ພຣະໂສດາບັນລະສັງໂຍດໄດ້ສາມຂໍ້ມີສາມຈຳພວກ

ໂສດາບັນ

0:00/0:00
ພິກຂຸນັ້ນ ເພາະຄວາມດັບສິ້ນໄປຮອບແຫ່ງສັງໂຍຊນ໌ສາມ໑ເປັນຜູ້ສັຕຕັກຂັຕຕຸປະຣະມະ ຍັງຕ້ອງທ່ອງທ່ຽວໄປໃນພົບແຫ່ງເທວະດາແລະມະນຸສອີກເຈັດເທື່ອ ເປັນຢ່າງຫຼາຍ ແລ້ວຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້.
(ຫຼືວ່າ) ພິກຂຸນັ້ນ ເພາະຄວາມສິ້ນໄປຮອບແຫ່ງສັງໂຍຊນ໌ສາມ ເປັນຜູ້ໂກລັງໂກລະ ຈັກຕ້ອງທ່ອງທ່ຽວໄປສູ່ຕະ ກູນ ອີກສອງຫຼືສາມເທື່ອ ແລ້ວຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້.
(ຫຼືວ່າ) ພິກຂຸນັ້ນ ເພາະຄວາມສິ້ນໄປຮອບແຫ່ງສັງໂຍຊນ໌ສາມ ເປັນຜູ້ ເປັນເອກະພີຊີ ຄື ຈັກເກີດໃນພົບແຫ່ງມະນຸສ ອີກເທື່ອດຽວເທົ່ານັ້ນ ແລ້ວຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້.
໑. ສັງໂຍຊນ໌ ຄື ເຄື່ອງຮ້ອຍຮັດຈິຕ ໑໐ ປະການ; ເບິ່ງໃນທັມມະ
ແວດລ້ອມຫົວຂໍ້ທີ ໓໐ ໜ້າ ໑໒໗.

- ບາລີ ຕິກ. ອັງ. ໒໐/໒໙໙-໓໐໑/໕໒໗
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ