ຢ່າກ່າວເລື່ອງບໍ່ມີປະໂຫຍດ ແຕ່ຈົ່ງກ່າວເລື່ອງຄວາມພົ້ນທຸກ
ສະຕິປະຖານ 4
ພິກຂຸ ທ. ! ພວກເຈົ້າທັງຫຼາຍ ຈົ່ງ ຢ່າມົວສົນທະນາເລື່ອງຂວາງກັ້ນຫົນທາງທັມ (ຕິຣັຈສານກະຖາ) ຄື ເລື່ອງພຣະຣາຊາ ເລື່ອງໂຈຣ ເລື່ອງອາມາດ ເລື່ອງທະຫານ ເລື່ອງຂອງເປັນຕາຢ້ານ ເລື່ອງການຣົບບຸກ ເລື່ອງເຂົ້າ ເລື່ອງນໍ້າ ເລື່ອງຜ້າ ເລື່ອງທີ່ນອນ ເລື່ອງລະບຽບດອກໄມ້ ເລື່ອງຂອງຫອມ ເລື່ອງຍາດ ເລື່ອງຍານພາຫະນະ ເລື່ອງໝູ່ບ້ານ ເລື່ອງແຂວງ ເລື່ອງເມືອງຫຼວງ ເລື່ອງບ້ານນອກ ເລື່ອງຍິງ ເລື່ອງຊາຍ ເລື່ອງຄົນກ້າ ເລື່ອງທາງຮ່ອມ ທາງຍ່າງ ເລື່ອງທ່ານໍ້າ ເລື່ອງຄົນທີ່ຕາຍໄປແລ້ວ ເລື່ອງຕ່າງໆນາໆ ເລື່ອງໂລກ ເລື່ອງມະຫາສະມຸດ ເລື່ອງຄວາມຮຸ່ງເຮືອງ ເລື່ອງຄວາມຊຸດໂຊມເຫຼົ່ານີ້. ເພາະເຫຕໃດຈຶ່ງບໍ່ຄວນກ່າວໜໍ ? ເພາະການກ່າວນັ້ນໆ ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນເບື້ອງຕົ້ນຂອງພຣົມມະຈັນຣຍ໌ ບໍ່ເປັນໄປພ້ອມເພື່ອຄວາມໜ່າຍທຸກຂ໌ ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິພພານເລີຍ.
ພິກຂຸ ທ. ! ເມື່ອພວກເຈົ້າຈະກ່າວ ຈົ່ງກ່າວວ່າ “ເຊັ່ນນີ້ໆເປັນທຸກຂ໌, ເຊັ່ນນີ້ໆເປັນເຫຕໃຫ້ເກີດແຫ່ງທຸກຂ໌, ເຊັ່ນນີ້ໆເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະເຊັ່ນນີ້ໆເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້. ເພາະເຫຕໃດ ຈຶ່ງຄວນກ່າວໜໍ ? ເພາະການກ່າວນັ້ນໆ ຍ່ອມປະກອບດ້ວຍປະໂຍຊນ໌ ເປັນເບື້ອງຕົ້ນຂອງພຣົມມະຈັນຣຍ໌ ເປັນໄປພ້ອມເພື່ອຄວາມໜ່າຍທຸກຂ໌ ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິພພານ.
ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າ ຕ້ອງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ເຖີ້ນ.
- ມຫາວາຣ. ສັງ. ໑໙/໕໒໖/໑໖໖໓.