄດ້ເປັນ (ອະພູຕັງ) ບໍ່ໄດ້ຖືກອັນໃດເຮັດ (ອະກະຕັງ) ບໍ່ໄດ້ຖືກອັນໃດປຸງແຕ່ງ (ອະສັງຂະຕັງ) ນັ້ນມີຢູ່.

ພິກຂຸ ທ. ! ຖ້າຫາກວ່າ ສິ່ງທີ່ບໍ່ໄດ້ເກີດ ບໍ່ໄດ້ເປັນ ບໍ່ໄດ້ຖືກອັນໃດເຮັດ ບໍ່ໄດ້ຖືກອັນໃດປຸງແຕ່ງ ຈະບໍ່ມີຢູ່ແລ້ວນັ້ນ ການຫຼຸດລອດອອກໄປໄດ້ ສໍາລັບສິ່ງທີ່ເກີດທີ່ເປັນ ທີ່ຖືກອັນໃດເຮັດ ທີ່ຖືກອັນໃດປຸງແຕ່ງ ກໍຈະບໍ່ປາກົດ.

ພິກຂຸ ທ. ! ເພາະເຫຕທີ່ ມີສິ່ງຊຶ່ງບໍ່ໄດ້ເກີດ ບໍ່ໄດ້ເປັນ ບໍ່ໄດ້ຖືກອັນໃດເຮັດ ບໍ່ໄດ້ຖືກອັນໃດປຸງແຕ່ງ ນັ້ນເອງ ການຫຼຸດລອດອອກໄປໄດ້ ສໍາລັບສິ່ງທີ່ເກີດ ທີ່ເປັນ ທີ່ຖືກອັນໃດເຮັດ ທີ່ຖືກອັນໃດປຸງແຕ່ງ ຈຶ່ງໄດ້ປາກົດຢູ່. (ຕໍ່ໄປນີ້ເປັນຄໍາອະທິບາຍທີ່ຕຣັດໄວ້ເປັນຄາຖາ :-)

ໃຜໆບໍ່ຄວນເພີດເພີນ ຕໍ່ສິ່ງຊຶ່ງເກີດແລ້ວ ເປັນແລ້ວ ເກີດຂຶ້ນພ້ອມແລ້ວອັນປັຈຈັຍເຮັດແລ້ວ ອັນປັຈຈັຍປຸງແຕ່ງແລ້ວ ບໍ່ຢັ້ງຢືນ ປຸງແຕ່ງເພື່ອຊະຣາ ແລະມະຣະນະ ເປັນຮັງໂຣຄາ ເປັນຂອງຜຸ່ຍພັງ ມີອາຫາຣ ແລະເນຕຕິ (ຕັນຫາ) ເປັນແດນເກີດ.

ສ່ວນການອອກໄປເສຍໄດ້ຈາກສິ່ງ (ຊຶ່ງເກີດເປັນຕົ້ນ) ນັ້ນ ເປັນທັມມະຊາດອັນສະງົບ ບໍ່ເປັນວິໄສແຫ່ງຄວາມຕຶກ ເປັນຂອງຢັ້ງຢືນ ບໍ່ເກີດ ບໍ່ເກີດຂຶ້ນພ້ອມ ບໍ່ມີໂສກ ປາສະຈາກທຸລີ ເປັນບ່ອນຄວນໄປເຖິງ ເປັນບ່ອນດັບແຫ່ງສິ່ງທີ່ມີຄວາມທຸກຂ໌ເປັນທຳມະດາ ເປັນຄວາມເຂົ້າໄປສະຫງົບລະງັບແຫ່ງສັງຂາຣ ເປັນສຸຂ, ດັ່ງນີ້.

- ອິຕິວຸ. ຂຸ. ໒໕/໒໕໗/໒໒໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ