ທຸກເກີດເພາະມີເຫດປັດໄຈ
ກຳ
ອານົນທ໌ ! ຄັ້ງໜຶ່ງເຮົາຢູ່ທີ່ປ່າໄຜ່ ເປັນບ່ອນໃຫ້ອາຫານແກ່ກະແຕ ໃກ້ເມືອງຣາຊະຄຶນີ້ແຫຼະ, ເທື່ອນັ້ນ ເວລາເຊົ້າ ເຮົາຄອງຈີວອນຖືບາຕ ເພື່ອໄປບິນດະບາຕໃນເມືອງຣາຊະຄຶ ຄິດຂຶ້ນມາວ່າ ຍັງເຊົ້າເກີນໄປ ສໍາລັບການບິນດະບາຕໃນເມືອງ ຣາຊະຄຶ ຖ້າຈັ່ງໃດ ເຮົາເຂົ້າໄປສູ່ອາຣາມຂອງປະຣິພາຊົກ ຜູ້ເປັນເດຍຣະຖີຍ໌ເຫຼົ່າອື່ນເຖີ້ນ. ເຮົາໄດ້ເຂົ້າໄປສູ່ອາຣາມຂອງປະຣິພາຊົກ ຜູ້ເປັນເດຍຣະຖີຍ໌ເຫຼົ່າອື່ນ ເຮັດສັມໂມທະນີຍະກະຖາແກ່ກັນແລະກັນ ນັ່ງລົງ ນະ ທີ່ຄວນສ່ວນຂ້າງໜຶ່ງ.
ອານົນທ໌ ! ປະຣິພາຊົກເຫຼົ່ານັ້ນ ໄດ້ກ່າວກັບເຮົາ ຜູ້ນັ່ງແລ້ວ ເຊັ່ນນີ້ວ່າ
“ທ່ານໂຄຕະມະ ! ມີສະມະນະພຣາມບາງພວກ ທີ່ກ່າວສອນເລື່ອງກັມ ຍ່ອມບັນຍັຕຄວາມທຸກຂ໌ວ່າ ເປັນສິ່ງທີ່ຕົນເຮັດເອົາດ້ວຍຕົນເອງ, ສະມະນະພຣາມບາງພວກ ທີ່ກ່າວສອນເລື່ອງກັມ ຍ່ອມບັນຍັຕຄວາມທຸກຂ໌ວ່າ ເປັນສິ່ງທີ່ຜູ້ອື່ນເຮັດໃຫ້, ມີສະມະນະພຣາມບາງພວກ ທີ່ກ່າວສອນເລື່ອງກັມ ຍ່ອມບັນຍັຕຄວາມທຸກຂ໌ວ່າ ເປັນສິ່ງທີ່ບໍ່ແມ່ນເຮັດເອງຫຼືໃຜເຮັດໃຫ້ ກໍເກີດຂຶ້ນໄດ້. ໃນເລື່ອງນີ້ ທ່ານໂຄຕະມະຂອງພວກເຮົາ ກ່າວສອນ ຢູ່ແນວໃດໜໍ ? ແລະພວກເຮົາກ່າວຢູ່ແນວໃດໜໍ ? ຈຶ່ງຈະເປັນອັນກ່າວຕາມຄໍາທີ່ທ່ານໂຄຕະມະກ່າວແລ້ວ, ບໍ່ເປັນການກ່າວຕູ່ດ້ວຍຄໍາບໍ່ຈິງ ແຕ່ເປັນການກ່າວໂດຍຖືກຕ້ອງ ແລະສະຫະທັມມິກບາງຄົນ ທີ່ກ່າວຕາມ ຈະບໍ່ພອຍກາຍເປັນຜູ້ຄວນຖືກຕິຕຽນໄປດ້ວຍ ? ” ດັ່ງນີ້.
ອານົນທ໌ ! ເຮົາໄດ້ກ່າວກັບປະຣິພາຊົກທັງຫຼາຍ ເຫຼົ່ານັ້ນວ່າ
ປະຣິພາຊົກທັງຫຼາຍ !
ເຮົາກ່າວ ທຸກຂ໌ ອາໄສເຫຕປັຈຈັຍ (ຂອງມັນເອງ ເປັນ
ລໍາດັບ ໆ) ເກີດຂຶ້ນ.
ມັນອາໄສເຫຕປັຈຈັຍຫຍັງໜໍ ?
ອາໄສເຫຕປັຈຈັຍຄື ຜັສສະ.
ຜູ້ກ່າວເຊັ່ນນີ້ແລ ຊື່ວ່າກ່າວຕົງຕາມທີ່ເຮົາກ່າວ.
ນິທານ. ສັງ. ໑໖/໔໑/໗໖.