ເວທະນາເປັນທຸກ ເປັນລູກສອນ ເປັນຂອງບໍ່ທ່ຽງ
ຂັນ 5
ພິກຂຸ ທ. ! ເວທະນາ ມີສາມຢ່າງເຫຼົ່ານີ້. ສາມຢ່າງເຫຼົ່າໃດໜໍ ? ສາມຢ່າງຄື ສຸຂະເວທະນາ ທຸກຂະເວທະນາ ແລະອະທຸກຂະມະສຸຂະເວທະນາ.
ພິກຂຸ ທ. ! ສຸຂະເວທະນາ ຕ້ອງເຫັນໂດຍຄວາມເປັນທຸກຂ໌, ທຸກຂະເວທະນາຕ້ອງເຫັນໂດຍຄວາມເປັນລູກສອນ, ອະທຸກຂະມະສຸຂະເວທະນາ ຕ້ອງເຫັນໂດຍຄວາມເປັນຂອງບໍ່ທ່ຽງ.
ພິກຂຸ ທ. ! ແຕ່ກາລໃດແລ ສຸຂເວທະນາ ເປັນສິ່ງທີ່ພິກຂຸເຫັນແລ້ວ ໂດຍຄວາມເປັນທຸກຂ໌, ທຸກຂະເວທະນາ ເປັນສິ່ງທີ່ພິກຂຸເຫັນແລ້ວ ໂດຍຄວາມເປັນລູກສອນ, ອະທຸກຂະມະສຸຂເວທະນາ ເປັນສິ່ງທີ່ພິກຂຸເຫັນແລ້ວ ໂດຍຄວາມເປັນຂອງ ບໍ່ທ່ຽງ; ພິກຂຸ ທ. ! ແຕ່ກາລນັ້ນ ພິກຂຸນີ້ ເຮົາເອີ້ນວ່າ “ຜູ້ເຫັນໂດຍຖືກຕ້ອງ (ສັມມັດດະໂສ) ໄດ້ຕັດຕັນຫາເສຍແລ້ວ ຮື້ຖອນສັນໂຍຊນ໌ໄດ້ແລ້ວ ໄດ້ເຮັດທີ່ສຸດແຫ່ງທຸກຂ໌ ເພາະຮູ້ຈັກໜ້າຕາຂອງມານະ ຢ່າງຖືກຕ້ອງແລ້ວ”.
- ສະລາ. ສັງ. ໑໘/໒໕໖/໓໖໗.