ລັດທິອື່ນບໍ່ຮູ້ຈັກເລື່ອງອັດຕະວາທຸປາທານ

ອະກຸສົນ

0:00/0:00
ພິກຂຸ ທ. ! ອຸປາທານ ມີສີ່ຢ່າງເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ ຢ່າງຄື ໑.ກາມຸປາທານ ຄວາມຖືໝັ້ນໃນກາມ; ໒. ທິຕຖຸປາທານ ຄວາມຖືໝັ້ນໃນທິຕຖິ;

໓. ສີລັບພະຕຸປາທານ ຄວາມຖືໝັ້ນໃນສີລະພົດ ; ໔. ອັຕຕະວາທຸປາທານ ຄວາມຖືໝັ້ນໃນວາທະວ່າຕົນ.

ພິກຂຸ ທ. ! ມີສະມະນະພຣາມບາງພວກ ຊຶ່ງປະຕິຍານຕົວ ວ່າເປັນຜູ້ກ່າວການຮອບຮູ້ ຊຶ່ງອຸປາທານທັງປວງ, ແຕ່ສະມະນະພຣາມເຫຼົ່ານັ້ນ ຫາໄດ້ບັນຍັຕການຮອບຮູ້ຊຶ່ງອຸປາທານທັງປວງ ໂດຍຊອບບໍ່ ຄື ເຂົາບັນຍັຕໄດ້ແຕ່ການຮອບຮູ້ຊຶ່ງກາມຸປາທານ ແຕ່ບໍ່ບັນຍັຕການຮອບຮູ້ ຊຶ່ງທິຕຖຸປາທານ ບໍ່ບັນຍັຕການຮອບຮູ້ຊຶ່ງສີລັບພະຕຸປາທານ ແລະບໍ່ບັນຍັຕການຮອບຮູ້ ຊຶ່ງອັຕຕະວາທຸປາທານ. ຂໍ້ນັ້ນເພາະເຫຕໃດ ? ເພາະວ່າສະມະນະພຣາມເຫຼົ່ານັ້ນ ຍ່ອມບໍ່ຮູ້ຈັກຖານະ (ອຸປາທານ) ທັງສາມ (ນອກນັ້ນ) ເຫຼົ່ານີ້ ຕາມທີ່ເປັນຈິງ ເພາະເຫຕນັ້ນສະມະນະພຣາມເຫຼົ່ານັ້ນ ທັງທີ່ປະຕິຍານຕົນ ວ່າເປັນຜູ້ກ່າວການຮອບຮູ້ ຊຶ່ງອຸປາທານທັງປວງ ກໍຫາໄດ້ບັນຍັຕການຮອບຮູ້ ຊຶ່ງອຸປາທານທັງປວງໂດຍຊອບບໍ່ ຄື ເຂົາບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງກາມຸປາທານ, ແຕ່ບໍ່ບັນຍັຕການຮອບຮູ້ ຊຶ່ງທິຕຖຸປາທານ ບໍ່ບັນຍັຕການຮອບຮູ້ ຊຶ່ງສີລັບພະຕຸປາທານ ແລະບໍ່ບັນຍັຕການຮອບຮູ້ ຊຶ່ງອັຕຕະວາທຸປາທານ.

ພິກຂຸ ທ. ! ມີສະມະນະພຣາມອີກບາງພວກ ຊຶ່ງປະຕິຍານຕົນ ວ່າເປັນຜູ້ກ່າວການຮອບຮູ້ ຊຶ່ງອຸປາທານທັງປວງ, ແຕ່ສະມະນະພຣາມເຫຼົ່ານັ້ນ ຫາໄດ້ບັນຍັຕການຮອບຮູ້ ຊຶ່ງອຸປາທານທັງປວງໂດຍຊອບບໍ່ ຄືເຂົາບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງກາມຸປາທານ ແລະບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງ ທິຕຖຸປາທານ, ແຕ່ບໍ່ບັນຍັຕການຮອບຮູ້ ຊຶ່ງສີລັບພະຕຸປາທານ ແລະບໍ່ບັນຍັຕການຮອບຮູ້ ຊຶ່ງອັຕຕະວາທຸປາທານ. ຂໍ້ນັ້ນເພາະເຫຕໃດ ? ເພາະວ່າສະມະນະພຣາມເຫຼົ່ານັ້ນ ຍ່ອມບໍ່ຮູ້ຈັກຖານະ (ອຸປາທານ) ທັງສອງ (ນອກນັ້ນ) ເຫຼົ່ານີ້ ຕາມທີ່ເປັນຈິງ ເພາະເຫຕນັ້ນສະມະນະພຣາມເຫຼົ່ານັ້ນ ທັງທີ່ປະຕິຍານຕົນ ວ່າເປັນຜູ້ກ່າວການຮອບຮູ້ ຊຶ່ງອຸປາທານທັງປວງ ກໍຫາໄດ້ບັນຍັຕການຮອບຮູ້ ຊຶ່ງອຸປາທານທັງປວງໂດຍຊອບບໍ່ ຄືເຂົາບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງກາມຸປາທານ ແລະບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງທິຕຖຸປາທານ, ແຕ່ບໍ່ອາດບັນຍັຕການຮອບຮູ້ ຊຶ່ງສີລັບພະຕຸປາທານ ແລະບໍ່ອາດບັນຍັຕການຮອບຮູ້ ຊຶ່ງອັຕຕະວາທຸປາທານ.

ພິກຂຸ ທ. ! ມີສະມະນະພຣາມອີກບາງພວກ ຊຶ່ງປະຕິຍານຕົນ ວ່າເປັນຜູ້ ກ່າວການຮອບຮູ້ ຊຶ່ງອຸປາທານທັງປວງ, ແຕ່ສະມະນະພຣາມເຫຼົ່ານັ້ນ ຫາໄດ້ບັນຍັຕການຮອບຮູ້ ຊຶ່ງອຸປາທານທັງປວງໂດຍຊອບບໍ່ ຄື ເຂົາບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງກາມຸປາທານ, ບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງທິຕຖຸປາທານ, ແລະບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງສີລັບພະຕຸປາທານ; ແຕ່ບໍ່ອາດບັນຍັຕການຮອບຮູ້ຊຶ່ງອັຕຕະວາທຸປາທານ. ຂໍ້ນັ້ນເພາະເຫຕໃດ ? ເພາະວ່າສະມະນະພຣາມເຫຼົ່ານັ້ນ ຍ່ອມບໍ່ຮູ້ຈັກຖານະ (ອຸປາທານ) ໜຶ່ງ ອັນນີ້ ຕາມທີ່ເປັນຈິງ ເພາະເຫຕນັ້ນສະມະນະພຣາມເຫຼົ່ານັ້ນ ທັງທີ່ປະຕິຍານຕົນ ວ່າເປັນຜູ້ກ່າວການຮອບຮູ້ ຊຶ່ງອຸປາທານທັງປວງ ກໍຫາໄດ້ບັນຍັຕການຮອບຮູ້ ຊຶ່ງອຸປາທານທັງປວງໂດຍຊອບບໍ່ ຄືເຂົາບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງກາມຸປາທານ, ບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງທິຕຖຸປາທານ, ແລະບັນຍັຕໄດ້ແຕ່ການຮອບຮູ້ ຊຶ່ງສີລັບພະຕຸປາທານ; ແຕ່ບໍ່ອາດບັນຍັຕການຮອບຮູ້ ຊຶ່ງອັຕຕາວາທຸປາທານ ແລ.
- ມູ. ມ. ໑໒/໑໓໒/໑໕໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ