ຄວາມຊື່ນຫວານກາງກອງທຸກ (ຄວາມຫຼອກລວງຂອງກາມ)

ສັງໂຍດ

0:00/0:00
ມາຄັນທິຍາ ! ບຸຣຸສໂຣຄາຂີ້ເຮື້ອນ ມີໂຕເປັນບາດແຜ ຖືກໂຕເຊື້ອໂຣຄາເຈາະກັດຢູ່ ໃຊ້ເລັບເກົາບາດແຜຢູ່ ຮົມໂຕຢູ່ທີ່ຂຸມຖ່ານໄຟ. ມາຄັນທິຍາ ! ເຂົາປະພຶດເຊັ່ນນັ້ນຢູ່ພຽງໃດ, ບາດແຜຂອງເຂົາ ກໍຍິ່ງບໍ່ສະອາດ ຍິ່ງມີກິ່ນເໝັນ ແລະ ເປື່ອຍເນົ່າຫຼາຍຍິ່ງຂຶ້ນຢູ່ພຽງນັ້ນ, ຈະມີຄວາມຮູ້ສຶກພໍໃຈ ແລະພົບຄວາມສະບາຍເບົາເນື້ອຢູ່ແດ່ ກໍບ່ອນທີ່ຜົລໄດ້ຮັບຈາກການເກົາ ຫຼືການອົບອຸ່ນເພາະໄຟນັ້ນເປັນເຫຕ ຂໍ້ນີ້ມີອຸປະມາເຊັ່ນໃດ;

ມາຄັນທິຍາ ! ອຸປະໄມ ກໍເຊັ່ນນັ້ນ ຄືສັຕທັງຫຼາຍ ຍັງເປັນຜູ້ບໍ່ປາສະຈາກຄວາມກໍາໜັດໃນກາມທັງຫຼາຍ ຖືກກາມຕັນຫາເຈາະກັດຢູ່ ຖືກຄວາມຮ້ອນເອົ້າເພາະກາມລົນເຜົາຢູ່ ກໍຍັງດື້ເສບກາມທັງຫຼາຍ ຢູ່ນັ້ນເອງ. ມາຄັນທິຍາ ! ເຂົາຍັງປະພຶດເຊັ່ນນັ້ນຢູ່ພຽງໃດ, ກາມະຕັນຫາຂອງສັຕທັງຫຼາຍເຫຼົ່ານັ້ນ ຍ່ອມຈະເຣີນຂຶ້ນດ້ວຍ ເຂົາຖືກຄວາມຮ້ອນເອົ້າ ເພາະກາມລົນເຜົາຢູ່ດ້ວຍ ແລະສັຕເຫຼົ່ານັ້ນ ຈະມີຄວາມຮູ້ສຶກພໍໃຈ ແລະພົບຄວາມສະບາຍເບົາເນື້ອຢູ່ແດ່ ກໍຍ້ອນວ່າສະເໜ່ອັນອາໄສກາມະຄຸນ ໕ ເປັນເຫຕຢູ່ພຽງນັ້ນ ເທົ່ານັ້ນແລ.

- ມ. ມ. ໑໓/໒໗໔/໒໘໕.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ