ວິນຍານຂັນໂດຍໄນຍະແຫ່ງອະຣິຍະສັດສີ່
ອະຣິຍະສັດ 4
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໖໘໔)
ພິກຂຸ ທ. ! ວິນຍານ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງວິນຍານຫົກເຫຼົ່ານີ້ ຄືວິນຍານທາງຕາ, ວິນຍານທາງຫູ, ວິນຍານທາງດັງ, ວິນຍານທາງລີ້ນ, ວິນຍານທາງກາຍ, ແລະວິນຍານທາງໃຈ. ພິກຂຸ ທ. ! ນີ້ເອີ້ນວ່າວິນຍານ. ຄວາມເກີດຂຶ້ນແຫ່ງວິນຍານ ມີໄດ້ເພາະຄວາມເກີດຂຶ້ນແຫ່ງນາມຮູບ; ຄວາມດັບບໍ່ເຫຼືອແຫ່ງວິນຍານ ມີໄດ້ເພາະຄວາມດັບບໍ່ເຫຼືອແຫ່ງນາມຮູບ; ອະຣິຍະມັຄຄະມີອົງຄ໌ ໘ ນີ້ ນັ້ນເອງເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງວິນຍານ, ໄດ້ແກ່ຄວາມເຫັນ ຊອບ ຄວາມດໍາຣິຊອບ; ການເວົ້າຈາຊອບ ການທໍາການງານຊອບ ການລ້ຽງຊີວິຕຊອບ; ຄວາມພາກພຽນຊອບ ຄວາມລະນຶກຊອບ ຄວາມຕັ້ງໃຈໝັ້ນຊອບ.
- ຂັນທະ. ສັງ. ໑໗/໗໕/໑໑໗.
ວິພາກແຫ່ງປັນຈຸປາທານຂັນທ໌
ພິກຂຸ ທ. ! ປັນຈຸປາທານຂັນທ໌ ເປັນແນວໃດໜໍ ?
ພິກຂຸ ທ. ! ຮູບ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມ ຫຼືປານີດກໍຕາມ ມີໃນທີ່ໄກ ຫຼືໃກ້ກໍຕາມ ຊຶ່ງຍັງມີອາສະວະ ເປັນທີ່ຕັ້ງອາໄສຢູ່ແຫ່ງອຸປາທານ. ພິກຂຸ ທ. ! ນີ້ ເອີ້ນວ່າ ຮູບຂັນທ໌ທີ່ຍັງມີອຸປາທານ.
ພິກຂຸ ທ. ! ເວທະນາ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືໃກ້ກໍຕາມ ຊຶ່ງຍັງມີອາສະວະ ເປັນທີ່ຕັ້ງອາໄສຢູ່ແຫ່ງອຸປາທານ. ພິກຂຸ ທ. ! ນີ້ ເອີ້ນວ່າ ເວທະນາຂັນທ໌ທີ່ຍັງມີອຸປາທານ.
ພິກຂຸ ທ. ! ສັນຍາ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼື ປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມ ຫຼືປານີດກໍຕາມ ມີໃນທີ່ໄກຫຼືໃກ້ກໍຕາມ ຊຶ່ງຍັງມີອາສະວະ ເປັນທີ່ຕັ້ງອາໄສຢູ່ແຫ່ງອຸປາທານ. ພິກຂຸ ທ. ! ນີ້ ເອີ້ນວ່າ ສັນຍາຂັນທ໌ທີ່ຍັງມີອຸປາທານ.
ພິກຂຸ ທ. ! ສັງຂາຣທັງຫຼາຍ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືໃກ້ກໍຕາມ ຊຶ່ງຍັງມີອາສະວະ ເປັນທີ່ຕັ້ງອາໄສຢູ່ແຫ່ງອຸປາທານ. ພິກຂຸ ທ. ! ນີ້ ເອີ້ນວ່າ ສັງຂາຣຂັນທ໌ທີ່ຍັງມີອຸປາທານ.
ພິກຂຸ ທ. ! ວິນຍານ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼື ປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືໃກ້ກໍຕາມ ຊຶ່ງຍັງມີອາສະວະ ເປັນທີ່ຕັ້ງອາໄສຢູ່ແຫ່ງອຸປາທານ. ພິກຂຸ ທ. ! ນີ້ ເອີ້ນວ່າ ວິນຍານຂັນທ໌ທີ່ຍັງມີອຸປາທານ.
ພິກຂຸ ທ. ! ຂັນທ໌ ທີ່ຍັງມີອຸປາທານຫ້າຂັນທ໌ເຫຼົ່ານີ້ ເອີ້ນວ່າ ປັນຈຸປາທານັກຂັນທ໌ ແລ.
- ຂັນທະ. ສັງ. ໑໗/໕໙/໙໖.