ພຣະໂສດາບັນແມ່ນໃຜ (ໃນຍະທີໜຶ່ງ)
ໂສດາບັນ
ພິກຂຸທັງຫຼາຍ ! ສາວົກຂອງພຣະອະຣິຍະເຈົ້າ ໃນທັມວິນັຍນີ້ ເປັນຜູ້ເຖິງພ້ອມແລ້ວດ້ວຍ ທັມ ໔ ປະການນີ້ເອງ ຈຶ່ງເປັນພຣະໂສດາບັນ ຜູ້ມີອັນບໍ່ຕົກຕ່ຳເປັນທຳມະດາ ທ່ຽງແທ້ຕໍ່ພຣະນິບພານ ເປັນຜູ້ມີອັນຈະຕຣັສຮູ້ທັມໄດ້ໃນກາລເບື້ອງໜ້າ.
ທັມ ໔ ປະການນັ້ນ ເປັນແນວໃດໜໍ ? ໔ ປະການນັ້ນ ຄື :-
(໑) ພິກຂຸທັງຫຼາຍ ! ສາວົກຂອງພຣະອະຣິຍະເຈົ້າໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສ ອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວ ໃນອົງຄ໌ພຣະພຸດທະເຈົ້າ ວ່າເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ໄກຈາກກິເລສ ຕຣັສຮູ້ຊອບໄດ້ໂດຍພຣະອົງຄ໌ເອງ ເປັນຜູ້ເຖິງພ້ອມດ້ວຍວິຊຊາ ແລະຂໍ້ປະຕິບັຕໃຫ້ເຖິງຊຶ່ງວິຊຊາ ເປັນຜູ້ໄປແລ້ວດ້ວຍດີ ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ ເປັນຜູ້ສາມາດຝຶກຄົົນທີ່ຄວນຝຶກໄດ້ຢ່າງບໍ່ມີໃຜຍິ່ງກວ່າ ເປັນຄຣູຂອງເທວະດາແລະມະນຸສທັງຫຼາຍ ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານດ້ວຍທັມ ເປັນຜູ້ມີຄວາມຈະເຣີນ ຈຳແນກທັມສັ່ງສອນສັຕ ດັ່ງນີ້.
(໒) ພິກຂຸທັງຫຼາຍ ! ສາວົກຂອງພຣະອະຣິຍະເຈົ້າໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສ
ອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວ ໃນອົງຄ໌ພຣະທັມ ວ່າພຣະທັມ
ເປັນສິ່ງທີ່ພຣະຜູ້ມີພຣະພາຄເຈົ້າຕຣັສໄວ້ດີແລ້ວ, ເປັນສິ່ງທີ່ຜູ້ສຶກສາ ແລະປະຕິບັຕຕ້ອງເຫັນໄດ້ດ້ວຍຕົນເອງ, ເປັນສິ່ງທີ່ປະຕິບັຕໄດ້ແລະໃຫ້ຜົລໄດ້ບໍ່ຈຳກັດກາລ, ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າທ່ານຈົ່ງມາເບິ່ງເຖີ້ນ, ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ຕົວ, ເປັນສິ່ງທີ່ຜູ້ຮູ້ກໍຮູ້ໄດ້ສະເພາະຕົນ ດັ່ງນີ້.
(໓) ພິກຂຸທັງຫຼາຍ ! ສາວົກຂອງພຣະອະຣິຍະເຈົ້າໃນ
ທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສ
ອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນພຣະສົງຄ໌ ວ່າສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນຜູ້ປະຕິບັຕດີແລ້ວ ເປັນຜູ້ປະຕິບັຕຕົງແລ້ວ ເປັນຜູ້ປະຕິບັຕໃຫ້ຮູ້ທັມເປັນເຄື່ອງອອກຈາກທຸກຂ໌ແລ້ວ ເປັນຜູ້ປະຕິບັຕສົມຄວນແລ້ວ ອັນໄດ້ແກ່ບຸກຄົນເຫຼົ່ານີ້ ຄືຄູ່ແຫ່ງບຸຣຸສສີ່ຄູ່ ນັບຮຽງຕົວໄດ້ແປດບຸຣຸສ. ນັ້ນແຫຼະ ຄື ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົານຳມາບູຊາ ເປັນສົງຄ໌ຄວນແກ່ສັກກາຣະ ທີ່ເຂົາຈັດໄວ້ຕ້ອນຮັບ ເປັນສົງຄ໌ຄວນຮັບທັກຂິນາທານ ເປັນສົງຄ໌ທີ່ບຸກຄົນທົ່ວໄປຈະຄວນເຮັດອັນຊະລີ ເປັນສົງຄ໌ທີ່ເປັນນາບຸນຂອງໂລກ ບໍ່ມີນາບຸນອື່ນຍິ່ງກວ່າ ດັ່ງນີ້.
(໔) ພິກຂຸທັງຫຼາຍ ! ສາວົກຂອງພຣະອະຣິຍະເຈົ້າໃນ ທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍສີລທັງຫຼາຍຊະນິດເປັນທີ່ພໍໃຈຂອງເຫຼົ່າພຣະອະຣິຍະເຈົ້າ: ເປັນສີລທີ່ບໍ່ຂາດ ບໍ່ຊອດທະລຸ ບໍ່ດ່າງ ບໍ່ໝອງເສົ້າ ເປັນສີລທີ່ເປັນອິສະຣະ ຈາກຕັນຫາ ເປັນສີລທີ່ຜູ້ຮູ້ທ່ານສັນເສີນ ເປັນສີລທີ່ທິຕຖິບໍ່ລູບຄໍາ ແລະເປັນສີລທີ່ເປັນໄປເພື່ອສະມາທິ ດັ່ງນີ້.
ພິກຂຸທັງຫຼາຍ ! ສາວົກຂອງພຣະອະຣິຍະເຈົ້າ ຜູ້ປະກອບ ພ້ອມແລ້ວດ້ວຍທັມ ໔ ປະການນີ້ແລ ຊື່ວ່າເປັນພຣະໂສດາບັນ ຜູ້ມີອັນບໍ່ຕົກຕ່ຳເປັນທຳມະດາ ທ່ຽງແທ້ຕໍ່ພຣະນິບພານ ເປັນຜູ້ມີອັນຈະຕຣັສຮູ້ທັມໄດ້ໃນກາລເບື້ອງໜ້າ.
ບາລີ ມະຫາວາຣ. ສັງ. ໑໙/໔໒໙-໔໓໐/໑໔໑໔-໑໔໑໕.