ການເຂົ້າເຖິງນະຣົກໃນພົບປັດຈຸບັນ (ໄນທີ່ 1)
ພົບພູມ
ພິກຂຸທັງຫລາຍ ! ນະຣົກຊື່ວ່າ ມະຫາປະຣິລາຫະ ມີຢູ່.
ໃນນະຣົກນັ້ນ ບຸກຄົນເຫັນຮູບຢ່າງໃດຢ່າງໜຶ່ງ ໄດ້ດ້ວຍຈັກຂຸ (ຕາ) ແຕ່ໄດ້ເຫັນຮູບທີ່ບໍ່ໜ້າປາຖະໜາຢ່າງດຽວ ບໍ່ເຫັນຮູບທີ່ໜ້າປາຖະໜາເລີຍ, ເຫັນຮູບທີ່ບໍ່ໜ້າຮັກໃຄ່ຢ່າງດຽວ ບໍ່ເຫັນຮູບທີ່ໜ້າຮັກໃຄ່ເລີຍ, ເຫັນຮູບທີ່ບໍ່ໜ້າພໍໃຈຢ່າງດຽວ ບໍ່ເຫັນຮູບທີ່ໜ້າພໍໃຈເລີຍ.
ໃນນະຣົກນັ້ນ ບຸກຄົນໄດ້ຟັງສຽງຢ່າງໃດຢ່າງໜຶ່ງ ໄດ້ດ້ວຍໂສຕະ (ຫູ)... .
ໃນນະຣົກນັ້ນ ບຸກຄົນໄດ້ດົມກິ່ນຢ່າງໃດຢ່າງໜຶ່ງ ໄດ້ດ້ວຍຄານະ (ດັງ)... .
ໃນນະຣົກນັ້ນ ບຸກຄົນໄດ້ຊີມຣົສຢ່າງໃດຢ່າງໜຶ່ງ ໄດ້ດ້ວຍຊິວຫາ (ລີ້ນ)... .
ໃນນະຣົກນັ້ນ ບຸກຄົນຍັງຖືກຕ້ອງໂຜຕຖັບພະຢ່າງໃດຢ່າງໜຶ່ງ ໄດ້ດ້ວຍກາຍ... .
ໃນນະຣົກນັ້ນ ບຸກຄົນຍັງຮູ້ແຈ້ງທັມມາຣົມ ຢ່າງໃດຢ່າງໜຶ່ງໄດ້ດ້ວຍມະໂນ (ໃຈ) ແຕ່ໄດ້ຮູ້ແຈ້ງທັມມາຣົມທີ່ບໍ່ໜ້າປາຖະໜາ
ຢ່າງດຽວ ບໍ່ໄດ້ຮູ້ແຈ້ງທັມມາຣົມ ທີ່ໜ້າປາຖະໜາເລີຍ, ໄດ້ຮູ້ແຈ້ງທັມມາຣົມ ທີ່ບໍ່ໜ້າຮັກໃຄ່ຢ່າງດຽວ ບໍ່ໄດ້ຮູ້ແຈ້ງທັມມາຣົມ ທີ່ໜ້າຮັກໃຄ່ເລີຍ, ໄດ້ຮູ້ແຈ້ງທັມມາຣົມ ທີ່ບໍ່ໜ້າພໍໃຈຢ່າງດຽວ ບໍ່ໄດ້ຮູ້ແຈ້ງທັມມາຣົມ ທີ່ໜ້າພໍໃຈເລີຍ.
ເມື່ອພຣະຜູ້ມີພຣະພາກເຈົ້າຕຣັດເຊັ່ນນີ້ແລ້ວ ພິກຂຸອົງຄ໌ໜຶ່ງໄດ້ທູນຖາມ ພຣະຜູ້ມີພຣະພາກເຈົ້າວ່າ :
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄວາມຮ້ອນນັ້ນໃຫຍ່ຫລວງໜໍ
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄວາມຮ້ອນນັ້ນໃຫຍ່ຫລວງແທ້ໜໍ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ມີຢູ່ບໍຂະນ້ອຍ ຄວາມຮ້ອນອື່ນທີ່ໃຫຍ່ຫລວງກວ່າ ເປັນຕາຢ້ານກວ່າ ກວ່າຄວາມຮ້ອນນີ້ ?
ພິກຂຸທັງຫລາຍ ! ມີຢູ່ ຄວາມຮ້ອນອື່ນ ທີ່ໃຫຍ່ຫລວງກວ່າ ເປັນຕາຢ້ານກວ່າ ກວ່າຄວາມຮ້ອນນີ້.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄວາມຮ້ອນອື່ນ ທີ່ໃຫຍ່ຫລວງກວ່າ ເປັນຕາຢ້ານກ່ວາ ກ່ວາຄວາມຮ້ອນນີ້ ເປັນແນວໃດໜໍ ?
ພິກຂຸທັງຫລາຍ ! ກໍສະມະນະ ຫລືພຣາມເຫລົ່າໃດເຫລົ່າໜຶ່ງ ຍ່ອມບໍ່ຮູ້ແຈ່ມແຈ້ງຕາມຄວາມເປັນຈິງ ວ່າ
ທຸກຂ໌ ເປັນເຊັ່ນນີ້ໆ
ເຫດໃຫ້ເກີດແຫ່ງທຸກຂ໌ ເປັນເຊັ່ນນີ້ໆ
ຄວາມດັບບໍ່ເຫລືອແຫ່ງທຸກຂ໌ ເປັນເຊັ່ນນີ້ໆ
ຂໍ້ປປະຕິບັດເຄື່ອງເຮັດສັຕໃຫ້ບັນລຸເຖິງຄວາມດັບບໍ່ເຫລືອແຫ່ງທຸກຂ໌ ເປັນເຊັ່ນນີ້ໆ :
ສະມະນະພຣາມເຫລົ່ານັ້ນ ຍ່ອມຍິນດີຍິ່ງໃນສັງຂາຣທັງຫຼາຍ ອັນເປັນໄປພ້ອມເພື່ອຊາຕ ຊະຣາ ມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັສສະອຸປາຢະສະ.
ສະມະນະພຣາມເຫລົ່ານັ້ນ ຄັນຍິນດີຍິ່ງໃນສັງຂາຣທັງຫລາຍເຊັ່ນນັ້ນແລ້ວ ຍ່ອມປຸງແຕ່ງຊຶ່ງສັງຂາຣທັງຫລາຍອັນເປັນໄປພ້ອມເພື່ອຊາຕ ຊະຣາ ມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັສສະອຸປາຢະສະ.
ສະມະນະພຣາມເຫລົ່ານັ້ນ ຄັນປຸງແຕ່ງຊຶ່ງສັງຂາຣທັງຫລາຍເຊັ່ນນັ້ນແລ້ວ, ຍ່ອມອັ່ງຮ້ອນເພາະຄວາມຮ້ອນແຫ່ງຊາຕ (ຄວາມເກີດ) ແດ່, ຍ່ອມອັ່ງຮ້ອນເພາະຄວາມຮ້ອນແຫ່ງຊະຣາແດ່, ຍ່ອມອັ່ງຮ້ອນເພາະຄວາມຮ້ອນແຫ່ງມະຣະນະແດ່, ຍ່ອມອັ່ງຮ້ອນເພາະຄວາມຮ້ອນແຫ່ງ ໂສກະປະຣິເທວະ ທຸກຂະໂທມະນັສສະອຸປາຢະສະ ແດ່ :
ເຮົາກ່າວວ່າ “ສະມະນະພຣາມເຫລົ່ານັ້ນ ຍ່ອມບໍ່ພົ້ນຈາກຊາຕ ຊະຣາ ມະຣະນະ ໂສກະປະຣິເທວະ ທຸກຂະ ໂທມະນັສສະອຸປາຢະສະທັງຫລາຍ ຄືບໍ່ພົ້ນຈາກທຸກຂ໌” ດັ່ງນີ້.
- ບາລີ ມຫາວຣ. ສັງ. ໑໙/໕໖໒/໑໗໓໑.