ວ່າດ້ວຍອາການທີ່ຕັນຫາເຮັດໃຫ້ເກີດແຫ່ງທຸກ

ສັງໂຍດ

0:00/0:00
ເພາະມິດສາທິດຖິ ຈຶ່ງເປັນປາຕິດອວນ
ພິກຂຸ ທ. ! ສະມະນະພຣາມທັງຫຼາຍ ເຫຼົ່າໃດເຫຼົ່າໜຶ່ງ ທີ່ບັນຍັຕທິຕຖິປາຣົບປຸບພັນຕະຂັນທ໌ແດ່ ປາຣົບອະປະຣັນຕະຂັນທ໌ແດ່ ປາຣົບທັງປຸບພັນຕະແລະອະປະຣັນຕະຂັນທ໌ແດ່ ລ້ວນແຕ່ເປັນຜູ້ມີປຸບພັນຕາປະຣັນຕານຸທິຕຖິ ປາຣົບຂັນທ໌ທັງທີ່ເປັນປຸບພັນຕະ ແລະອະປະຣັນຕະດັ່ງນີ້ແລ້ວ ກ່າວບັນຍັຕທິຕຖິ ອັນເປັນອະທິມຸດຕິບົດ (ທາງແຫ່ງຄວາມຫຼຸດພົ້ນຢ່າງຍິ່ງຂອງສັຕຕາມທິຕຖິແຫ່ງຕົນໆ) ມີຢ່າງຕ່າງໆກັນ ເປັນອະເນກ ; ສະມະນະພຣາມທັງຫຼາຍ ເຫຼົ່ານັ້ນທັງໝົດ ຖືກເຮັດແລ້ວໃຫ້ ຕົກຢູ່ພາຍໃນແຫ່ງຕາຂ່າຍ ດ້ວຍວັຕຖຸ (ທີ່ຕັ້ງແຫ່ງທິຕຖິ) ທັງຫຼາຍ ໖໒ ປະການເຫຼົ່ານັ້ນເອງ ເມື່ອໂງຫົວຢູ່ບ່ອນດຽວ ກໍ ໂງຫົວຢູ່ໃນຕາຂ່າຍນັ້ນ ເມື່ອທ່ຽວໂງຫົວຢູ່ໃນບ່ອນທົ່ວໆໄປ ກໍ ໂງຫົວຢູ່ໃນຕາຂ່າຍນັ້ນ.

ພິກຂຸ ທ. ! ປຽບເໝືອນຊາວປະມົງ ແລະລູກແຫຼ້ງຂອງຊາວປະມົງຜູ້ຊ່ຽວຊານ ໄດ້ລ້ອມແຫຼ່ງນໍ້ານ້ອຍ ໄວ້ດ້ວຍອວນຕາຖີ່ ເມື່ອເປັນເຊັ່ນນີ້ ສັຕມີຊີວິຕທັງຫຼາຍ ເປັນຈໍານວນຫຼາຍເຫຼົ່າໜຶ່ງເຫຼົ່າໃດໃນແຫຼ່ງນໍ້ານີ້ ສັຕທັງຫຼາຍເຫຼົ່ານັ້ນເຖິງແມ່ນວ່າທັງໝົດ ຊື່ວ່າຖືກເຮັດໄວ້ແລ້ວໃນພາຍໃນແຫ່ງອວນ ເມື່ອຜຸດຢູ່ບ່ອນດຽວ ກໍຜຸດຢູ່ໃນອວນນັ້ນ ເມື່ອທ່ຽວຜຸດຢູ່ໃນທີ່ທົ່ວໆໄປ ກໍຍັງຄົງຜຸດຢູ່ໃນອວນນັ້ນນັ້ນເອງ, ນີ້ເຊັ່ນໃດ ;
ພິກຂຸ ທ. ! ຂໍ້ນີ້ ກໍເຊັ່ນນັ້ນກ່າວຄື ສະມະນະພຣາມທັງຫຼາຍ ເຫຼົ່າໃດເຫຼົ່າໜຶ່ງ ທີ່ບັນຍັຕທິຕຖິ ປາຣົບປຸບພັນຕະຂັນທ໌ແດ່ ປາຣົບອະປະຣັນຕະຂັນທ໌ແດ່ ປາຣົບທັງ ປຸບພັນຕະແລະອະປະຣັນຕະຂັນທ໌ແດ່ ລ້ວນແຕ່ເປັນຜູ້ມີປຸບພັນຕາປະຣັນຕານຸທິຕຖິ ປາຣົບຂັນທ໌ທັງທີ່ເປັນປຸບພັນຕະແລະອະປະຣັນຕະ ດັ່ງນີ້ແລ້ວ ກ່າວບັນຍັຕທິຕຖິ ອັນເປັນອະທິມຸຕຕິບົດ (ທາງແຫ່ງຄວາມຫຼຸດພົ້ນຢ່າງຍິ່ງຂອງສັຕຕາມທິຕຖິແຫ່ງຕົນໆ) ມີຢ່າງ ຕ່າງໆກັນເປັນອະເນກ ; ສະມະນະພຣາມທັງຫຼາຍເຫຼົ່ານັ້ນທັງໝົດ ຖືກເຮັດແລ້ວ ໃຫ້ຕົກຢູ່ພາຍໃນແຫ່ງຕາຂ່າຍ ດ້ວຍວັຕຖຸ (ທີ່ຕັ້ງແຫ່ງທິຕຖິ) ທັງຫຼາຍ ໖໒ ປະການເຫຼົ່ານັ້ນເອງ ເມື່ອໂງຫົວຢູ່ທີ່ບ່ອນດຽວ ກໍໂງຫົວຢູ່ໃນຕາຂ່າຍນັ້ນ ເມື່ອທ່ຽວໂງຫົວຢູ່ໃນບ່ອນທົ່ວໆໄປ ກໍໂງຫົວຢູ່ໃນຕາຂ່າຍນັ້ນ ນັ້ນເອງ.

- ສີ. ທີ. ໘/໕໘/໙໐.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ