ທັມທີ່ສົມຄວນແກ່ການຫຼຸດພົ້ນຈາກທຸກ

ທໍາໃນທີສຸດ

0:00/0:00
ພິກຂຸ ທ. ! ທັມນີ້ ເປັນທັມທີ່ສົມຄວນແກ່ພິກຂຸ ຜູ້ປະຕິບັຕທັມສົມຄວນແກ່ທັມ. ທັມນັ້ນຄື ຂໍ້ທີ່ພິກຂຸເປັນຜູ ມາກລົ້ນຢູ່ດ້ວຍຄວາມຮູ້ສຶກ ເບື່ອໜ່າຍໃນຮູບ, ເປັນຜູ້ມາກລົ້ນຢູ່ດ້ວຍຄວາມຮູ້ສຶກ ເບື່ອໜ່າຍ ໃນເວທະນາ, ເປັນຜູ້ມາກລົ້ນຢູ່ດ້ວຍຄວາມຮູ້ສຶກ ເບື່ອໜ່າຍ ໃນສັນຍາ, ເປັນຜູ້ມາກລົ້ນຢູ່ດ້ວຍຄວາມຮູ້ສຶກ ເບື່ອໜ່າຍ ໃນສັງຂາຣ, ເປັນຜູ້ມາກລົ້ນຢູ່ດ້ວຍຄວາມຮູ້ສຶກ ເບື່ອໜ່າຍ ໃນວິນຍານ; ພິກຂຸນັ້ນ ເມື່ອເປັນຜູ້ມາກລົ້ນຢູ່ດ້ວຍຄວາມຮູ້ສຶກ ເບື່ອໜ່າຍໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣ ໃນວິນຍານ, ຍ່ອມຮູ້ຮອບຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ; ເມື່ອເຂົາຮູ້ຮອບຢູ່ ຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານແລ້ວ, ຍ່ອມຫຼຸດພົ້ນຈາກຮູບ ຈາກເວທະນາ ຈາກສັນຍາ ຈາກສັງຂາຣ ຈາກວິນຍານ, ຍ່ອມພົ້ນໄດ້ຈາກຄວາມເກີດ ຄວາມແກ່ ຄວາມເຈັບ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ທຸກຂ໌ໃຈ ຄວາມຄັບແຄ້ນໃຈ; ເຮົາຕະຖາຄົຕກ່າວວ່າ ເຂົາຍ່ອມຫຼຸດພົ້ນຈາກທຸກຂ໌ ດັ່ງນີ້.
- ຂັນທະ. ສັງ. ໑໗/໕໐/໘໓.

ພິກຂຸ ທ. ! ທັມນີ້ ເປັນທັມທີ່ສົມຄວນແກ່ພິກຂຸ ຜູ້ປະຕິບັຕທັມສົມຄວນແກ່ທັມ ຄືຂໍ້ທີ່ພິກຂຸ ເປັນຜູ້ ຕາມເຫັນຄວາມບໍ່ທ່ຽງໃນຮູບ ຢູ່ເປັນປະຈໍາ, ເປັນຜູ້ຕາມເຫັນຄວາມບໍ່ທ່ຽງ ໃນເວທະນາ ຢູ່ເປັນປະຈໍາ, ເປັນຜູ້ຕາມເຫັນຄວາມບໍ່ທ່ຽງ ໃນສັນຍາ ຢູ່ເປັນປະຈໍາ, ເປັນຜູ້ຕາມເຫັນຄວາມບໍ່ທ່ຽງ ໃນສັງຂາຣ ຢູ່ເປັນປະຈໍາ, ເປັນຜູ້ຕາມເຫັນຄວາມບໍ່ທ່ຽງ ໃນວິນຍານ ຢູ່ເປັນປະຈໍາ; ພິກຂຸນັ້ນ ເມື່ອຕາມເຫັນຄວາມບໍ່ທ່ຽງໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣ ໃນວິນຍານຢູ່ເປັນປະຈໍາ, ຍ່ອມຮູ້ຮອບຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ. ເມື່ອເຂົາຮູ້ຮອບຢູ່ຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ, ຍ່ອມຫຼຸດພົ້ນຈາກຮູບ ຈາກເວທະນາ ຈາກສັນຍາ ຈາກສັງຂາຣ ຈາກວິນຍານ, ຍ່ອມພົ້ນໄດ້ຈາກຄວາມເກີດ ຄວາມແກ່ ຄວາມເຈັບ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ; ເຮົາຕະຖາຄົຕກ່າວວ່າ ເຂົາຍ່ອມຫຼຸດພົ້ນຈາກທຸກຂ໌ ດັ່ງນີ້.
- ຂັນທະ. ສັງ. ໑໗/໕໑/໘໔.

ພິກຂຸ ທ. ! ທັມນີ້ ເປັນທັມທີ່ສົມຄວນແກ່ພິກຂຸ ຜູ້ປະຕິບັຕທັມສົມຄວນແກ່ທັມ ຄືຂໍ້ທີ່ພິກຂຸ ເປັນຜູ້ ຕາມເຫັນຄວາມເປັນທຸກຂ໌ໃນຮູບ ຢູ່ເປັນປະຈໍາ, ເປັນຜູ້ຕາມເຫັນຄວາມເປັນທຸກຂ໌ໃນເວທະນາ ຢູ່ເປັນປະຈໍາ, ເປັນຜູ້ຕາມເຫັນຄວາມເປັນທຸກຂ໌ໃນສັນຍາ ຢູ່ເປັນປະຈໍາ, ເປັນຜູ້ຕາມເຫັນຄວາມເປັນທຸກຂ໌ໃນສັງຂາຣ ຢູ່ເປັນປະຈໍາ, ເປັນຜູ້ຕາມເຫັນຄວາມເປັນທຸກຂ໌ໃນວິນຍານ ຢູ່ເປັນປະຈໍາ; ພິກຂຸນັ້ນ ເມື່ອຕາມເຫັນຄວາມເປັນທຸກຂ໌ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣ ໃນວິນຍານ ຢູ່ເປັນປະຈໍາ, ຍ່ອມຮູ້ຮອບຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ. ເມື່ອເຂົາຮູ້ຮອບຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ, ຍ່ອມຫຼຸດພົ້ນຈາກຮູບ ຈາກເວທະນາ ຈາກສັນຍາ ຈາກສັງຂາຣ ຈາກວິນຍານ, ຍ່ອມພົ້ນໄດ້ຈາກຄວາມເກີດ ຄວາມແກ່ ຄວາມເຈັບ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ; ເຮົາຕະຖາຄົຕກ່າວວ່າ ເຂົາຍ່ອມຫຼຸດພົ້ນໄດ້ຈາກທຸກຂ໌ ດັ່ງນີ້.
- ຂັນທະ. ສັງ. ໑໗/໕໑/໘໕.

ພິກຂຸ ທ. ! ທັມນີ້ ເປັນທັມທີ່ສົມຄວນແກ່ພິກຂຸ ຜູ້ປະຕິບັຕທັມສົມຄວນແກ່ທັມ ຄືຂໍ້ທີ່ພິກຂຸ ເປັນຜູ້ຕາມເຫັນຄວາມເປັນອະນັຕຕາໃນຮູບ ຢູ່ເປັນປະຈໍາ, ເປັນຜູ້ຕາມເຫັນຄວາມເປັນອະນັຕຕາໃນເວທະນາ ຢູ່ເປັນປະຈໍາ, ເປັນຜູ້ຕາມເຫັນຄວາມ ເປັນອະນັຕຕາໃນສັນຍາ ຢູ່ເປັນປະຈໍາ, ເປັນຜູ້ຕາມເຫັນຄວາມເປັນອະນັຕຕາໃນສັງຂາຣ ຢູ່ເປັນປະຈໍາ, ເປັນຜູ້ຕາມເຫັນຄວາມເປັນອະນັຕຕາໃນວິນຍານ ຢູ່ເປັນປະຈໍາ; ພິກຂຸນັ້ນ ເມື່ອຕາມເຫັນຄວາມເປັນອະນັຕຕາໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣ ໃນວິນຍານ ຢູ່ເປັນປະຈໍາ, ຍ່ອມຮູ້ຮອບຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ, ເມື່ອເຂົາຮູ້ຮອບຢູ່ຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ຊຶ່ງວິນຍານ, ຍ່ອມຫຼຸດພົ້ນຈາກຮູບ ຈາກເວທະນາ ຈາກສັນຍາ ຈາກສັງຂາຣ ຈາກວິນຍານ, ຍ່ອມພົ້ນໄດ້ ຈາກຄວາມເກີດ ຄວາມແກ່ ຄວາມເຈັບ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ; ເຮົາຕະຖາຄົຕ ກ່າວວ່າ ເຂົາຍ່ອມຫຼຸດພົ້ນໄດ້ຈາກທຸກຂ໌ ດັ່ງນີ້,
- ຂັນທະ. ສັງ. ໑໗/໕໒/໘໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ