ຜູ້ອາບແລ້ວດ້ວຍເຄື່ອງອາບ (ຫຼຸດພົ້ນໄດ້ເພາະການຮູ້ອອກຈາກສັນຍາຄະຕະທັງສາມ)
ທາງສາຍກາງ
(ຄວາມຮູ້ນີ້ ຕ້ອງນໍາດ້ວຍການລະອຸປະກິເລສສິບຫົກ ມີສັດທາໝັ້ນຄົງໃນພຣະພຸດທະເຈົ້າ ພຣະທັມ ພຣະສົງຄ໌ ມີສີລບໍຣິສຸດ ມີປັນຍາບໍຣິສຸດ ແຜ່ອັບປະມັນຍາພຣົມມະວິຫາຣໄປທົ່ວໂລກທັງມວນ, ດັ່ງນັ້ນ :-)
ພິກຂຸນັ້ນ ຍ່ອມຮູ້ແຈ່ມແຈ້ງວ່າ “ສັນຍາຄະຕະ ວ່າເຊັ່ນນີ້ໆ ກໍມີຢູ່, ສັນຍາຄະຕະ ວ່າຕໍ່າຊາມກໍມີຢູ່, ສັນຍາຄະຕະ ວ່າປານີດກໍມີຢູ່, ແລະອຸບາຍອັນຍິ່ງ ເປັນເຄື່ອງອອກຈາກສັນຍາຄະຕະ ນີ້ກໍມີຢູ່” ດັ່ງນີ້. ເມື່ອເຂົານັ້ນ ຮູ້ຢູ່ດັ່ງນີ້ ເຫັນຢູ່ດັ່ງນີ້ ຈິຕຍ່ອມຫຼຸດພົ້ນ ແມ່ນແຕ່ຈາກກາມາສະວະ ແມ່ນແຕ່ຈາກພະວາສະວະ ແມ່ນແຕ່ຈາກອະວິຊຊາສະວະ. ເມື່ອຫຼຸດພົ້ນແລ້ວ ຍ່ອມມີຍານຢັ່ງຮູ້ວ່າ “ຈິຕຫຼຸດພົ້ນແລ້ວ”.
ເຂົາຍ່ອມຮູ້ແຈ່ມແຈ້ງວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້.
ພິກຂຸ ທ. ! ພິກຂຸນີ້ເຮົາເອີ້ນວ່າ ເປັນຜູ້ ອາບແລ້ວດ້ວຍເຄື່ອງອາບ ອັນເປັນພາຍໃນ, ດັ່ງນີ້ແລ.
- ມູ. ມ. ໑໒/໖໙/໙໗.
ຜູ້ບໍ່ເປັນທັງຝ່າຍຮັບແລະຝ່າຍຄ້ານ
(ດັບກິເລສແລະທຸກຂ໌ເພາະອອກເສຍໄດ້ຈາກທິຕທິບວກ-ທິຕທິລົບ)
(ເລື່ອງຄວນເບິ່ງປະກອບໃນປະຕິຈຈ.ໂອ. ໜ້າ ໖໖໕ ເປັນອີກແງ່ໜຶ່ງແຫ່ງສຸດໂຕ່ງຂອງຄວາມເຫັນຄື “ອັຕຖິຕາແລະນັຕຖິຕາ”).
ພິກຂຸ ທ. ! ທິຕຖິສອງຢ່າງເຫຼົ່ານີ້ ມີຢູ່ ; ຄື ພະວະທິຕຖິ (ວ່າມີ), ວິພະວະທິຕຖິ (ວ່າບໍ່ມີ).
ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່າໃດ ແອບອີງພະວະທິຕຖິ (ຊຶ່ງມີລັກສະນະເປັນບວກ) ເຂົ້າເຖິງພະວະທິຕຖິ ຢັ່ງລົງສູ່ພະວະທິຕຖິ ; ສະມະນະຫຼືພຣາມເຫຼົ່ານັ້ນ ຍ່ອມຄັດຄ້ານຕໍ່ ວິພະວະທິຕຖິ. ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່າໃດແອບອີງວິພະວະທິຕຖິ (ຊຶ່ງມີລັກສະນະເປັນລົບ) ເຂົ້າເຖິງວິພະວະທິຕຖິ ຢັ່ງລົງສູ່ວິພະວະທິຕຖິ ; ສະມະນະຫຼືພຣາມເຫຼົ່ານັ້ນ ຍ່ອມຄັດຄ້ານຕໍ່ພະວະທິຕຖິ.....
ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່າໃດ ຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງຄວາມເກີດຂຶ້ນ ຄວາມຕັ້ງຢູ່ບໍ່ໄດ້ ສະເໜ່ ໂທດອັນຕໍ່າຊ້າ ແລະອຸບາຍເຄື່ອງອອກແຫ່ງ ທິຕຖິສອງຢ່າງນີ້, ສະມະນະພຣາມເຫຼົ່ານັ້ນ ເປັນຜູ້ປາສະຈາກຣາຄະ ປາສະຈາກໂທສະ ປາສະຈາກໂມຫະ ປາສະຈາກຕັນຫາ ບໍ່ມີອຸປາທານ ເປັນຜູ້ເຫັນແຈ້ງ ເປັນຝ່າຍຍອມຮັບ ບໍ່ເປັນຝ່າຍຄັດຄ້ານ ; ເຂົາເຫຼົ່ານັ້ນເປັນຜູ້ມີທັມ ອັນບໍ່ສ້າງຄວາມຊັກຊ້າ ເປັນທີ່ມາຍິນດີ ມີຄວາມຍິນດີໃນທັມອັນບໍ່ສ້າງຄວາມຊັກຊ້າ ຍ່ອມພົ້ນຈາກຊາດ ຊະຣາມໍຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະ ອຸປາຍາສະທັງຫຼາຍ, ເຮົາກ່າວວ່າ ເຂົາຍ່ອມພົ້ນຈາກທຸກຂ໌ໄດ້ ດັ່ງນີ້.
- ມູ. ມ. ໑໒/໑໓໑/໑໕໕.