ອາການທີ່ທຸກເກີດມາຈາກຕັນຫາ

ປະຕິຈະສະມຸບາດ

0:00/0:00
ພິກຂຸ ທ. ! ເມື່ອພິກຂຸ ເປັນຜູ້ມີປົກກະຕິ ເຫັນໂດຍຄວາມເປັນອັສສາທະ (ໜ້າຮັກໜ້າຍິນດີ) ໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງອຸປາທານ (ອຸປະທານິຢະທັມ) ຢູ່, ຕັນຫາຍ່ອມຈະເຣີນຢ່າງທົ່ວເຖິງ, ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ; ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ; ເພາະມີພົບເປັນປັຈຈັຍ ຈຶ່ງມີຊາດ; ເພາະມີຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການ ດັ່ງນີ້.

ພິກຂຸ ທ. ! ປຽບເໝືອນໄຟກອງໃຫຍ່ ຍ່ອມລຸກໄໝ້ດ້ວຍໄມ້ສິບເຫຼັ້ມກວຽນແດ່ ຊາວເຫຼັ້ມກວຽນແດ່ ສາມສິບເຫຼັ້ມກວຽນແດ່ ສີ່ສິບເຫຼັ້ມກວຽນແດ່. ບຸຣຸສຍ່ອມເຕີມຫຍ້າແຫ້ງແດ່ ຂີ້ງົວແຫ້ງແດ່ ໄມ້ແຫ້ງແດ່ ລົງໄປໃນກອງໄຟນັ້ນ ຕະຫຼອດເວລາທີ່ຄວນເຕີມ ຢູ່ເປັນໄລຍະໆ. ພິກຂຸ ທ. ! ດ້ວຍອາການເຊັ່ນນີ້ແລ ໄຟກອງໃຫຍ່ຊຶ່ງມີເຄື່ອງຫຼໍ່ລ້ຽງເຊັ່ນນັ້ນ ມີເຊື້ອໄຟເຊັ່ນນັ້ນ ກໍຈະຍ່ອມລຸກໄໝ້ ຕະຫຼອດກາລະອັນດົນ, ຂໍ້ນີ້ເຊັ່ນໃດ; ພິກຂຸ ທ. ! ເມື່ອພິກຂຸ ເປັນຜູ້ມີປົກກະຕິ ເຫັນໂດຍຄວາມເປັນອັສສາທະ (ໜ້າຮັກໜ້າຍິນດີ) ໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງອຸປາທານຢູ່. ຕັນຫາຍ່ອມຈະເຣີນຢ່າງທົ່ວເຖິງ ເຊັ່ນນັ້ນເໝືອນກັນ. ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ; ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ; ເພາະມີພົບເປັນປັຈຈັຍ ຈຶ່ງມີຊາດ; ເພາະມີຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະ ທຸກໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ ຄວາມເກີດຂຶ້ນພ້ອມ ແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການ ດັ່ງນີ້ແລ.

- ນິທານ. ສັງ. ໑໖/໑໐໒/໑໙໖-໑໙໗.

(ໃນສູຕຖັດໄປ ຊົງສະແດງສັນໂຍຊະນິຢະທັມ ແທນຄໍາວ່າອຸປະທານິຢະທັມ; ແລະໃນຕອນອຸປະມາ ຊົງສະແດງອຸປະມາດ້ວຍປະທີບແສງໄຟຂອງນໍ້າມັນລຸກໄໝ້ ຢູ່ໄດ້ເພາະອາໄສເຊື້ອໄຟ ແລະ ມີຜູ້ຄອຍເຕີມໂດຍນັຍດຽວກັບສູຕຂ້າງເທິງ).
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ